Homeຂ່າວຕ່າງປະເທດຈີນ-ຣັດເຊຍ ຈັບມືລົງທຶນຄົນລະເຄິ່ງ ຜະລິດເຮືອບິນໂດຍສານ ແຂ່ງໂບອິ້ງ 787 ແລະ ແອບັສ A350

ຈີນ-ຣັດເຊຍ ຈັບມືລົງທຶນຄົນລະເຄິ່ງ ຜະລິດເຮືອບິນໂດຍສານ ແຂ່ງໂບອິ້ງ 787 ແລະ ແອບັສ A350

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ພະຈິກຜ່ານມານີ້ວ່າ ຈີນ ແລະ ຣັດເຊຍ ໄດ້ເສີມຂະຫຍາຍການຮ່ວມມືດ້ານການບິນ ລະຫວ່າງສອງປະເທດ ໂດຍບໍລິສັດ Commercial Aircraft Corporation of China ຫລື COMAC ຊຶ່ງເປັນລັດວິສາຫະກິດຂອງຈີນ ໄດ້ຮ່ວມມືກັນກັບ ບໍລິສັດ United Aircraft Corporation ຫລື UAC ຂອງຣັດເຊຍ ທຳການເປີດແບບສະແດງຈຳລອງ ເຮືອບິນໄອພົ່ນລຳຕົວກວ້າງ ເດີນທາງໄລຍະໄກ ໂດຍທີ່ຍັງບໍ່ທັນໄດ້ມີການຕັ້ງຊື່ເຮືອບິນລຸ້ນນີ້ເທື່ອ ໃນງານວາງສະແດງອາກາດສະຍານຈີນ ທີ່ເມືອງຈູໄຫ່ ທາງພາກໃຕ້ຂອງປະເທດ ໃນວັນທີ 2 ພະຈິກທີ່ຜ່ານມາ ໂດຍທັງສອງໄດ້ປະກາດວ່າ ກຳລັງເລີ່ມຄັດເລືອກບັນດາບໍລິສັດຜະລິດຊິ້ນສ່ວນຕ່າງໆ ຂອງເຮືອບິນລຸ້ນດັ່ງກ່າວນີ້ແລ້ວ.

ໃນຄຳຖະແຫລງຂອງ ບໍລິສັດ COMAC ໄດ້ລະບຸວ່າ ກິດຈະການຮ່ວມທຶນຂອງສອງປະເທດ ຈະຈັດຕັ້ງຂຶ້ນໃນນະຄອນຊຽງໄຮ້ ພາຍໃນປີນີ້ ໂດຍຈະພັດທະນາເຮືອບິນລຳຕົວກວ້າງ ຂະໜາດ 280 ບ່ອນນັ່ງ ຊຶ່ງສາມາດບິນໃນໄລຍະທາງໄກ 12,000​ ກິໂລແມັດ ທຽບເທົ່າກາຍເປັນຄູ່ແຂ່ງໂດຍກົງກັບ ເຮືອບິນໂບອິ້ງ 787 ແລະ ແອບັສ A350. ໂຄງການດັ່ງກ່າວນີ້ ຈະມີມູນຄ່າລົງທຶນລະຫວ່າງ 13-20 ຕື້ໂດລາ ໂດຍແຕ່ລະຝ່າຍ ຈະອອກທຶນກັນຄົນລະເຄິ່ງ.

A man takes picture of the model of a widebody jet, which is planned to be developed by COMAC and Russia's UAC at an air show, the China International Aviation and Aerospace Exhibition, in Zhuhai

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...