spot_img
Homeຂ່າວຕ່າງປະເທດທ້ຽວບິນລະທຶກ ຜູ້ໂດຍສານຕີກັນເທິງເຮືອບິນ ວຸ້ນວາຍຈົນໄດ້ລົງຈອດສຸກເສີນ

ທ້ຽວບິນລະທຶກ ຜູ້ໂດຍສານຕີກັນເທິງເຮືອບິນ ວຸ້ນວາຍຈົນໄດ້ລົງຈອດສຸກເສີນ

Published on

ເມື່ອວັນທີ 5 ພະຈິກ 2016 ທີ່ຜ່ານມາ ເວັບໄຊເດິຊັນ ລາຍງານວ່າ ເທິງເຮືອບິນຂອງສາຍການບິນໄຣອັນແອຣ໌ ທ້ຽວບິນຈາກກຸງບຣັສເຊລ ປະເທດເບລຢຽມ ປາຍທາງສູ່ປະເທດ ມອລຕາ ເກີດເຫດຜູ້ໂດຍສານອາລະວາດຜິດກັນຢ່າງຢ່າງຮຸນແຮງ

ເຫດການດັ່ງກ່າວໄດ້ເລີ່ມຕົ້ນຂຶ້ນເມື່ອມີຍິງອາຍຸສູງຄົນໜຶ່ງປັບຕັ່ງນັ່ງຜູ້ໂດຍສານ ແລ້ວນາງຖືກຜູ້ ຊາຍຄົນໜຶ່ງຕົບເຂົ້າທີ່ຫົວ ຜູ້ຍິງຄົນນັ້ນຈິ່ງຮ້ອງຂຶ້ນວ່ານາງຖືກຕີ ແລ້ວມີກຸ່ມຜູ້ຊາຍຈຳນວນໜຶ່ງບໍ່ພໍໃຈ ລຸກມາ ຈາກບ່ອນນັ່ງເພື່ອສອບຖາມ ແລະ ເລີ່ມມີປາກສຽງຜິດຖຽງກັນ ຈາກນັ້ນກໍ່ມີຜູ້ຊາຍຊາວເບລຢຽມອີກສອງຄົນລຸກຂຶ້ນມາເບິ່ງເພື່ອໄກ່ເກ່ຍ ແລະ ຈາກການເຈລະຈາກໍ່ປ່ຽນເປັນການຖົກຖຽງກັນຈົນວຸ້ນວາຍ ກຸ່ມຜູ້ຊາຍໄດ້ເລີ່ມຊົກຕີກັນ ແລ້ວມີພະນັກ ງານຕ້ອນຮັບເທິງເຮືອບິນໄດ້ອອກມາຫ້າມ ແລະ ແຍກຜູ້ໂດຍສານອອກຈາກກັນ ແຕ່ກໍ່ຖືກຜູ້ໂດຍສານຕົບເຂົ້າໜ້າຢ່າງເຕັມໆ ເຫດການໄດ້ເລີ່ມຮ້າຍແຮງຂຶ້ນເລື່ອຍໆ ເພາະກຸ່ມຄົນຜູ້ໂດຍສານທີ່ໂວຍວາຍ ຈະເປີດປະຕູເຮືອບິນ ໂດຍເຫດການນີ້ໄດ້ເຮັດໃຫ້ຜູ້ໂດຍສານທັງລຳຢູ່ໃນສະພາບວິຕົກກັງວົນ ທັງເຈົ້າໜ້າທີ່ຕ້ອນຮັບເທິງເຮືອບິນ ແລະ ຜູ້ໂດຍສານຈຳນວນຫຼາຍຄົນໄດ້ພາກັນລຸກໄປຢືນບັງປະຕູໄວ້ ເພື່ອບໍ່ໃຫ້ກຸ່ມຜູ້ທີ່ກໍ່ເຫດວຸ້ນວາຍໄປທີ່ປະຕູໄດ້ ເມື່ອເຫດ ການເປັນແບບນີ້ກັບຕັນທີມ ຈິ່ງຕັດສິນໃຈລົງຈອດສຸກເສີນທີ່ສະໜາມບິນໃນເມືອງ ປີຊ່າ ປະເທດ ອີຕາລີ

ສຳລັບຄົນທີ່ກໍ່ເຫດຄວາມວຸ້ນວາຍເທິງເຮືອບິນໃນຄັ້ງນີ້ໄດ້ຖືກເຈົ້າໜ້າຕຳຫຼວດທີ່ຈັບຕົວໄປດຳເນີນຄະດີໃນຂໍ້ຫາ ສ້າງຄວາມວຸ້ນວາຍເທິງເຮືອບິນ ເປັນທີ່ຮຽບຮ້ອຍແລ້ວ

ຄລິບໃນຂ່າວນີ້ຖ່າຍໂດຍ ທອມມີ່ ແອງເກເຣີ ວິຊະວະກອນຊາວມອລຕາ ໜຶ່ງໃນຜູ້ໂດຍສານ


ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...