HomeBaby-ແມ່ແລະເດັກພໍ່ແມ່ ແບບໃດທີ່ລູກຢາກໄດ້ຫຼາຍທີ່ສຸດ

ພໍ່ແມ່ ແບບໃດທີ່ລູກຢາກໄດ້ຫຼາຍທີ່ສຸດ

Published on

ທຸກຄົນເມື່ອມີລູກຕ່າງກໍ່ມີຄວາມປາຖະນາອັນດຽວກັນຄື ຢາກໃຫ້ລູກເປັນຄົນໜ້າຮັກທັງນິໃສ ແລະ ໜ້າຕາ ແລະ ຍັງເປັນເດັກນ້ອຍທີ່ສະຫຼາດ ມີຮ່າງກາຍແຂງແຮງສົມບູນ ແຕ່ທ່ານເຄີຍກັບໄປຄິດຕອນທີ່ທ່ານຍັງເປັນເດັກນ້ອຍຢູ່ບໍ່ວ່າ ທ່ານຢາກໄດ້ພໍ່ແມ່ແບບໃດຫຼາຍທີ່ສຸດ ເຊິ່ງຄຳຖາມນີ້ເປັນຄຳຖາມທີ່ໜ້າສົນໃຈ ໃນວັນນີ້ພວກເຮົາເລີຍມີຄຳຕອບໃນເລື່ອງນີ້ຈາກໃຈຂອງເດັກນ້ອຍມາຝາກກັນ

ລູກຢາກໄດ້ພໍ່ແມ່ທີ່ມີເວລາໃຫ້ສະເໝີ 

ຕອນຍັງນ້ອຍ ລູກຢາກໃຫ້ພໍ່ແມ່ເລົ່ານິທານສູ່ຟັງ, ອຸ້ມ, ກອດ, ຫອມແກ້ມ ແລະ ຫຼິ້ນກັບເຂົາ 

ໃນໄວອາຍຸໃຫຍ່ຂຶ້ນມາ ລູກຢາກໃຫ້ພໍ່ແມ່ຮັບຟັງ, ເຂົ້າໃຈ ແລະ ເປັນຜູ້ຊ່ວຍເຫຼືອເມື່ອຍາມທີ່ເຂົາມີບັນຫາ

ເມື່ອກ້າວເຂົ້າສູ່ໄວລຸ້ນ ລູກຢາກໃຫ້ພໍ່ແມ່ຄອຍເປັນກຳລັງໃຈ ເປັນທີ່ປຶກສາ ແລະ ແລກປ່ຽນຄວາມຄິດເຫັນຕ່າງໆດ້ວຍຄວາມເຂົ້າໃຈ

ລູກຢາກໄດ້ພໍ່ແມ່ທີ່ໃຫ້ຄວາມສຸກແກ່ພວກເຂົາ 

ເລື່ອງນີ້ເປັນເລື່ອງສຳຄັນທີ່ເດັກນ້ອຍທຸກຄົນຕ້ອງການຫຼາຍ ພໍ່ແມ່ຄວນສ້າງບັນຍາກາດໃນເຮືອນໃຫ້ມີຄວາມສຸກອົບອຸ່ນ ແລະ ຄວນສົ່ງເສີມລູກໃຫ້ຮຽນໃນສິ່ງທີ່ລູກມັກ ລູກຝັນ ປ່ອຍໂອກາດໃຫ້ລູກໄດ້ຫຼິ້ນຕາມໄວອາຍຸຂອງເຂົາ

ລູກຢາກໄດ້ພໍ່ແມ່ທີ່ຮັກ ແລະ ເຫັນຄຸນຄ່າໃນໂຕລູກ

ພໍ່ແມ່ຄວນສ້າງຄວາມຮູ້ສຶກໃຫ້ກັບລູກຮູ້ເຖິງຄວາມຮັກທີ່ທ່ານມີຕໍ່ພວກເຂົານັ້ນມັນມີຫຼາຍພຽງໃດ ແລະ ໃຫ້ຄຳຊື່ນຊົມໃນເວລາທີ່ລູກເຮັດຄວາມດີ ເພື່ອໃຫ້ລູກຮູ້ເຖິງຄຸນຄ່າຂອງຕົວເອງ

ຈາກທັງສາມຂໍ້ທີ່ກ່າວມາຂ້າງເທິງນີ້ ເປັນສິ່ງທີ່ພໍ່ແມ່ທຸກຄົນສາມາດເຮັດໄດ້ບໍ່ຍາກ ສະນັ້ນ ເພື່ອຄວາມສຸກຂອງລູກ ເຊື່ອເລີຍວ່າຜູ້ເປັນພໍ່ແມ່ຕ້ອງເຮັດໄດ້ແນ່ນອນ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...