Homeຂ່າວເຫດການກົດໝາຍວ່າດ້ວຍເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ໄດ້ນຳສະເໜີກອງປະຊຸມສະພາ

ກົດໝາຍວ່າດ້ວຍເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ໄດ້ນຳສະເໜີກອງປະຊຸມສະພາ

Published on

ເຊົ້າວັນທີ 7 ພະຈິກນີ້, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8, ເພື່ອເປັນແນວທາງໃນການຫັນເປັນທັນສະໄໝເທື່ອລະກ້າວ, ທັງການບໍລິຫານວຽກງານຂອງອົງການຈັດຕັ້ງລັດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານພັດທະນາເສດຖະກິດ-ສັງຄົມ, ພ້ອມທັງຈະຊ່ວຍປັບປຸງການດຳລົງຊີວິດປະຈຳວັນຂອງປະຊາຊົນດີຂຶ້ນ, ຊຶ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ: 12 ພາກ, 7 ໝວດ ແລະ 71 ມາດຕາ, ໂດຍເນັ້ນໃສ່ການຄຸ້ມຄອງກ່ຽວກັບການເຄື່ອນໄຫວທຸລະກິດ, ການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ທັງພາກລັດ ແລະ ເອກະຊົນ, ເພື່ອເປັນທິດທາງໃຫ້ບັນດາຂະແໜງການຕ່າງໆ ນຳໄປຜັນຂະຫຍາຍໃນຂົງເຂດວຽກງານຂອງຕົນ ທັງເປັນການຊຸກຍູ້ສົ່ງເສີມການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານໃນລາວໃຫ້ກ້ວາງຂວາງ, ແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມໃຫ້ກ້າວຂຶ້ນໄປໃນລະດັບສູງ, ເຮັດໃຫ້ປະເທດລາວສາມາດຫລຸດພົ້ນອອກຈາກ ຄວາມດ້ອຍພັດທະນາ ແລະ ກ້າວໄປສູ່ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.

ທ່ານລັດຖະມົນຕີກ່າວຕື່ມວ່າ: ພາຍຫລັງສະພາແຫ່ງຊາດຮັບຮອງແລ້ວ, ກົດໝາຍດັ່ງກ່າວ ຈະສາມາດຕອບສະໜອງໄດ້ຕາມທິດທາງນະໂຍບາຍຂອງພັກຢູ່ໃນມະຕິ 9 ກ່ຽວກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມແຜນພັດທະນາຂະແໜງການເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຕ່ນີ້ຮອດປີ 2020, ນອກນີ້ ຍັງຈະສາມາດຮອງຮັບ ການເຂົ້າເປັນປະຊາຄົມເສດຖະກິດອາຊຽນ, ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ໂດຍຈະເປັນເຄື່ອງມືສຳຄັນ ໃຫ້ແກ່ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຂະແໜງການອື່ນໆ ເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ຊຸກຍູ້ ແລະ ສົ່ງເສີມການລົງທຶນ ເຂົ້າໃນການພັດທະນາໂຄງລ່າງພື້ນຖານ ໃຫ້ນັບມື້ກວ້າງຂວາງ, ມີຄຸນນະພາບ, ມີປະສິດທິຜົນ ແລະ ຍືນຍົງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...