Homeຂ່າວເຫດການປະທານສານປະຊາຊົນສູງສຸດເຜີຍ 5 ປີ ຄະດີຢ່າຮ້າງເພີ່ມຂຶ້ນກວ່າ 90%

ປະທານສານປະຊາຊົນສູງສຸດເຜີຍ 5 ປີ ຄະດີຢ່າຮ້າງເພີ່ມຂຶ້ນກວ່າ 90%

Published on

ຂປລ. ປັດຈຸບັນ​ຄະດີ​​ແພ່ງ​ມີ​ອັດຕາ​ເພີ່ມ​ຂຶ້ນ​ ເປັນ​ຕົ້ນຄອບ​ຄົວຂໍ​ຢ່າ​ຮ້າງ​ ໄດ້​ມີ​ອັນ​ຕາ​ເພີ່ມ​ຂຶ້ນ​ກວມ ​90,66%, ຮອງລົງ​ມາ​ ແມ່ນ​ຄະດີ​ການ​ກູ້​ຢືມ​ເງິນ​ນໍາ​ທະນາຄານ​ກວມ 52,99% ​ແລະ ຄະດີເດັກ ​ຂໍ້​ຫາ​ລັກ​ຊັບ​ພົນລະ​ເມືອງ​ກວມ 31,72% ຖ້າ​ທຽບ​ໃສ່​ກັບ​ຄະດີ​ອື່ນໆ ​ທີ່​ສານປະຊາຊົນ​ໄດ້​ຮັບ​ການ​ພິຈາລະນາ​ຕັດສິນ ​ແລະ ພິພາກສາ​ຄະດີ.

ທ່ານ ຄໍາ​ພັນ ສິດທິ​ດໍາ​ພາ ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ໄດ້​ລາຍງານການ​ເຄື່ອນ​ໄຫວ​ວຽກ​ງານ 5 ປີ 2011-2015, ການ​ເຄື່ອນ​ໄຫວ​ວຽກ​ງານ​ ສົກ​ປີ 2015-2016 ​ແລະ ທິດ​ທາງ​ແຜນການ 5 ປີ 2016-2020 ​ພ້ອມ​ວາງ​ທິດ​ທາງ​ແຜນການ ​ປະ​ຈໍາ 2017 ຕໍ່​ກອງ​ປະຊຸ​ມສະ​ໄໝ​ສາມັນ ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ​ໃນ​ວັນ​ທີ 1 ພະ​ຈິກ​ ນີ້ວ່າ: 5 ປີຜ່ານມາ ຄະດີ​ຢູ່​ສານ​ທຸກ​ຂັ້ນ (ຂັ້ນ​ຕົ້ນ, ຂັ້ນ​ອຸທອນ ​ແລະ ຂັ້ນ​ລົບ​ລ້າງ) ມີ​ທັງ​ໝົດ 37.840 ກວ່າ​ເລື່ອງ ທຽບ​ໃສ່​ປີຜ່ານມາ​ເພີ່ມ​ຂຶ້ນ 9,81%, ​ແກ້​ໄຂ​ແລ້ວ 36.070 ກວ່າ​ເລື່ອງ ​ເທົ່າ​ກັບ 95,32% ລື່ນ​ແຜນການ​ວາງ​ໄວ້ 10,32%. ຜ່ານ​ການ​ກວດກາ ​ແລະ ຄົ້ນຄວ້າ​ວິ​ໄຈ​ຕໍ່​ຜົນ​ການ​ຕັດສິນ ​ແລະ ພິພາກສາ​ຄະດີ​ຂອງ​ສານ​ແຕ່ລະ​ຂັ້ນ​ ເຫັນ​ວ່າ​ມີ​ປະສິດທິພາບ​ດີ​ຂຶ້ນ, ຄູ່​ຄວາມ​ພໍ​ໃຈ, ຍອມຮັບ ​ແລະ ​ເຫັນ​ດີ​ນໍາ​ໄປ​ຈັດ​ຕັ້ງ​ປະຕິບັດ​ຕາມ​ຄໍາ​ຕັດສິນ​ຂອງ​ສານ​ຂັ້ນ​ຕົ້ນ​ ກວມ 81,08%, ຂໍ​ອຸທອນກວມ 18,92%. ສານ​ຂັ້ນ​ອຸທອນ​ ໄດ້​ພິພາກສາ​ແລ້ວ​ຄູ່​ຄວາມ​ພໍ​ໃຈ ​ແລະ ​ເຫັນ​ດີ​ນໍາ​ໄປ​ຈັດ​ຕັ້ງ​ປະຕິບັດ​ກວມ 45,86% ຂອງ​ຈໍານວນ​ຄະດີ​ທີ່​ອຸ​ທອນ ​ແລະ ຂໍ​ລົບ​ລ້າງ​ກວມ 44,14%. ສານ​ຂັ້ນ​ລົບລ້າງພິພາກສາ​ ສ່ວນ​ຫລາຍ​ແມ່ນ​ຢັ້ງຢືນ, ປ່ຽນ​ແປງ​ບາງ​ສ່ວນ ​ແລະ ລົບ​ລ້າງສົ່ງ​ຄືນ​ມີ​ຈໍານວນ​ໜຶ່ງ, ​​ໃນ​ນັ້ນ ​ມີ​ການສະ​ເໜີ​ຮື້​ຟື້ນມາ​ຫາສານ​ປະຊາຊົນ 120 ​ກວ່າ​ເລື່ອງ​ ກວມ 0,42%. ​ໃນ​ຈໍານວນ​ຄະດີ​ເຂົ້າ​ມາ​ສານ​ຂັ້ນ​ຕົ້ນ​ຫລາຍ​ກວ່າ​ໝູ່. ​​ຄະດີ​ອາຍາ​ ແມ່ນ​ຂໍ້​ຫາ​ຢາ​ເສບ​ຕິດ​ກວມ 28,09% ຂອງ​ຈໍານວນ​ຄະດີ​ ທີ່​ເຂົ້າ​ມາ​ສານ​ຂັ້ນ​ຕົ້ນ​ແຂວງ, ນະຄອນ, ຄະດີ​ແພ່ງ ​ແມ່ນ​ສັນຍາ​ກູ້​ຢືມ​ກວມ 22,17%. ຄະດີ​ຄອບ​ຄົວ​ແມ່ນ​ ການ​ຂໍ​ຢ່າງ​ຮ້າງ​ ກວມ 90,66%, ຄະດີ​ການ​ຄ້າ​ ແມ່ນ​ການ​ກູ້​ຢືມ​ເງິນນໍາ​ທະນາຄານ​ກວມ 52,99%, ຄະດີ​ລັກ​ຊັບ​ພົນລະ​ເມືອງ ກວມ 31,72% ຂອງ​ຈໍານວນ​ຄະດີ​ ແຕ່ລະ​ປະ​ເພດທີ່​ເຂົ້າ​ມາ​ສານ​ຂັ້ນ​ຕົ້ນ​ແຂວງ, ນະຄອນ. ສະ​ເພາະ​ສົກ​ປີ 2015-2016 ນີ້​ ຄະດີ​ທັງ​ໝົດ​ຢູ່​ສານ​ທຸກ​ຂັ້ນມີ 10.500 ກວ່າ​ເລື່ອງ, ​ແກ້​ໄຂ​ແລ້ວ 8.320 ກວ່າ​ເລື່ອງ​ກວມ 79,19%, ຄະດີ​ເຂົ້າ​ມາ​ໃໝ່​ ຢູ່​ສານ​ຂັ້ນ​ຕົ້ນ​ເຂດ, ​ແຂວງ, ນະຄອນ​ທັງ​ໝົດ 7.300 ກວ່າ​ເລື່ອງ ທຽບ​ໃສ່​ໄລຍະ​ດຽວ​ຂອງ​ປີຜ່ານມາ​ເພີ່ມ​ຂຶ້ນ 12,15% ​ແລະ ຍັງຄ້າງມາ​ແຕ່​ສົກ​ປີ​ກ່ອນ 1.300 ກວ່າ​ເລື່ອ​ງ ລວມທັງ​ໝົດ 8.600 ກວ່າ​ເລື່ອ​ງ​ແກ້​ໄຂ​ແລ້ວ 6,890 ກວ່າ​ເລື່ອງ​ ກວມ 80,06%.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...