Homeຂ່າວຕ່າງປະເທດມີການຄົ້ນພົບ ມັມມີ່ (ຊາກສົບແຫ້ງ) ຊິນຄໍໂຣ ອາຍຸ 7000 ປີ ທີ່ເກົ່າແກ່ທີ່ສຸດໃນໂລກ

ມີການຄົ້ນພົບ ມັມມີ່ (ຊາກສົບແຫ້ງ) ຊິນຄໍໂຣ ອາຍຸ 7000 ປີ ທີ່ເກົ່າແກ່ທີ່ສຸດໃນໂລກ

Published on

ອີງຕາມການລາຍງານຂ່າວຂອງ ເວັບໄຊມິເຣີ ໃນວັນທີ 1 ພະຈິກຜ່ານມາ ໄດ້ເປີດເຜີຍພາບຂອງ ມັມມີ່ ຊິນຄໍໂຣ (Chinchorro) ເຊິ່ງເປັນມັມມີ່ທີ່ໄດ້ຊື່ວ່າ ເກົ່າແກ່ທີ່ສຸດໃນໂລກ ມີອາຍຸ 1.500-5.000 ປີກ່ອນ ຄ.ສ ລວມອາຍຸໄດ້ປະມານ 7.000 ປີແລ້ວ ໂດຍໄດ້ມີການຄົ້ນພົບ ມັມມີ່ຊິນຄໍໂຣ ປະມານ 300 ກວ່າຮ່າງ ທີ່ຝັງຢູ່ໃຕ້ທະເລຊາຍ ອາຕາກາມາ ໃກ້ກັບແດນປະເທດ ຊິລີ ແລະເປຣູ ເຊິ່ງເປັນທະເລຊາຍທີ່ແຫ້ງແລ້ງທີ່ສຸດຂອງໂລກ

%e0%ba%a1%e0%ba%b3%e0%ba%a1%e0%ba%b5%e0%bb%88%e0%bb%88 %e0%ba%a1%e0%ba%b3%e0%ba%a1%e0%ba%b5%e0%bb%88%e0%bb%88

ຈາກການລາຍງານເວົ້າວ່າ ຍ້ອນອາກາດຮ້ອນແຫ້ງແລ້ງໃນທະເລຊາຍ ເປັນສາເຫດທີ່ຊ່ວຍຮັກສາສະພາບສົບ ໂດຍທຳມະຊາດ, ແຕ່ເມື່ອມີມີການຄົ້ນພົບແລ້ວໄດ້ເອົາອອກມາຈາກທະເລຊາຍ ແລ້ວມາພົບກັບຄວາມຊື້ນ ແລະອຸນຫະພູມທີ່ປ່ຽນແປງ ເຮັດໃຫ້ແບັກທີເລຍເລີ່ມກັດກິນຮ່າງຂອງມັມມີ່ ຈົນລະລາຍກາຍເປັນເມືອກສີດຳ ເຮັດໃຫ້ເປັນຕາຢ້ານ.

ນັກວິທະຍາສາດ ໄດ້ຫາວິທີປ້ອງກັນ ການເສື່ອມສະພາບຂອງສະພາບມັມມີ່ເຫຼົ່ານັ້ນ ໂດຍຄິດວ່າຫາກມີການຄວບຄຸມຄວາມຊື້ນ ແລະອຸນຫະພູມແວດລ້ອມ ຈະຊ່ວຍຮັກສາສະພາບຂອງມັມມີ່ ຊິນຄໍໂຣ ໄວ້ໄດ້

ໃນປັດຈຸບັນ ມັມມີ່ ຊິນຄໍໂຣ ຖືກເກັບຮັກສາໄວ້ທີ່ ພິພິທະພັນ ອະຊາປັດ ຊານ ມິເກວ ຢູ່ເມືອງອາຣິກາ ພາກເໜືອຂອງປະເທດ ຊິລີ ແລະມີການຍື່ນສະເໜີ ໃຫ້ມັມມີ ຊິນຄໍໂຣ ຂຶ້ນທະບຽນເປັນມໍລະດົກຂອງໂລກ ທາງອົງການຢູເນດໂກ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...