Homeຂ່າວເຫດການຢູນິເທວ ຈັດຫຼາຍກິດຈະກຳສະຫຼອງຄົບຮອບ 7 ປີ

ຢູນິເທວ ຈັດຫຼາຍກິດຈະກຳສະຫຼອງຄົບຮອບ 7 ປີ

Published on

ໃນວັນທີ 30/10/2016 ທີ່ສູນການຄ້າລາວ-ໄອເຕັກ, ບໍລິສັດ ສະຕາຣ ໂທລະຄົມ ຫຼື ຢູນີເທວ ໄດ້ຈັດງານຄອນເສີດໃນຫົວຂໍ້ ແລ່ນເພື່ອສຸຂະພາບໂດຍປະສົມປະສານກັບງານຄອນເສີດ ທີ່ຍີ່ງໃຫ່ຍ ເພື່ອເປັນການຄືນກຳໄລໃຫ້ກັບລູກຄ້າ ເນື່ອງໃນໂອກາດຢູນີເທວຄົບຮອບ 7 ປີ.

ແຕກຕ່າງຈາກທຸກໆປີທີ່ຜ່ານມາ ປີ 2016, ຢູນີເທວເລືອກທີ່ຈະຈັດງານໃນຮູບແບບໃໝ່ ທີ່ແຕກຕ່າງ ດ້ວຍເສັ້ນທາງ ທີ່ຈັດໃຫ້ມີການແລ່ນແມ່ນຖຶກປະດັບປະດາດ້ວຍສີສັນທີ່ຫຼາກຫຼາຍ , ມີບູດວາງສະແດງສິນຄ້າຂອງຫຼາຍໆສິນຄ້າ ແລະ ມີກິດຈະກຳ ແຈກແຖມໃຫ້ກັບລູກຄ້າ. ຕາງໜ້າໃຫ້ແກ່ບໍລິສັດ ດ້ວຍຄວາມຫວັງ ການປ່ຽນແປງພາບພົດຢູນີເທວໃຫ້ມີຄວາມສົດໃສ ແລະ ເປັນກັນເອງກັບລູກຄ້າ.

_tmc7377
ຢູນິເທວມອບເງິນລາຍໄດ້ຈາກການສົ່ງຂໍ້ຄວາມຂອງລູກຄ້າ ໃຫ້ແກ່ອົງການກາແດງລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

ບໍ່ພຽງແຕ່ເປັນງານເພື່ອຄວາມບັນເທີງເທົ່ານັ້ນ, ຢູນີເທວ ຍັງປະຕິບັດໃຫ້ຖຶກຕ້ອງກັບວິໃສທັດຂອງ ການດຳເນີນຖຸລະກິດທີ່ວ່າ ການດຳເນີນຖຸລະກິດຕ້ອງຕິດພັນກັບ ການຊ່ວຍເຫຼືອສັງຄົມ ເຊີ່ງໄດ້ມີການໃຫ້ ລູກຄ້າ ໄດ້ສົມທົບທຶນມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ. ພຽງແຕ່ເວລາ ສອງຊົ່ົວໂມງ ເຊີ່ງເປັນຊ່ວງການຖ່າຍທອດສົດ ໄດ້ຮັບການສະໜັບສະໜູນສົມທົບທືນ ຢ່າງຫຼວງຫຼາຍຈາກ ປະຊາຊົນຜູ້ທີ່ຊົມ ໂທລະພາບ ເຊີ່ງມູນຄ່າການສົມທົບທືນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ໃຫ້ແກ່ແຂວງຫົວພັນ ມີມູນຄ່າ 20,000,000 ລ້ານ. ເຊີ່ງຈະມອບໃຫ້ແກ່ອົງການກາແດງລາວ  ໂດຍໃຫ້ກຽດມອບໂດຍ ທ່ານ ກາວ ແອັງ ເຊີນ ຜູ້ອໍານວຍການໃຫ່ຍ ບໍລິສັດສະຕາຣໂທລະຄົມ ຕາງໜ້າໃຫ້ແກ່ບໍລິສັດ ແລະ ລູກຄ້າມອບເງິນຊ່ວຍເຫຼືອໃຫ້ແກ່ທ່ານ ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ.

_tmc6756
ບັນຍາກາດກິດຈະກຳຂອງຢູ່ທີ່ ສູນການຄ້າລາວໄອເຕັກ

ກິດຈະກໍາຄືນກໍາໄລໃຫ້ແກ່ລູກຄ້າ ຄັ້ງນີ້ຢູນີເທວໄດ້ຈັດການມອບໂຊກ ຈາກໂຄງການ ລະຫັດຮັບໂຊກ ເປັນລາງວັນລົດຈັກຮອນດ້າຄິກໄອ ຈໍານວນ 3 ລາງວັນ ລວມມູນຄ່າ 54,000,000 ລ້ານກີບ ເຊິ່ງເປັນລາງວັນມອບປະຈໍາໄຕມາດ3 ເຊິ່ງຜູ້ໂຊກດີໄດ້ແກ່ ທ້າວ ມັນຕາ ບ້ານກົງຕູນ, ເມືອງປາກຊ່ອງ, ແຂວງຈຳປາສັກ, ນາງ ເພັດສະໄໝ ພິລາວັນ ບ້ານໂພນສະຫຫຫວັນ, ເມືອງໄກສອນພົມວິຫານ, ແຂວງສະຫວັນນະເຂດ ແລະ ທ້າວ ລົດສະຫວັນ ບ້ານໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ໄດ້ຮັບລາງວັນ ລົດຈັກຮອນດ້າ ຄລິກໄອ ຜູ້ລະຄັນ.

_tmc7349
ຢູນິເທວ ມອບລົດໃຫ້ຜູ້ໂຊກດີ

ໂຄງການລະຫັດຮັບໂຊກແມ່ນມີເງື່ອນໄຂງ່າຍພຽງ ແຕ່ເຕີມເງິນ ທຸກ 1,000 ກີບ ຮັບ 1 ລະຫັດ ເຊິ່ງລະຫັດແມ່ນນໍາມາຈັບສະຫລາກ ໃນທຸກໆທ້າຍເດືອນ, ລາງວັນປະຈໍາໄຕມາດ ແລະ ລາງວັນ ໃຫ່ຍ ແມ່ນແຈກທ້າຍປີ 2016 ເປັນລົດໃຫ່ຍໂຕໂຍຕ້າວີໂວ້.

ເຖິງປະຈຸບັນ ບໍລິສັດ ສະຕາ ​ໂທລະ​ຄົມ(UNITEL) ຜ່ານໄລຍະ 7 ປີ ທາງ​ດ້ານ​ພື້ນຖານ​ໂຄງ​ລ່າງ​ເຕັກນິກ ສັນຍານ​ປົກ​ຄຸ​ມກ້ວາງ​ໄກ ສາມາດກວມ​ເອົາ ​95 % ຂອງພົນລະ​ເມືອງ. ມີ​ສູນ​ສະຖານ​ນີຮັບ​ສົ່ງ​ສັນຍານ​ມື​ຖື 4,000 ກ່ວາສະຖານນີ ລະບົບສາຍສົ່ງ​ແກ້ວໄຍ​ແສງ 24,000 ກມ. ຮ້ານຕົວແທນຈໍ່າໜ່າຍ ​ແລະ ຮ້ານຂາຍຍ່ອຍ 22,500 ຮ້ານ ມີລູກ​ຄ້າ​ນຳ​ໃຊ້​ໃນ​ເຄືອ​ຂ່າຍ 2,300,000 ຄົນ.

ບັນດາຜົນສໍາເລັດ ແລະ ຜົນງານ ທີ່ກ່າວມາຂ້າງເທິງນັ້ນແມ່ນ​ໄດ້​ມາ​ຈາກ​ການສະໜັບສະໜູນຈາກບັນດາ​ອົງການ​ຈັດ​ຕັ້ງ​ພັກ-ລັດ​, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ ແລະ ລູກຄ້າທີ່ໄວ້ວາງໃຈນໍາໃຊ້ບໍລິການຂອງຢູນີເທວມາໂດຍຕະຫລອດ.

dsc_0245
ຢູນິເທວ ຈັດງານຄອນເສີດສະຫຼອງຄົບຮອບ 7 ປີຢ່າງຍິ່ງໃຫຍ່

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...