spot_img
Homeຂ່າວຕ່າງປະເທດລັດຖະບານມຽນມາສົ່ງເສີມປະຊາຊົນລາຍງານບັນຫາສໍ້ລາດບັງຫຼວງ

ລັດຖະບານມຽນມາສົ່ງເສີມປະຊາຊົນລາຍງານບັນຫາສໍ້ລາດບັງຫຼວງ

Published on

ລັດຖະບານມຽນມາໄດ້ອອກມາດຕະການສົ່ງເສີມໃຫ້ປະຊາຊົນລາຍງານໃນກໍລະນີທີ່ພົບເຫັນເຈົ້າໜ້າທີ່ລັດ ສໍ້ລາດບັງຫຼວງໃນວັນທີ 2 ພະຈິກນີ້ ເພື່ອເພີ່ມທະວີການຕ້ານການຮັບສິນບົນແລະບັນຫາສໍ້ລາດບັງຫຼວງ.

ຫ້ອງການທີ່ປຶກສາແຫ່ງລັດມຽນມາເປີດເຜີຍໃນມື້ດັ່ງກ່າວວ່າ: ຈະຮັບການລາຍງານແລະຮັກສາຄວາມລັບ ເພື່ອປົກປ້ອງຄວາມປອດໄພຂອງຜູ້ລາຍງານ. ຂະນະດຽວກັນກໍເປີດເຜີຍວ່າ: ປະຊາຊົນທຸກຄົນລ້ວນແຕ່ມີສິດລາຍງານໂດຍການສົ່ງຈົດໝາຍຫຼືອີເມວ; ສຳລັບກໍລະນີທີ່ເຈົ້າໜ້າທີ່ລັດຖະບານສ້າງຜົນກະທົບຕໍ່ປະຊາຊົນຢ່າງໜັກໜ່ວງນັ້ນຈະໄດ້ຮັບບຸລິມະສິດແກ້ໄຂກ່ອນ.

ຫຼັງລັດຖະບານມຽນມາຊຸດໃໝ່ຂຶ້ນກຳອຳນາດກໍສຸມໃສ່ຕ້ານບັນຫາສໍ້ລາດບັງຫຼວງລວມທັງການຫ້າມບໍ່ໃຫ້ເຈົ້າໜ້າທີ່ໃນຄະນະລັດຖະບານ, ເຈົ້າໜ້າທີ່ແລະພະນັກງານສັນຍາຈ້າງຂອງພາກສ່ວນລັດຖະບານຮັບສິນບົນ. ຂະນະທີ່ທຳນຽບປະທານາທິບໍດີມຽນມາເປີດເຜີຍໃນວັນທີ 1 ເມສາຜ່ານມາໂດຍຫ້າມບໍ່ໃຫ້ເຈົ້າໜ້າທີ່ລັດຖະບານຮັບສິນບົນທີ່ມີມູນຄ່າຫຼາຍກວ່າ 25,000 ຈາດ (ປະມານ 19 ໂດລາສະຫະລັດ) ຢ່າງເດັດຂາດ.

ຂ່າວຈາກ: ສຳນັກຂ່າວ ເອບີຊີ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...