Homeຂ່າວຕ່າງປະເທດຮືຮາ! ສະລິບເມຍ ອະດອບ ຮິດເລີ ຜູ້ນຳຟາດຊິດເຢຍລະມັນ ຖືຶກປະມູນຂາຍ ທະລຸ 28 ລ້ານກວ່າກີບ!

ຮືຮາ! ສະລິບເມຍ ອະດອບ ຮິດເລີ ຜູ້ນຳຟາດຊິດເຢຍລະມັນ ຖືຶກປະມູນຂາຍ ທະລຸ 28 ລ້ານກວ່າກີບ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ພະຈິກນີ້ວ່າ ສະຖາບັນຟິລິບເຊີເຣວ ຕັ້ງຢູ່ເມືອງມັນເວີນ ປະເທດອັງກິດ ໄດ້ນຳເອົາໂສ້ງໃນ ຫລື ສະລິບສີບົວຂອງ ທ່ານ ນາງ ອີວາ ບຣາວ ພັນລະຍາຂອງ ອະດອບ ຮິດເລີ ຜູ້ນຳພັກນາຊີ ໃນຍຸກຟາດຊິດເຢຍລະມັນອອກມາປະມູນຂາຍ ໂດຍໃນເບື້ອງຕົ້ນ ໄດ້ຕັ້ງປະເມີນລາຄາໄວ້ພຽງ 400 ປອນ (ປະມານ 3,968,000 ກີບ) ແຕ່ວ່າໃນທີ່ສຸດ ໄດ້ມີຜູ້ສົນໃຈສະເໜີລາຄາສູງສຸດເຖິງ 2,900 ປອນ ຫລື ປະມານ 28,768,000 ກີບ.

ນອກຈາກນີ້, ຍັງມີເຄື່ອງໃຊ້ສອຍສ່ວນຕົວຂອງ ທ່ານ ນາງ ອີວາ ບຣາວ ອີກຈຳນວນໜຶ່ງ ກໍໄດ້ຖືກນຳອອກມາປະມູນເຊັ່ນ ແຫວນຄຳ ປະດັບອັນຍະມະນີຂອງ ອີວາ ບຣາວ ກໍໄດ້ຖືກປະມູນຂາຍໄປ ໃນລາຄາ 1,250 ປອນ (ປະມານ 12,400,000​ ກີບ), ກ່ອງໃສ່ລິບສະຕິກ ສາມາດສ້າງລາຄາໄດ້ 360 ປອນ (ປະມານ 3,572,200 ກີບ) ແລະ ຊຸດພາບຖ່າຍຂາວດຳລະຫວ່າງ ອີວາ ບຣາວ ກັບ ອະດອບ ຮິດເລີ ໃນໄລຍະຕົ້ນສະຕະວັດທີ 20 ກໍໄດ້ຖືກຈຳໜ່າຍໄປ ໃນລາຄາ 100 ປອນ (ປະມານ 992,000​ ກີບ).

ທ່ານ ນາງ ໂຊຟີ ໂຈນສ໌ ຜູ້ຈັດການປະມູນ ແລະ ນັກປະເມ່ີນລາຄາຂອງສະຖາບັນຟິລິບເຊີເຣວ ໄດ້ລະບຸວ່າ ມີຄົນຈຳນວນຫລວງຫລາຍ ໃຫ້ຄວາມສົນໃຈ ແລະ ສະເໜີລາຄາ ເພື່ອປະມູນເຄື່ອງສະສົມຊຸດນີ້ ຊຶ່ງສ່ວນໃຫຍ່ແມ່ນເປັນນັກສະສົມເອກະຊົນ ໂດຍເຄື່ອງສະສົມທຸກຢ່າງທີ່ນຳອອກປະມູນ ລ້ວນແຕ່ມີໃບຮັບປະກັນຈາກຜູ້ຂາຍວ່າ ເປັນຂອງແທ້ຢ່າງແນ່ນອນ.

559000011534402
ອະດອບ ຮິດເລີ ແລະ ພັນລະຍາ ອີວາ ບຣາວ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...