Homeອຸບັດເຫດແລະປາກົດການຫຍໍ້ທໍ້10 ເດືອນຜ່ານມາ ນະຄອນຫຼວງ ມີຜູ້ເສຍຊີວິດຈາກອຸປະຕິເຫດທັງໝົດ 215 ຄົນ

10 ເດືອນຜ່ານມາ ນະຄອນຫຼວງ ມີຜູ້ເສຍຊີວິດຈາກອຸປະຕິເຫດທັງໝົດ 215 ຄົນ

Published on

ໃນປະຈຸບັນອຸປະຕິເຫດຕາມທ້ອງຖະໜົນປາກົດວ່າເກີດຂຶ້ນຫຼາຍ ໂດຍສະເພາະແມ່ນມັກເກີດກັບກຸ່ມຄົນທີ່ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ເຫັນໄດ້ໃນໄລຍະເວລາ 10 ເດືອນຜ່ານມາ ຢູ່ນະຄອນຫຼວງວຽງຈັນມີອຸບັດເຫດເກີດຂຶ້ນທັງໝົດແລ້ວ 1.275 ຄັ້ງ ໃນນີ້ມີຜູ້ເສຍຊີວິດສູງເຖິງ 215 ຄົນ.

ທ່ານພັນຕີ ສັງຄົມ ພົມມະລາດ ຮອງຫົວໜ້າ ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວ ກັບສະຖິຕິອຸປະຕິເຫດໄລຍະ 10 ເດືອນ ຂອງປີ 2016 ຕໍ່ທີມຂ່າວໃນວັນທີ 7 ພະຈິກຜ່ານມານີ້ຮູ້ວ່າ: ປະຈຸບັນສະພາບການພັດທະນາເສດຖະກິດກຳລັງຂະຫຍາຍຢ່າງຕໍ່ເນື່ອງ ເຮັດໃຫ້ພາຫະນະເພີ່ມຂຶ້ນຫຼາຍເທົ່າ ທຽບໃສ່ເມື່ອກ່ອນເປັນສາເຫດໜຶ່ງທີ່ພາໃຫ້ເກີດອຸປະຕິເຫດເພີ່ມຂຶ້ນ ແຕ່ລະໄລຍະເຫັນໄດ້ພຽງເດືອນມັງກອນ ຫາເດືອນພະຈິກ 2016 ມີອຸບັດເຫດເກີດຂຶ້ນທັງໝົດ 1.275 ລາຍ, ມີພາຫະນະເປ່ເພທັງໝົດ 2.543 ຄັນ, ເລັກນ້ອຍ 870 ຄັນ, ສົມຄວນ1.623 ຄັນ, ໃຊ້ການບໍ່ໄດ້ 214 ຄັນ ແລະມີຄົນບາດຈັບທັງໝົດ 1.663 ຄົນ, ເລັກນ້ອຍ 541 ຄົນ, ສົມຄວນ 793 ຄົນ, ສາຫັດ 295 ຄົນ ແລະເສຍຊີວິດ 215 ຄົນ. ເກີດຂຶ້ນຫຼາຍກວ່າໝູ່ແມ່ນເມືອງໄຊທານີ ຮອງລົງມາເມືອງຈັນທະບູລີ, ອຸປະຕິເຫດດັ່ງກ່າວສາເຫດສ່ວນໃຫຍ່ແມ່ນເມົາແລ້ວຂັບ, ແຊງບໍ່ຫວິດ ແລະອື່ນໆ.

ທ່ານຮອງຫົວໜ້າ ພະແນກຕຳຫຼວດຈະລາຈອນນະຄອນຫຼວງ ຍັງຝາກເຖິງພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ໃນການໃຊ້ລົດໃຊ້ຖະໜົນວ່າ: ເພື່ອເປັນການປ້ອງກັນ ແລະຫຼຸດຜ່ອນອຸປະຕິເຫດ ແມ່ນໃຫ້ທຸກຄົນມີສະຕິທຸກຄັ້ງກ່ອນອອກຈາກບ້ານເຊັ່ນ: ກວດເບິ່ງສະພາບລົດ, ເວລາໄປກິນດື່ມຊຸມແຊວບໍ່ຢາກໃຫ້ກິນເກີນຂອບເຂດ, ຍາມຂັບຂີ່ກໍ່ຄວນມີສະຕິລະວັງຕົວຢູ່ສະເໝີ ທັງນີ້ກໍເພື່ອເປັນການຫຼຸດພົ້ນອອກຈາກອຸບັດເຫດ ເພື່ອບໍ່ເປັນການເສຍເວລາໃນການທຳມາຫາກິນ ແລະອື່ນໆ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...