spot_img
Homeຂ່າວການພັດທະນາເສັ້ນທາງດົງໂດກ-ໜອງບຶກລົງມືກໍ່ສ້າງແລ້ວ

ເສັ້ນທາງດົງໂດກ-ໜອງບຶກລົງມືກໍ່ສ້າງແລ້ວ

Published on

ພາຍຫຼັງທີ່ຄວາມຮຽກຮ້ອງຕ້ອງການຈາກສັງຄົມໃນການກໍ່ສ້າງເສັ້ນທາງດົງໂດກ-ໜອງບຶກມາເປັນເວລາຫຼາຍປີ ໃນທີ່ສຸດເສັ້ນທາງດັ່ງກ່າວກໍໄດ້ຖືກລົງມືກໍ່ສ້າງແລ້ວໃນອາທິດທີ່ຜ່ານມາ.

ເຊົ້າມື້ນີ້, ວັນທີ 4 ພະຈິກ 2016 ທ່ານ ນ້ອຍ ຫົວໜ້າວິຊາການຂອງໂຄງການກໍ່ສ້າງດັ່ງກ່າວໄດ້ໃຫ້ສຳພາດແກ່ນັກຂ່າວລາວໂພສຕ໌ພວກເຮົາວ່າ ການກໍ່ສ້າງເສັ້ນທາງດົງໂດກ-ໜອງບຶກ ເຊິ່ງມີຄວາມຍາວ 9.370 ກິໂລແມັດ, ຄວາມກວ້າງ 28 ແມັດ, ມີດອນເຄິ່ງກາງ, ມີທາງຍ່າງ, ມີທາງລົດແລ່ນເບື້ອງລະ 10 ແມັດ, ມີທໍ່ລະບາຍນໍ້າ ແລະ ລະບົບໄຟເຍືອງທາງຄົບຊຸດ. ໄລຍະເວລາກໍ່ສ້າງ 2 ປີ . ພະແນກໂຍທາທິການນະຄອນຫຼວງເປັນເຈົ້າຂອງໂຄງການ ແລະ ບໍລິສັດ ຕັງຈະເລີນ ກໍ່ສ້າງ. ປັດຈຸບັນແມ່ນຢູ່ໃນຂັ້ນຕອນການເຄຍພື້ນທີ່.

ທ່ານ ນ້ອຍ
ຈາກຊ່າຍໄປຂວາ ທ່ານ ນ້ອຍ ຫົວໜ້າວິຊາການປະຈໍາໂຄງການ, ທີ່ປຶກສາໂຄງການຈາກພະແນກ ຍທຂ ນະຄອນຫຼວງ

ທ່ານ ນ້ອຍ ຫົວໜ້າວິຊາການປະຈໍາໂຄງການຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ທີ່ມີເຮືອນ ຫຼືຫ້ອງຫໍທີ່ຕິດກັບເສັ້ນທາງແມ່ນໃຫ້ຍົກຍ້າຍອອກ ພ້ອມທັງຮຽກຮ້ອງໃຫ້ຜູ້ສັນຈອນໃຫ້ຄວາມຮ່ວມມື ໃນການຫຼີກເວັ້ນການໃຊ້ເສັ້ນທາງໃນເວລາກໍ່ສ້າງ ເພື່ອອໍານວຍຄວາມສະດວກໃນການກໍ່ສ້າງ ແລະ ໃຫ້ສໍາເລັດຕາມໄລຍະເວລາທີ່ກໍານົດ.

ນ. ພຸດ ວັນນະຄອນ ປະຊາຊົນບ້ານໜອງະຍາ ໄດ້ກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ເສັ້ນທາງດົງໂດກ-ໜອງບຶກໄດ້ຮັບການລົງມືກໍ່ສ້າງແລ້ວ ເພາະວ່າກ່ອນໜ້ານີ້  ເສັ້ນທາງນີ້ແມ່ນມີຄວາມເປ່ເພຫຼາຍ, ຍາມຝົນກໍກາຍເປັນບວກນໍ້າ, ຍາມແລ້ງກໍເຕັມແຕ່ຂີ້ຝຸ່ນ ເຊິ່ງເຮັດໃຫ້ການສັນຈອນໄປມາພົບຄວາມລໍາບາກ.

ນ . ພຸດ
ນ. ພຸດ ວັນນະຄອນ ປະຊາຊົນບ້ານໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ

ໃນໂອກາດດຽວກັນນີ້ ຜູ້ກ່ຽວຍັງໄດ້ຮຽກຮ້ອງມາຍັງພະແນກໂຍທະທິການ-ຂົນສົ່ງນະຄອນຫຼວງວຽງຈັນ ໃຫ້ຮີບຮ້ອນສ້ອມແປງເສັ້ນທາງແຕ່ບ້ານຫ້ວຍຫົງຫາໂຮງໝໍແມ່-ເດັກເກີດໃໝ່ສູນກາງ ບ້ານໜອງພະຍາ ເພື່ອອໍານວຍຄວາມສະດວກໃນການເດີນທາງໄປໃຊ້ບໍລິການໂຮງໝໍຂອງແມ່-ເດັກນ້ອຍ ແລະເປັນທາງເວັ້ນຂອງຜູ້ສັນຈອນໃນເວລາເສັ້ນທາງດົງໂດກ-ໜອງບຶກກຳລັງມີການກໍ່ສ້າງ.

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...