Homeຂ່າວທ້ອງຖິ່ນອັດຕະປືແຈ້ງ ບໍ່ໄດ້ຂາຍໄມ້ອອກຕ່າງປະເທດ ພຽງເຄື່ອນໄມ້ຕົກຄ້າງທີ່ຂຶ້ນບັນຊີແລ້ວ

ອັດຕະປືແຈ້ງ ບໍ່ໄດ້ຂາຍໄມ້ອອກຕ່າງປະເທດ ພຽງເຄື່ອນໄມ້ຕົກຄ້າງທີ່ຂຶ້ນບັນຊີແລ້ວ

Published on

ມື້ວານນີ້ (ວັນທີ 2 ພະຈິກ 2016) ມີການລາຍງານຂ່າວ ຜ່ານສື່ອອນລາຍວ່າ ຢູ່ແຂວງອັດຕະປືມີການຂົນໄມ້ອອກຕ່າງປະເທດ ເຮັດໃຫ້ມີຜູ້ອ່ານວິພາກວິຈານຫຼາຍພໍສົມຄວນ. ຕໍ່ຂ່າວດັ່ງກ່າວນັ້ນ, ພາກສ່ວນທີ່ກ່ຽວຂ້ອງຂອງແຂວງອັດຕະປື ຈຶ່ງໄດ້ຊີ້ແຈງຜ່ານສຳນັກຂ່າວລາວໂພສຕ໌ ພ້ອມທັງເອກະສານຢືນຢັນຢ່າງເປັນທາງການ ຊີ້ແຈງວ່າ: ແຂວງອັດຕະປືບໍ່ໄດ້ຂາຍໄມ້ທ່ອນອອກຕ່າງປະເທດ ພຽງເຄື່ອນຍ້າຍໄມ້ເກົ່າທີ່ຕົກຄ້າງຢູ່ພາຍໃນແຂວງ ທີ່ໄດ້ຂຶ້ນບັນຊີໄວ້ແລ້ວນັ້ນຊື່ໆ ດັ່ງຄຳຊີ້ແຈງມີດັ່ງນີ້:

“ອີງຕາມຫາງສຽງວິພາກວິຈານໄປຕ່າງໆນານາ ຈາກຂ່າວສັງຄົມອອນລາຍ ທີ່ວ່າແຂວງອັດຕະປືມີການລັກລອບສົ່ງໄມ້ທ່ອນອອກໄປຕ່າງປະເທດ ໃນວັນທີ 2/11/2016 ແມ່ນບໍ່ເປັນຄວາມຈິງ.
ຕໍ່ບັນຫາດັ່ງກ່າວ ແຂວງອັດຕະປືຂໍຊີ້ແຈງຕໍ່ສັງຄົມວ່າ ໄມ້ດັ່ງກ່າວ ເປັນໄມ້ທ້ອນໂຮມ ຕົກຄ້າງຈາກເຂື່ອນນໍ້າກົງ ມີຈຳນວນຫລາຍສົມຄວນ ໄດ້ມີການຂື້ນບັນຊີໄມ້ລະອຽດ ແລະ ຜ່ານການກວດກາຈາກຄະນະສະເພາະກິດຂອງແຂວງ ແລະ ສູນກາງ ພ້ອມທັງມີການເສຍພັນທະເຂົ້າງົບປະມານຄົບຖ້ວນ ແລະ ຂໍອະນຸຍາດເຄື່ອນຍ້າຍໄມ້ ຖືກຕ້ອງຕາມລະບຽບກົດຫມາຍ ເພື່ອປ້ອນເຂົ້າໂຮງງານພາຍໃນແຂວງ ແລະ ຕ່າງແຂວງ ປຸງແຕ່ງເປັນໄມ້ແປຮູບ ຕາມຄວາມຕ້ອງການຂອງຕະຫລາດ ບໍ່ແມ່ນສົ່ງໄມ້ທ່ອນອອກໄປຕາງປະເທດຕາມການວິພາກວິຈານ ແລະ ຍັງຈະສືບຕໍ່ເຄື່ອນຍ້າຍໄປແຕ່ລະໂຮງງານ ທັງພາຍໃນແຂວງແລະຕ່າງແຂວງຕື່ມອີກ ຈົນກວ່າຈະຫມົດໄມ້ທີ່ໄດ້ຂື້ນບັນຊີໄວ້.
       ດັ່ງນັ້ນ ຈື່ງຂໍສ້າງຄວາມເຂົ້າໃຈຕໍ່ສັງຄົມ ແລະ ສະແດງຄວາມຂອບໃຈ ຕໍ່ການກວດສອບຂອງພົນລະເມືອງດີ ທີ່ຊ່ວຍກັນເປັນຫູເປັນຕາ ແລະ ຫວັງວ່າຄຳຊີ້ແຈງນີ້ຈະຊ່ວຍສ້າງຄວາມເຂົ້າໃຈແກ່ສັງຄົມ ໃນການຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ເປັນຄວາມຈິງ ເພື່ອບໍ່ໃຫ້ແຂວງອັດຕະປື ຕົກເປັນຈຳເລີຍຂອງສັງຄົມ. ຂໍຂອບໃຈ “

14633089_877690838999059_5469754772204587736_n
ນີ້ຄືເອກກະສານຢັ້ງຢືນສ່ວນນື່ງ ໃນການເຄື່ອນຍ້າຍໄມ້ ເປັນໄມ້ເກົ່າທີ່ຕົກຄ້າງຈາກເຄື່ອນນຳ້ກົງ ຜ່ານການຂື້ນບັນຊີ ແລະ ກວດກາຈາກຄະນະກຳມະການຂັ້ນແຂວງແລະສູນກາງ ມີການເສຍພັນທະອາກອນຖືກຕ້ອງ ຈື່ງອະນຸຍາດຍ້າຍເຂົ້າໂຮງງານ ມີທັງໂຮງງານພາຍໃນແຂວງ ແລະຕ່າງແຂວງ ເພື່ອແປຮູບ ຕາມຄວາມຕອ້ງການຂອງຕະຫລາດ ບໍ້ແມ່ນສົ່ງອອກຕ່າງປະເທດຕາມການວິຈານ
14906820_877690815665728_5876503150725817552_n-1
ນີ້ຄືເອກກະສານຢັ້ງຢືນສ່ວນນື່ງ ໃນການເຄື່ອນຍ້າຍໄມ້ ເປັນໄມ້ເກົ່າທີ່ຕົກຄ້າງຈາກເຄື່ອນນຳ້ກົງ ຜ່ານການຂື້ນບັນຊີ ແລະ ກວດກາຈາກຄະນະກຳມະການຂັ້ນແຂວງແລະສູນກາງ ມີການເສຍພັນທະອາກອນຖືກຕ້ອງ ຈື່ງອະນຸຍາດຍ້າຍເຂົ້າໂຮງງານ ມີທັງໂຮງງານພາຍໃນແຂວງ ແລະຕ່າງແຂວງ ເພື່ອແປຮູບ ຕາມຄວາມຕອ້ງການຂອງຕະຫລາດ ບໍ້ແມ່ນສົ່ງອອກຕ່າງປະເທດຕາມການວິຈານ
14900356_877690805665729_1926968415719557429_n
ນີ້ຄືເອກກະສານຢັ້ງຢືນສ່ວນນື່ງ ໃນການເຄື່ອນຍ້າຍໄມ້ ເປັນໄມ້ເກົ່າທີ່ຕົກຄ້າງຈາກເຄື່ອນນຳ້ກົງ ຜ່ານການຂື້ນບັນຊີ ແລະ ກວດກາຈາກຄະນະກຳມະການຂັ້ນແຂວງແລະສູນກາງ ມີການເສຍພັນທະອາກອນຖືກຕ້ອງ ຈື່ງອະນຸຍາດຍ້າຍເຂົ້າໂຮງງານ ມີທັງໂຮງງານພາຍໃນແຂວງ ແລະຕ່າງແຂວງ ເພື່ອແປຮູບ ຕາມຄວາມຕອ້ງການຂອງຕະຫລາດ ບໍ້ແມ່ນສົ່ງອອກຕ່າງປະເທດຕາມການວິຈານ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...