spot_img
Homeມູມໄອທີລາວເຟສບຸກ ກຳໄລເພີ່ມ 2,4 ຕື້ໂດລາ

ເຟສບຸກ ກຳໄລເພີ່ມ 2,4 ຕື້ໂດລາ

Published on

ເຟສບຸກລາຍ​ງານ​ຜົນ​ກຳ​ໄລ​ໃນ​ໄຕ​ມາດ​ທີ 3 ຂອງ​ປີ​ນີ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ 2 ​ເທົ່າ​ຈາກ​ລາຍ​ໄດ້​ໂຄສະນາ​ມື​ຖື​ທີ່​ເຕີບ​ໂຕ​ຢ່າງ​ເຂັ້ມ​ແຂງ.

ຕາມ​ການ​ລາຍ​ງານ​ລະບຸ​ວ່າ: ​ເຟສບຸກປະກາດ​ຜົນ​ປະກອບ​ການ​ປະຈຳ​ໄຕ​ມາດ 3 ປີ 2016 ມີ​ກຳ​ໄລ 2,4 ຕື້​ໂດ​ລາ​ສະຫະລັດ ​ເຕີບ​​ໂຕ 166% ​ເມື່ອ​ທຽບ​ກັບ​ໄລຍະ​ເວລາ​ດຽວ​ກັນ​ຂອງ​ປີ​ທີ່​ຜ່ານ​ມາ ຂະນະ​ທີ່​ລາຍ​ໄດ້​ຢູ່​ທີ່ 7 ຕື້​ໂດ​ລາ​ເພີ່ມ​ຂຶ້ນ​ຈາກ 4,5 ຕື້​ໂດ​ລາ​ໃນ​ປີ​ທີ່​ຜ່ານ​ມາ ​ໂດຍ​ເປັນ​ລາຍ​ໄດ້​ຈາກ​ໂຄສະນາ​ມື​ຖື​ປະ​ມະ​ມານ 84% ​ເພີ່ມ​ຂຶ້ນ​ຈາກ 78% ​ໃນ​ປີ​ທີ່​ຜ່ານ​ມາ ນັກວິ​ເຄາະ​ເປີດ​ເຜີຍ​ວ່າ ຜົນ​ປະກອບ​ການ​ຂອງ​ເຟດບຸກ​ໃນ​ໄຕ​ມາດ​ທີ່ 3 ສະ​ແດງ​ໃຫ້​ເຫັນ​ເຖິງ​ບໍລິສັດ​ເຕີບ​ໂຕ​ຢ່າງ​ເຂັ້ມ​ແຂງ ​ແລະ ຄວາມ​ສາມາດ​ທີ່​ສ້າງ​ກຳ​ໄລ​ເພີ່ມ​ຂຶ້ນ.

ລາຄາ​ຮຸ້ນ​ຂອງ​ເຟດບຸກປັບ​ຕົວ​ເພີ່ມ​ຂຶ້ນ​ສູ່​ລະດັບ 127,26 ​ໂດ​ລາ ຫຼັງ​ຈາກ​ມີ​ການ​ລາຍ​ງານຜົນ​ກຳ​ໄລ​ດັ່ງກ່າວ ​ໃນ​ສ່ວນ​ຈຳນວນ​ຜູ້​ໃຊ້​ເຟສບຸກຜ່ານ​ໂທລະສັບ​ມື​ຖື​ສະ​ເລ່ຍຢູ່​ທີ່ 1.790 ລ້ານ​ຄົນ​ຕໍ່​ເດືອນ ທ້າຍ​ເດືອນກັນຍາ​ທີ່​ຜ່ານ​ມາ​ເພີ່ມ​ຂຶ້ນ 20%

ຂ່າວຈາກ: ເອບີຊີລາວ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...