Homeຊີວິດແລະຄວາມຮັກ7 ສິ່ງທີ່ບົ່ງບອກວ່າ ຜູ້ຊາຍຄົນນັ້ນຮັກເຈົ້າແທ້

7 ສິ່ງທີ່ບົ່ງບອກວ່າ ຜູ້ຊາຍຄົນນັ້ນຮັກເຈົ້າແທ້

Published on

ຄວາມຮັກຂອງແຕ່ລະຄົນ ອາດສະແດງອອກແຕກຕ່າງກັນ, ແຕ່ຖ້າຫາກຜູ້ຊາຍສະແດງອອກແບບດັ່ງຕໍ່ໄປນີ້ ແມ່ນຈະບົ່ງບອກວ່າຜູ້ຊາຍຄົນນັ້ນຮັກເຈົ້າແທ້ ແລະໃນອະນາຄົດເຂົາຕ້ອງການໃຫ້ເຈົ້າເປັນຄູ່ຊີວິດ

  1. ບອກຮັກຕະຫຼອດ: ຜູ້ຊາຍທີ່ມັກບອກຄຳວ່າ “ຮັກ” ແມ່ນເຂົາຈະຮັກຜູ້ຍິງຄົນນີ້ຢ່າງຈິງໃຈ, ເພາະຄໍາວ່າ “ຮັກ” ຈະບໍ່ອອກຈາກປາກຜູ້ຊາຍໂດຍງ່າຍ, ຖ້າເຂົາເວົ້າອອກມາສະແດງວ່າເຂົາຮັກເຮົາແທ້,
  2. ແນະນຳໃຫ້ໝູ່ເຂົາຮູ້ຈັກ: ເຂົາຈະພະຍາຍາມພາເຈົ້າອອກໄປພົບໝູ່ຄູ່ຕະຫຼອດ, ແນະນຳໃຫ້ໝູ່ຮູ້ຈັກສະເໝີວ່າເປັນແຟນຂອງເຂົາ, ຖ້າເຂົາເຮັດແບບນີ້ສະແດງວ່າເຂົາຮັກເຈົ້າແທ້ ເພາະເຂົາພ້ອມທີ່ຈະເປີດເຜີຍເຈົ້າກັບທຸກຄົນແລ້ວ
  3. ບອກຄວາມລັບໃຫ້ເຈົ້າຮູ້ທຸກຢ່າງ: ບໍ່ວ່າຈະມີເລື່ອງໃດກໍຕາມ ເຂົາຈະບໍ່ມີຄວາມລັບກັບເຈົ້າ, ພະຍາຍາມບອກໃຫ້ເຈົ້າຮູ້, ເຂົາບໍ່ຢາກປິດລັບກັບເຈົ້າ ເພາະເຂົາໄວ້ໃຈໃນຄວາມຮັກທີ່ມີກັບເຈົ້າ, ເຂົາຈະເວົ້າທັງເລື່ອງໃນອະດີດ, ປັດຈຸບັນໃຫ້ເຈົ້າຟັງທຸກຢ່າງ
  4. ແນະໃຫ້ຄອບຄົວເຂົາຮູ້ຈັກກັບເຈົ້າ: ເມື່ອຜູ້ຊາຍເຂົາຮັກເຮົາແທ້ ເຂົາຈະພາເຈົ້າໄປແນະນຳໃຫ້ຄອບຄົວເຂົາຮູ້ຈັກເຈົ້າຢ່າງເປັນທາງການ, ເພາະຜູ້ຊາຍກໍຕ້ອງການຈະພາຜູ້ຍິງທີ່ດີທີສຸດສຳລັບເຂົາ ໄປແນະນຳໃຫ້ພໍ່ແມ່ ແລະຄອບຄົວໄດ້ຮູ້ຈັກ ເພາະນີ້ແມ່ນສິ່ງສຳຄັນໃນອັນດັບທຳອິດທີ່ຈະສ້າງຄວາມສຳພັນໃນຄວາມຮັກ
  5. ຫຶງ, ຫວງ ແລະຫ່ວງ: ຜູ້ຊາຍທີ່ຮັກຜູ້ຍິງຄົນໃດໜຶ່ງທີ່ຈິງໃຈ ເຂົາຈະຫຶງ, ຈະຫວງແຟນຕົວເອງ, ບໍ່ຢາກໃຫ້ແຟນຕົນເອງໄປຫຍຸ້ງກັບຄົນອື່ນເກີນໄປ ແລະເມື່ອຢູ່ໄກກັນ ຫຼືແຟນບໍ່ສະບາຍກໍຈະເປັນຫ່ວງ ຢາກຢູ່ໃກ້ໆ
  6. ຮັກດຽວໃຈດຽວ: ເປັນສິ່ງທີ່ຜູ້ຍິງຢາກໃຫ້ຜູ້ຊາຍເປັນຫຼາຍທີ່ສຸດ ເພາະການຊື່ສັດ ຮັກດຽວໃຈດຽວເປັນສິ່ງທີ່ສຳຄັນ, ເພາະຜູ້ຍິງສ່ວນຫຼາຍຍອມຮັບບໍ່ໄດ້ເມື່ອແຟນຕົນເອງມີກິ໊ກ, ຖ້າຫາກແຟນຕົນເອງຫາກຮັກດຽວໃຈດຽວ ກໍສະແດງວ່າຜູ້ຊາຍຄົນນັ້ນຮັກເຈົ້າແທ້, ເຂົາຈະບໍ່ເສຍເວລາໄປຫຍຸ້ງກ່ຽວກັບຜູ້ຍິງຄົນອື່ນເດັດຂາດ
  7. ຊື້ຂອງຂວັນໃຫ້: ຜູ້ຊາຍທີ່ຮັກແຟນຫຼາຍ ເຂົາຈະຊື້ຂອງຂວັນໃຫ້ຢູ່ສະເໝີ, ບາງຄົນຊື້ກໍເພື່ອສະແດງນໍ້າໃຈ ເພື່ອເຮັດໃຫ້ແຟນຂອງຕົນເອງມີຄວາມສຸກ ແລະຂອງຂວັນຈຳນວນນັ້ນ ເຂົາກໍຄິດວ່າແຟນຕົນເອງຈະຮັກສາໄວ້ຢ່າງດີ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...