Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 6 ພະຈິກ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 6 ພະຈິກ

Published on

ວັນທີ 6 ພະຈິກ ປີ 1997 ຫຼືມື້ນີ້ເມື່ອ 19 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Bloody Roar ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ໂດຍຊີຣີ Bloody Roar ເປັນເກມແນວໄຟຕິ້ງທີ່ມີຄວາມແຕກຕ່າງຈາກເກມໄຟຕິ້ງຊີຣີອື່ນໆບ່ອນທີ່ໂຕລະຄອນທຸກໂຕຈະສາມາດແປງຮ່າງເປັນສັດປ່າຊະນິດຕ່າງໆໄດ້ ເຊິ່ງເມື່ອຢູ່ໃນຮ່າງສັດປ່າ ຫຼື Beast Mode ແລ້ວກໍຈະມີພະລະກຳລັງແລະຄວາມໄວທີ່ສູງຂຶ້ນ, ມີທ່າໄມ້ຕາຍໃໝ່ໆໃຫ້ໃຊ້ ແລະສາມາດຟື້ນພະລັງຊີວິດໄດ້ບາງສ່ວນ. ສຳລັບເກມ Bloody Roar ນີ້ໄດ້ມີການພັດທະນາລົງໃຫ້ກັບ 2 ແພລັດຟອຣ໌ມໄດ້ແກ່: ຕູ້ອາເຂດແບບຢອດຫຼຽນ ແລະເຄື່ອງ PS1. ໂດຍເວີຊັ່ນ PS1 ຈະເປັນການພັດທະນາໂດຍບໍລິສັດ Hudson Soft (ທີ່ເຄີຍມີຜົນງານພັດທະນາເກມດັງໆມາແລ້ວຄື Bomberman ເປັນຕົ້ນ)

ພລ໋ອດເລື່ອງຂອງ Bloody Roar ຈະກ່າວເຖິງກຸ່ມອາການທີ່ເອີ້ນວ່າ: Zoanthropes ທີ່ໝາຍເຖິງຄົນທີ່ໄດ້ຮັບພະລັງຈາກສັດປ່າແຕ່ຍັງມີສະຕິປັນຍາຂອງມະນຸດຫຼົງເຫຼືອຢູ່ເຊິ່ງ ຢູໂກະ ໂອກາມິ (Yugo Ogami) ພະເອກຂອງເກມທີ່ມີອາການ Zoanthropes ໄດ້ພະຍາຍາມຄົ້ນຫາຄວາມຈິງກ່ຽວກັບການຕາຍຂອງພໍ່ຕົນເອງ, ໂດຍພໍ່ຂອງຢູໂກະນັ້ນເປັນທະຫານຮັບຈ້າງທີ່ຖືກແຈ້ງໃນຕອນທຳອິດວ່າເສຍຊີວິດໃນການຕໍ່ສູ້ທີ່ປະເທດໃນແຖບອາເມຣິກາໃຕ້ ຢູໂກະຈຶ່ງອອກຊອກຫາ ກາໂດ (Gadou) ທີ່ເປັນຜູ້ລອດຊີວິດພຽງຄົນດຽວຈາກການຕໍ່ສູ້ໃນຄັ້ງນັ້ນ ໃນທີ່ສຸດຢູໂກະກໍຮູ້ຄວາມຈິງວ່າພໍ່ຂອງຕົນກໍເປັນ 1 ໃນຜູ້ທີ່ມີອາການ Zoanthropes ທີ່ລຸກຂຶ້ນມາຕໍ່ຕ້ານບໍລິສັດ Tyron ທີ່ຄຶດຫາປະໂຫຍດຈາກກຸ່ມຜູ້ທີ່ເປັນອາການດັ່ງກ່າວ ແລະຖືກສັງຫານແບບໂຫດ ລາວເລີຍຕັ້ງປະຕິຍານວ່າຈະລ້າງບາງຄົນຊົ່ວດ້ວຍພະລັງທີ່ໄດ້ຮັບສືບທອດຈາກພໍ່ໃຫ້ໄດ້. 

Fact ເລັກນ້ອຍກ່ຽວກັບເກມ Bloody Roar

  • Bloody Roar ພາກທຳອິດຂ້ອນຂ້າງໄດ້ຮັບຄະແນນວິຈານຢູ່ໃນເກນລະຫວ່າງພໍໃຊ້ເຖິງດີ ຄ່າສະເລ່ຍຂອງຄະແນນຈາກຫຼາຍໆສຳນັກຈະຢູ່ທີ່ປະມານ 70-75% ເຊິ່ງຄວາມເຫັນຕ່າງໆຂອງນັກຣີວິວຈະແນມວ່ານີ້ເປັນເກມໄຟຕິ້ງທີ່ເໝາະກັບຜູ້ຫຼິ້ນທີ່ບໍ່ແມ່ນແຟນເກມໄຟຕິ້ງມາແຕ່ທຳອິດ ເພາະໂຕເກມແທບບໍ່ມີອົງປະກອບຂອງຄວາມເປັນເກມໄຟຕິ້ງຮາຣ໌ດຄໍເລີຍ (ຊ່ວງນັ້ນສາຍຮາຣ໌ດຄໍຈະໄປທາງ Street Fighter, Tekken ຫຼື The King of Fighters ຫຼາຍກວ່າ)

  • ເກມນີ້ໃນເວີຊັ່ນຕູ້ອາເຂດຢອດຫຼຽນທີ່ເປີດໃຫ້ບໍລິການໃນທະວີບອາເມຣິກາເໜືອຈະໃຊ້ຊື່ເກມວ່າ Beastorizer ເຊິ່ງກໍມີພຽງພາກທຳອິດເທິງແພລັດຟອຣ໌ມດັ່ງກ່າວເທົ່ານັ້ນທີ່ໃຊ້ຊື່ນີ້, ໂດຍທາງ Raizing ແລະ Hudson Soft ທີ່ຮ່ວມພັດທະນາເກມນີ້ໃນຄົນລະແພລັດຟອຣ໌ມໄດ້ຫາຈຸດຮ່ວມກັນວ່າໃຊ້ຊື່ Bloody Roar ໃນການວາງຈຳໜ່າຍທັງແພລັດຟອຣ໌ມຕູ້ອາເຂດແລະ PS1 ໄປເລີຍເພາະຊື່ຈື່ງ່າຍກວ່າ.

  • ພາກສຸດທ້າຍຂອງຊີຣີນີ້ໄປຢຸດຢູ່ທີ່ Bloody Roar 4 ໂດຍວາງຈຳໜ່າຍເທິງເຄື່ອງ PS2 ເມື່ອທ້າຍປີ 2003 ແລະກໍບໍ່ມີການເຮັດພາກຕໍ່ມາອີກເລີຍ ເນື່ອງຈາກຍອດຂາຍມີແຕ່ຫຼຸດລົງນັ້ນເອງ.

  ຈົນສຸດທ້າຍຊີຣີນີ້ກໍດັບສະໜິດໄປເລີຍເມື່ອທາງ Hudson Soft ຖືກເທກໂອເວີ້ໄປໂດຍບໍລິສັດ Konami ຕັ້ງແຕ່ປີ 2013.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...