Homeວິທະຍາສາດ-ວິທະຍາການເປີດຕົວຕຸກກະຕາຢາງຫຸ່ນຍົນທີ່ຄືກັບມະນຸດແທ້ "ຕົວອຸ່ນ ແລະ ມີການຕອບສະໜອງເວລາສຳພັດ"

ເປີດຕົວຕຸກກະຕາຢາງຫຸ່ນຍົນທີ່ຄືກັບມະນຸດແທ້ “ຕົວອຸ່ນ ແລະ ມີການຕອບສະໜອງເວລາສຳພັດ”

Published on

ເມື່ອວັນທີ 31 ຕຸລາ 2016 ເວັບໄຊມີເທີຂອງອັງກິດ ເຜີຍຄວາມກ້າວໜ້າທາງດ້ານວິທະຍາສາດໃນການສ້າງຕຸກກະຕາຢາງທີ່ມີຄວາມຄືແມ່ຍິງແທ້ໆ ເມື່ອ Abyss Creations ບໍລິສັດຜະລິດຕຸກກະຕາໃນຢາງໃນລັດແຄລິຟໍເນຍຂອງສະຫະລັດ ໄດ້ຜະລິດຕຸກກະຕາຢາງນີ້ຂຶ້ນມາ ແລະ ມີແຜນຈະວາງຈຳໜ່າຍໃນປີໜ້າ ດ້ວຍລາຄາຕົວລະ 119,580,000 ກີບ ເຊິ່ງຕຸກກະຕາຢາງນີ້ມີຈຸດພິເສດໂດດເດັ່ນກວ່າຕຸກກະຕາຕົວອື່ນ ເພາະເມື່ອເວລາສຳພັດແລ້ວຕົວຂອງມັນຈະອຸ່ນ ແລະ ມີການຕອບສະໜອງຄືກັບຄົນ

ການພັດທະນາເທັກໂນໂລຢີດ້ານການບຳບັດອາລົມທາງເພດດັ່ງກ່າວ ເຮັດໃຫ້ຄາດເດົາໄດ້ວ່າ “Robophilia”ຈະກາຍເປັນຄຳສັບໃໝ່ໝາຍເຖິງ ການມີຄວາມສຳພັນທາງເພດກັບຫຸ່ນຍົນ ທີ່ຈະກາຍເປັນເລື່ອງທຳມະດາໃນອານາຄົດທີ່ຈະມາເຖິງນີ້ (ປະມານ 50 ປີຕໍ່ໜ້າ) ເພາະໃນປັດຈຸບັນມະນຸດເຮົາກໍ່ມີການລະບາຍອາລົມ ກັບຕຸກກະຕາຢາງ ເຊິ່ງເຮັດໃຫ້ນັກພັດທະນາມີແຮງບັນດານໃຈພັດທະນາຫຸ່ນຍົນປະເພດນີ້ໃຫ້ຄືກັບຄົນແທ້ໆຂຶ້ນມາເລື່ອຍໆ

doll1

 

ຂ່າວຈາກ: http://men.kapook.com/view159743.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...