Homeຂ່າວເຫດການສສຊ ປະກອບຄຳເຫັນ ໃສ່ຮ່າງກົດໝາຍທາງຫລວງ ແລະ ກົດໝາຍລັດຖະບານ ສະບັບປັບປຸງ

ສສຊ ປະກອບຄຳເຫັນ ໃສ່ຮ່າງກົດໝາຍທາງຫລວງ ແລະ ກົດໝາຍລັດຖະບານ ສະບັບປັບປຸງ

Published on

ຂປລ.​ ຮ່າງ​ກົດໝາຍວ່າ​ດ້ວຍ​ທາງ​ຫລວງ ​ແລະ ຮ່າງ​ກົດໝາຍວ່າ​ດ້ວຍ​ ລັດຖະບານ ສະບັບ​ປັບປຸງ ​ໄດ້​ຖືກ​ນຳ​ສະ​ເໜີ ຕໍ່ກອງ​ປະຊຸມ​ ສະ​ໄໝສາມັນ​ ເທື່ອ​ທີ 2ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ໃນ​ວັນ​ທີ 8 ພະຈິກ ນີ້ ​ໂດຍ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ເຂດ​ເລືອກ​ຕັ້ງ​ຕ່າງໆ ​ໄດ້​ສຸມ​ໃສ່​ຄົ້ນ​ຄ້ວາ​ພິຈາລະນາ ​ແລະ ປະກອບ​ຄຳ​ເຫັນຕໍ່ຮ່າງ​ກົດໝາຍທັງ​ສອງ​ສະບັບ ​ເພື່ອ​ໃຫ້​ມີ​ເນື້ອ​ໃນ​ສົມບູນຄົບ​ຖ້ວນ​ຂຶ້ນ​ກວ່າ​ເກົ່າ.

ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ລະບຸ​ວ່າ: ພາຍຫລັງ​ປະກາດ​ໃຊ້​ກົດໝາຍວ່າ​ດ້ວຍ​ທາງ​ຫລວງ ​ແຕ່​ປີ 1999 ​ເປັນ​ຕົ້ນ​ມາ ຕາໜ່າງ​ເສັ້ນທາງຄົມມະນາຄົມ​ໃນ​ທົ່ວ​ປະ​ເທດ​ ໄດ້​ຮັບ​ການ​ພັດທະນາ ​ແລະ ຂະຫຍາຍຕົວ​ຢ່​າງຕໍ່​ເນື່ອງ ​ເພື່ອ​ອອກ​ສູ່​ທະ​ເລ​ທິດຕາ​ເວັນ​ອອກ ​ແລະ ​ເຊື່ອມ​ຈອດ​ພາກພື້ນ. ​ເສັ້ນທາງ​ຈຳນວນໜຶ່ງ​ ໄດ້​ຮັບ​ການ​ຍົກ​ລະດັບ ​ແລະ ກໍ່ສ້າງ​​ໃໝ່ ​ໂດຍ​ສະ​ເພາະ​ລະຫວ່າງ​ແຂວງ​ຫາ​ເມືອງ, ບ້ານ ​ແລະ ​ເຂດ​ຈຸດ​ສຸມຢູ່​ຫ່າງ​ໄກ​ສອກຫລີກ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ ​ເສດຖະກິດ-​ສັງຄົມ​ຂອງ​ຊາດ. ສຳລັບ​ຕາໜ່າງເສັ້ນທາງ​ຫລວງ ​ໄດ້​ເພີ່ມ​ຂຶ້ນ​ຈາກ 23.000 ກິ​ໂລ​ແມັດ ​ໃນ​ປີ 1999 ມາ​ເປັນ 51.597 ກິ​ໂລ​ແມັດ ​ໃນ​ປີ 2014. ​

ແຕ່ຢ່າງ​ໃດ​ກໍ​ຕາມ ການຈັດ​ປະ​ເພດ​ທາງ​ຫລວງ ຍັງ​ບໍ່ທັນ​ສອດຄ່ອງ​ກັບສະພາບ​ການ​ພັດທະນາ​ໃນ​ໄລຍະ​ໃໝ່, ກົດໝາຍສະບັບ​ປັດຈຸບັນ ຍັງ​ບໍ່ທັນ​ໄດ້​ກຳນົດ​ຂອບ​ເຂດທາງ​ຫລວງຢ່າງ​ຊັດ​ເຈນ ​ແລະ ຍັງ​ບໍ່ກວມ​ເອົາ​ເຂດ​ສະຫງວນ​ເທິງໜ້າດິນ, ​ໃຕ້​ດິນ ​ແລະ ​ໂຄງ​ປະກອບ​ອື່ນໆ. ພ້ອມ​ນີ້ ການ​ປະຕິບັດ​ກິດຈະການ​ທາງ​ຫລວງ ຍັງ​ບໍ່ທັນ​ໄດ້​ກຳນົດ​ແຈ້ງ ກ່ຽວກັບ​ການ​ອະນຸມັດ, ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້, ການ​ສຳ​ຫລວດ, ການ​ອອກ​ແບບ, ການສະໜອງພື້ນທີ່​ໂຄງການ ​ແລະ ການ​ຊົດ​ເຊີຍທົດ​ແທນ​ຄ່າ​ເສຍ​ຫາຍ ​ແກ່​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ກິດຈະການ​ທາງ​ຫລວງບໍ່ທັນ​ສອດຄ່ອງ​. ສະ​ນັ້ນ, ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ປັບປຸງ​ ກົດໝາຍວ່າ​ດ້ວຍ​ທາງ​ຫລວງ ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ການກໍ່ສ້າງ, ບູລະນະ​ຮັກສາ, ສ້ອມ​ແປງ ​ແລະ ນຳ​ໃຊ້​ທາງ​ຫລວງ​ໃຫ້​ມີ​ປະສິດທິພາບ.

ທ່ານ ຄຳໝັ້ນ ສູນ​ວິ​ເລີດ ລັດຖະມົນຕີກະຊວງ​ພາຍ​ໃນ ກໍ​ໄດ້ຊີ້​ໃຫ້​ເຫັນ​ວ່າ: ​​ເຖິງ​ການ​ປັບປຸງຮ່າງກົດໝາຍ ວ່າດ້ວຍ​ລັດຖະບານ ​ແມ່ນເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ ​ເປັນ​ຕົ້ນການ​ປ່ຽນຊື່​ ຫ້ອງ​ວ່າການລັດຖະບານ ມາ​ເປັນສຳນັກງານ​ນາຍົກລັດຖະມົນຕີ, ລວມທັງ​ການ​ກໍານົດ​ທີ່​ຕັ້ງ, ພາລະ​ບົດບາດ, ສິດ ​ແລະ ໜ້າທີ່ເພື່ອ​ໃຫ້ສອດຄ່ອງກັບ​ການ​ປະຕິບັດ​ວຽກງານ​ໃນ​ໄລຍະ​ໃໝ່. ລວມທັງ​ສິດ ​ແລະ ໜ້າທີ່ຂອງ​ນາຍົກລັດຖະມົນຕີ ມີ​ຄຳ​ເຫັນ​ຕໍ່ການສະ​ເໜີຂອງ​ເຈົ້າ​ແຂວງ ​ແລະ ​ເຈົ້າ​ຄອງ​ນະຄອນຫລວງ ກ່ຽວກັບ​ການ​ແຕ່ງ​ຕັ້ງ, ຍົກຍ້າຍ ​ແລະ ປົດ​ຕຳ​ແໜ່ງຮອງ​ເຈົ້າ​ແຂວງ, ຮອງ​ເຈົ້າ​ເຈົ້າ​ຄອງ; ສິດ ​ແລະ ໜ້າທີ່ຂອງ​ລັດຖະມົນຕີ​ ປະຈຳ​ສຳນັກງານນາຍົກລັດຖະມົນຕີ ​ແລະ ລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການສຳນັກງານ​ນາຍົກລັດຖະມົນຕີ ​ຕາມ​ທີ່​ກຳນົດ​ໄວ້ ​ໃນ​ມາດຕາ 13 ​ໃຫ້​ຄົບ​ຖ້ວນ ​ແລະ ​ເໝາະສົມ.

khammun

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...