Homeອຸບັດເຫດແລະປາກົດການຫຍໍ້ທໍ້ການປອມແປງທະບຽນລົດ ປະກົດມີແຜ່ຫລາຍ ເຈົ້າໜ້າທີ່ເຕືອນ ຊື້ລົດມືສອງໃຫ້ກວດຂໍ້ມູນລະອຽດ!

ການປອມແປງທະບຽນລົດ ປະກົດມີແຜ່ຫລາຍ ເຈົ້າໜ້າທີ່ເຕືອນ ຊື້ລົດມືສອງໃຫ້ກວດຂໍ້ມູນລະອຽດ!

Published on

ຕາມຂໍ້ມູນຈາກ ກອງຄຸ້ມຄອງພາຫະນະ, ກະຊວງໂຍທາທິການ ແລະ ຂົນສົ່ງ ເຫັນວ່າ ມີພາຫະນະເປັນຈໍານວນຫລາຍທີ່ບໍ່ໄດ້ມາຂຶ້ນທະບຽນຖືກຕ້ອງຕາມລະບຽບກົດໝາຍ, ຊຶ່ງໃນຈໍານວນນີ້ ກໍມີພາຫະນະລັກລອບນໍາເຂົ້າແບບບໍ່ຖືກຕ້ອງ ລວມຢູ່ນໍາເປັນຈໍານວນບໍ່ໜ້ອຍ ແລະ ກໍ່ໃຫ້ເກີດປະກົດການ ປອມແປງປ້າຍທະບຽນຢ່າງແຜ່ຫລາຍ. ດັ່ງກໍລະນີເກີດຂຶ້ນເມື່ອບໍ່ດົນນີ້, ພາຍຫລັງມີ
ປະຊາຊົນ ໄດ້ເຜີຍແຜ່ຮູບລົດໂຕໂຍຕາ ຟໍຈູນເນີ ສີຂາວ ແລະ ລົດເກງຮຸນໄດອີແລນຕາສີດໍາ ທີ່ມີປ້າຍທະບຽນ ລລ 1010 ກໍາແພງນະຄອນຄືກັນ ລົງໃນສື່ສັງຄົມອອນລາຍ, ກໍໄດ້ເກີດມີການວິຈານຈາກສັງຄົມຢ່າງກວ້າງຂວາງ.

ທ່ານຮອງຫົວໜ້າກົມຈະລາຈອນ ພັນໂທ ກົງສີ ສຸວັນນະຕຸ້ມ ໄດ້ອອກມາຢືນຢັນວ່າ ຜ່ານການກວດກາຂອງເຈົ້າໜ້າທີ່ເຫັນວ່າ ລົດເກງຮຸນໄດປ້າຍເລກທະບຽນ ລລ 1010 ກຳແພງນະຄອນ ແມ່ນມີຂໍ້ມູນຢູ່ໃນແຜນຜະລິດປ້າຍຂອງ ກົມຕຳຫລວດຈະລາຈອນ ແລະ ເອກະສານຖືກຕ້ອງຕາມລະບຽບກົດໝາຍ, ສ່ວນລົດໂຕໂຍຕາຟໍຈູນເນີ ປ້າຍເລກທະບຽນທີ່ຄືກັນ ແມ່ນບໍ່ຖືກຕ້ອງຕາມກົດໝາຍ, ພ້ອມທັງແຈ້ງໃຫ້ຕຳຫລວດຈະລາຈອນທົ່ວປະເທດ ຖ້າພົບເຫັນລົດໂຕໂຍຕາຟໍຈູນເນີສີຂາວ ໝາຍເລກທະບຽນ ລລ 1010 ກຳແພງນະຄອນ ແມ່ນໃຫ້ຢຶດ ແລະ ກັກຕົວຜູ້ຂັບຂີ່ ມາດຳເນີນການສືບສວນ-ສອບສວນ, ນອກຈາກນີ້ ຖ້າປະຊາຊົນເຂດໃດຫາກພົບເຫັນລົດຄັນດັ່ງກ່າວ ກໍສາມາດແຈ້ງເຈົ້າໜ້າທີ່ລົງໄປແກ້ໄຂໂດຍໄວ.

ທ່ານຮອງຫົວໜ້າກົມຈະລາຈອນ ໃຫ້ຮູ້ຕື່ມວ່າ ນັບແຕ່ທ້າຍປີ 2016 ມານີ້, ໄດ້ມີປະຊາຊົນແຈ້ງຕໍ່ກົມຕຳຫລວດຈະລາຈອນ ກ່ຽວກັບເລື່ອງປ້າຍລົດຕົກເຮ່ຍ ແລະ ຖືກລັກທັງໝົດ 623 ຄັນ, ໃນນັ້ນປ້າຍລົດ 2 ລໍ້ຕົກເຮ່ຍຈຳນວນ 230 ຄັນ, ລົດ 4 ລໍ້ມີ 374 ຄັນ ແລະ ລົດ 6 ລໍ້ມີ 19 ຄັນ ແລະ ມີປ້າຍທີ່ຖືກລັກທັງໝົດ 138 ຄັນ, ຈາກບັນຫາດັ່ງກ່າວ ຈຶ່ງເຮັດໃຫ້ເກີດມີປ້າຍລົດຊ້ຳຊ້ອນກັນ ໃນນະຄອນຫລວງວຽງຈັນ ກໍຄືທົ່ວປະເທດເປັນຈໍານວນບໍ່ໜ້ອຍ, ພ້ອມທັງຮຽກຮ້ອງມາຍັງຜູ້ທີ່ຈະຊື້ລົດທຸກຊະນິດ, ໂດຍສະເພາະລົດມືສອງ ແມ່ນໃຫ້ມີສະຕິໃນການກວດກາຂໍ້ມູນ ຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ຫລື ພະແນກໂຍທາທິການ ແລະ ຂົນສົ່ງໃນທົ່ວປະເທດ ເພື່ອຮັບປະກັນເອກະສານລົດຖືກຕ້ອງ, ເນື່ອງຈາກປັດຈຸບັນ ມີຄົນບໍ່ດີຈຳນວນໜຶ່ງ ໄດ້ນຳລົດບໍ່ຖືກຕ້ອງເຂົ້າມາຈໍາໜ່າຍ ແລະ ນຳໃຊ້ຢູ່ໃນປະເທດເຮົາ ແລະ ໄດ້ປອມແປງປ້າຍທະບຽນເປັນຈໍານວນບໍ່ໜ້ອຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...