Homeຂ່າວຕ່າງປະເທດອາເມຣິກາ ຈະສົ່ງລະບົບປ້ອງກັນຂີປະນາວຸດ THAAD ເຂົ້າປະຈຳການຢູ່ເກົາຫລີໃຕ້ ໃນອີກ 8-10 ເດືອນ

ອາເມຣິກາ ຈະສົ່ງລະບົບປ້ອງກັນຂີປະນາວຸດ THAAD ເຂົ້າປະຈຳການຢູ່ເກົາຫລີໃຕ້ ໃນອີກ 8-10 ເດືອນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ພະຈິກນີ້ວ່າ ທ່ານ ພົນເອກ ວິນເຊນ ບຣູກສ໌ ຜູ້ບັນຊາການທະຫານ ສະຫະລັດອາເມຣິກາ ປະຈຳເກົາຫລີໃຕ້ ໄດ້ຖະແຫລງວ່າ ລະບົບປ້ອງກັນຂີປະນາວຸດໃນບັນຊາກາດຊັ້ນສູງ (Terminal High Altitude Area Defense) ຫລື THAAD ຈະຖືກສົ່ງເຂົ້າມາຕິດຕັ້ງຢູ່ເກົາຫລີໃຕ້ ພາຍໃນອີກ 8-10 ເດືອນຂ້າງໜ້ານີ້ ໂດຍທ່ານໄດ້ກ່າວວ່າ ການນຳອາວຸດທາງຍຸດທະສາດ ເຂົ້າມາໝູນວຽນປະຈຳການເທິງແຫລມເກົາຫລີ ຈະຊ່ວຍປ້ອງກັນເກົາຫລີເໜືອ ບໍ່ໃຫ້ມີພຶດຕິກຳຍຸແຍ່ສ້າງສະຖານະການ ແລະ ລະບົບ THAAD ທີ່ຈະຖືກສົ່ງມາເກົາຫລີໃຕ້ນີ້ ຈະມີຂະໜາດທີ່ໃຫຍ່ກວ່າ ລະບົບທີ່ນຳໃຊ້ປ້ອງກັນເກາະກວມຂອງອາເມຣິກາ ອີກດ້ວຍ.

ທັງນີ້ ສະຫະລັດອາເມຣິກາ ແລະ ລັດຖະບານເກົາຫລີໃຕ້ ໄດ້ບັນລຸຂໍ້ຕົກລົງກັນ ຈັດສົ່ງລະບົບ THAAD ເຂົ້າມາປະຈຳການຢູ່ເກົາຫລີໃຕ້ ເພື່ອປ້ອງກັນໄພຄຸກຄາມ ຈາກລູກສອນໄຟຂອງເກົາຫລີເໜືອ, ແນວໃດກໍຕາມ ການນຳເອົາລະບົບດັ່ງກ່າວນີ້ເຂົ້າມາ ໄດ້ສ້າງຄວາມບໍ່ພໍໃຈຕໍ່ຈີນ, ຣັດເຊຍ ແລະ ແນ່ນອນ ແມ່ນຕໍ່ກັບເກົາຫລີເໜືອເອງ ທີ່ຖືການເຄື່ອນໄຫວດັ່ງກ່າວນີ້ ຍິ່ງເປັນການເທນ້ຳມັນໃສ່ກອງໄຟ ຕໍ່ກັບສະຖານະການເຄັ່ງຕຶງຢູ່ແຫລມເກົາຫລີ.

artTHAAD

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...