Homeປ່ອງຢ້ຽມດວງດາວຫ້າມພາດຊົມປະກົດການ "ຊຸບເປີ້ມູນ" ເດືອນໃຫຍ່ທີ່ສຸດໃນຮອບ 70 ປີ

ຫ້າມພາດຊົມປະກົດການ “ຊຸບເປີ້ມູນ” ເດືອນໃຫຍ່ທີ່ສຸດໃນຮອບ 70 ປີ

Published on

ອົງການບໍລິຫານການບິນ ແລະ ອາວະກາດແຫ່ງສະຫະລັດ ຫຼື ນາຊາ ເປີດເຜີຍວ່າ ໃນຄ່ຳຄືນຂອງວັນທີ 14 ພະຈິກ 2016 ຈະເກີດປະກົດການ ຊຸບເປີ້ມູນ ຫຼື ປະກົດການເດືອນຍັກ ແລະ ຢູ່ໃນໄລຍະໃກ້ໂລກຫຼາຍທີ່ສຸດ ໃນສັດຕະວັດທີ 21 ແລະ ໃນຄັ້ງນີ້ຍັງເປັນຊຸບເປີ້ມູນທີ່ໃຫຍ່ທີ່ສຸດໃນຮອບ 70 ປີ ນັບຕັ້ງແຕ່ເດືອນເຂົ້າໃກ້ໂລກທີ່ສຸດເມື່ອປີ 1946 ຫຼື 68 ປີກ່ອນ ໂດຍຄັ້ງນີ້ດວງເດືອນຈະຫ່າງຈາກໂລກພຽງ 48,280 ກິໂລແມັດເທົ່ານັ້ນ. 

ຄຳແນະນຳສຳລັບຄົນທີ່ຕ້ອງການຈະເບິ່ງປະກົດການນີ້ ຄວນຫາສະຖານທີ່ທີ່ເໝາະສົມເຊັ່ນ: ມີຄວາມມືດ ປາສະຈາກແສງລົບກວນ ເພາະຈະເຮັດໃຫ້ເຫັນດວງເດືອນໄດ້ຊັດເຈນຂຶ້ນ ແຕ່ຫາກທ່ານໃດພາດຊົມປະກົດການ ຊຸບເປີ້ມູນ ໃນຄັ້ງນີ້ຕ້ອງລໍຖ້າໄປອີກ 18 ປີຕໍ່ໜ້າ

ຂ່າວຈາກ: http://news.mthai.com/hot-news/world-news/530588.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...