Homeຂ່າວພາຍ​ໃນສາລະວັນ ກວດພົບພະນັກງານຮັບສິນບົນ ເຮັດໃຫ້ລັດເສຍຫາຍຫລາຍຕື້ກີບ

ສາລະວັນ ກວດພົບພະນັກງານຮັບສິນບົນ ເຮັດໃຫ້ລັດເສຍຫາຍຫລາຍຕື້ກີບ

Published on

ໃນ 5 ປີຜ່ານມາ ແຂວງສາລະວັນໄດ້ເອົາໃຈໃສ່ດໍາເນີນການຕິດຕາມກວດກາ, ສະກັດກັ້ນ ແລະຕ້ານສໍ້ລາດ ບັງຫຼວງ ແລະໄດ້ພົບເຫັນຄວາມເສຍຫາຍຂອງລັດມູນຄ່າ 6 ແສນກວ່າໂດລາ, ກັບ 3 ຮ້ອຍກວ່າລ້ານກີບ ໃນນັ້ນ ສາມາດ ເກັບກູ້ໃຫ້ລັດໄດ້ແລ້ວ 67 ຕື້ກີບ ສ່ວນພະນັກງານຜູ້ກະທໍາຜິດແມ່ນຖືກລົງວິໄນຕາມລະບຽບກົດໝາຍ.

ຕາມການລາຍງານຂອງທ່ານ ຄໍາຈັນ ແຈ່ມສະໜອນ ປະທານກວດກາພັກ-ລັດ ແຂວງສາລະວັນ ຕໍ່ກອງປະຊຸມວຽກ ງານກວດກາແຂວງຄັ້ງທີ III ໃນຕົ້ນ ເດືອນພະຈິກນີ້ວ່າ: ຄະນະພັັກ, ອໍານາດການປົກຄອງ, ຄະນະກວດກາ ແຕ່ລະຂັ້ນໄດ້ເປັນເຈົ້າການປະຕິບັດຕາມພາລະບົດບາດ, ໜ້າທີ່-ຂອບເຂດຄວາມຮັບຜິດຊອບ ໂດຍສະເພາະວຽກງານຕິດຕາມກວດກາ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໃນ 5 ປີ ຜ່ານມາໄດ້ດໍາເນີນການກວດກາທັງໜົດ 9 ເປົ້າໝາຍ, ພົບເຫັນການເສຍຫາຍຂອງລັດມູນຄ່າທັງໜົດເປັນເງິນໂດລາ 6,06 ແສນໂດລາ, ເງິນກີບ 366,4 ລ້ານກີບ; ສາມາດເກັບກູ້ຄືນໃຫ້ລັດໄດ້ 67,1 ລ້ານກີບ ແລະໄດ້ຕິດຕາມກວດພົບເຫັນການລັກລອບຂຸດຄົ້ນ, ການເຄື່ອນຍ້າຍ ແລະຊື້-ຂາຍໄມ້ບໍ່ຖືກຕ້ອງບໍລິມາດ 9.086,171 ແມັດກ້ອນ, ພົບເຫັນຜູ້ກະທໍາຜິດທີມີການສໍ້ລາດບັງຫຼວງທັງໜົດ 50 ຄົນ ໃນນັ້ນໄດ້ປະຕິບັດວິໄນຕິຕຽນ-ກ່າວເຕືອນ 6 ຄົນ, ສຶກສາອົບຮົມ 21 ຄົນ, ປົດຕໍາແໜ່ງ ຫຼື ຍ້າຍໄປຮັບໜ້າທີ່ໃໝ່. ທີ່ຕໍ່າກວ່າເກົ່າ 5 ຄົນ, ປົດປ່ອຍອອກຈາກກໍາລັງປ້ອງກັນຄວາມສະຫງົບ ແລະໄລ່ອອກຈາກລັດຖະກອນໂດຍບໍ່ໄດ້ຮັບນະໂຍບາຍ 18 ຄົນ, ຮູບການລະເມີດຂອງພະນັກງານສ່ວນໃຫຍ່ແມ່ນຮັບສິນບົນ.

ໃນນັ້ນ ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ການຈັດຕັ້ງປະຕິບັດການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ປະຕິບັດລາຍຮັບໄດ້ 457,20 ຕື້ກວ່າກີບ, ດ້ານລາຍຈ່າຍຄຸ້ມຄອງ ແລະປະຕິບັດໄດ້ຖືກຕ້ອງຕາມເວລາ 1.456,51 ຕື້ກວ່າກີບ; ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທັງພາຍໃນ ແລະຕ່າງປະເທດມີທັງໝົດ 591 ໂຄງການ, ມູນຄ່າ 307,75 ຕື້ກີບ.

ຕໍ່ກັບບັນຫາດັ່ງກ່າວມັນໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ຄະນະພັກ, ອໍານາດການປົກຄອງ ແລະຄະນະກວດກາແຕ່ ລະຂັ້ນໄດ້ເອົາໃຈໃສ່ຢ່າງຈິງຈັງ ປະກອບສ່ວນປະຕິບັດໜ້າທີ່ຕິດຕາມກວດກາ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ພ້ອມທັງປັບປຸງແກ້ໄຂບັນຫາປາກົດການຕ່າງໆທີ່ເກີດຂື້ນຢ່າງເປັນຮູບປະທໍາຖືກຕ້ອງຕາມລະບຽບກົດໝາຍບ້ານ ເມືອງ ແລະທັນການ ເພື່ອຮັບປະກັນບໍ່ໃຫ້ພະນັກງານ-ລັດຖະກອນເອົາເປັນແບບຢ່າງໃນຕໍ່ໜ້າ.

ຫນັງສືພິມເສດຖະກິດ-ສັງຄົ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...