Homeມັງງະແມ້ແຕ່ຍົມມະທູດຍັງຢາກລອງ!! ມາເບິ່ງລຸກຈາກ Death Note ເຕັ້ນເພງ PPAP

ແມ້ແຕ່ຍົມມະທູດຍັງຢາກລອງ!! ມາເບິ່ງລຸກຈາກ Death Note ເຕັ້ນເພງ PPAP

Published on

     ເວົ້າໄດ້ວ່າເປັນການໂປຣໂໝດຮູບເງົາເລື່ອງ Death Note Light Up the NEW World ໄດ້ເປັນຢ່າງດີເລີຍ ເພາະກໍໃກ້ຈະເຂົ້າສາຍບ້ານເຮົາແລ້ວໃນວັນທີ 3 ພະຈິກນີ້ ສາຍທັງໂຮງໄທ ແລະລາວ ພ້ອມກັນເລີຍ. ເຊິ່ງແນ່ນອນວ່າດ້ວຍກະແສຄວາມແຮງແລະໄວຂອງໂລກໂຊຊຽວຫຼາຍໆຄົນອາດຈະໄດ້ຟັງເພງ Pen-Pineapple-Apple-Pen! (PPAP!) ຂອງປ໋າປິໂກະທາໂຣ້ ກັນໄປແລ້ວ ແຕ່ຮອບນີ້ເຮົາມາເບິ່ງລຸກຍົມມະທູດສຸດກວນໃນເລື່ອງ Death Note ເຕັ້ນ Cover ເພງນີ້ເພື່ອໂປຣໂໝດຮູບເງົາເລື່ອງດັ່ງກ່າວກັນເລີຍ.

     ໃຜທີ່ໄດ້ເບິ່ງຄລິບຂ້າງຕົ້ນນີ້ຄົງຈະອົດຫົວກັນບໍ່ໄດ້ແນ່ນອນເພາະລຸກຍົມມະທູດສຸດກວນໃນເລື່ອງ Death Note ໂດຍປົກກະຕິກໍມັກກິນໝາກແອັບເປິ້ນຢູ່ແລ້ວ ເມື່ອມາເຕັ້ນເພງນີ້ຄືຈະເຂົ້າກັນໄດ້ດີຢູ່ 55+. ນອກຈາກນີ້ແລ້ວທ່ານປິໂກະທາໂຣ້ຍັງໄດ້ອອກມາອັດຄລິບເຖິງຍົມມະທູດທີ່ເຕັ້ນເພງ PPAP! ຂອງລາວ ແຖມຍັງບອກອີກວ່າ: “ຫວັງວ່າຍົມມະທູດລຸກຈະບໍ່ຂຽນຊື່ລາວລົງໄປໃນ Death Note ໃດ໋!” ເພາະຕອນສຸດທ້າຍຂອງຄລິບທີ 1 ເຮົາຈະເຫັນລຸກຂຽນຊື່ໃຜບາງຄົນລົງໄປພ້ອມ…

https://youtu.be/sYJsgX3iGRw

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...