Homeຂ່າວຕ່າງປະເທດສ່ຽວສະໜິດປະທານາທິບໍດີເກົາຫລີໃຕ້ ຖືກໄອຍະການສັ່ງກັກຕົວ ຫລັງມີຫາງສຽງ ແຊກແຊງທາງການເມືອງ

ສ່ຽວສະໜິດປະທານາທິບໍດີເກົາຫລີໃຕ້ ຖືກໄອຍະການສັ່ງກັກຕົວ ຫລັງມີຫາງສຽງ ແຊກແຊງທາງການເມືອງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ພະຈິກນີ້ວ່າ ນາງ ຊອຍ ຊຸນຊິນ ໝູ່ສະໜິດຂອງ ປະທານາທິບໍດີ ປັກ ກຶນເຮ ແຫ່ງ ສ.ເກົາຫລີ ຫລື ເກົາຫລ່ີໃຕ້ ໄດ້ຖືກເຈົ້າໜ້າທີ່ໄອຍະການ ອອກຄຳສັ່ງກັກຕົວເພື່ອສືບສວນ-ສອບສວນ ພາຍຫລັງທີ່ສ່ຽວຮັກຂອງຜູ້ນຳເກົາຫລີໃຕ້ຄົນນີ້ ໄດ້ຕົກເປັນຂ່າວຫາງສຽງຂອງສັງຄົມ ກ່ຽວກັບການໃຊ້ອິດທິພົນ ແຊກແຊງທາງການເມືອງ.

ທ່ານ ນາງ ປັກ ກຶນເຮ ແລະ ນາງ ຊອຍ ຊຸນຊິນ ເປັນໝູ່ສະໜິດກັນມາດົນນານເຖິງ 40 ປີ ແລະ ມີຄວາມສຳພັນທີ່ໃກ້ຊິດ ສົ່ງຜົນເຮັດໃຫ້ເກີດມີພຶດຕິກຳທີ່ເປັນຫາງສຽງສັງຄົມ ໂດຍກະແສຂ່າວໄດ້ກ່າວຫາວ່າ ນາງ ຊອຍ ເປັນຜູ້ກວດຜ່ານຮ່າງປະກອບຄຳເຫັນຕ່າງໆ ຂອງປະທານາທິບໍດີເກົາຫລີໃຕ້ ແລະ ຍັງສາມາດເຂົ້າເຖິງເອກະສານລັບຂອງລັດຖະບານ ທັງໆທີ່ບໍ່ໄດ້ມີຕຳແໜ່ງໃດໆໃນລັດຖະບານເລີຍ ສົ່ງຜົນເຮັດໃຫ້ ທ່ານ ນາງ ປັກ ກຶນເຮ ຖືກສັງຄົມຕຳໜິຢ່າງຮຸນແຮງ ແລະ ຄະແນນນິຍົມຂອງທ່ານ ຕົກຕ່ຳລົງໃນໄລຍະປີສຸດທ້າຍຂອງການບໍລິຫານປະເທດ.

ນອກຈາກນີ້, ນາງ ຊອຍ ຍັງຖືກກ່າວຫາອີກວ່າ ໄດ້ໃຊ້ອິດທິພົນຂອງຕົນ ທີ່ມີຄວາມໃກ້ຊິດສະໜິດສະໜົມກັບ ປະທານາທິບໍດີ ໄປຂົ່ມຂູ່ບໍລິສັດໃຫຍ່ໆພາຍໃນປະເທດ ໃຫ້ບໍລິຈາກເງິນເຂົ້າມູນນິທິທີ່ບໍ່ຫຍັງຜົນກຳໄລ 2 ແຫ່ງ, ຈາກນັ້ນກໍທຳການຍັກຍອກເງິນດັ່ງກ່າວ ອອກໄປນຳໃຊ້ສ່ວນຕົວ.

ດ້ານປະທານາທິບໍດີ ປັກ ກຶນເຮ ໄດ້ອອກມາຖະແຫລງຂ່າວຂໍອະໄພຕໍ່ປະຊາຊົນ ໃນທ້າຍອາທິດທີ່ຜ່ານມາ ແລະ ຍອມຮັບວ່າ ໃນໄລຍະຜ່ານມາ ຕົນເອງໄດ້ຮ້ອງຂໍໃຫ້ ນາງ ຊອຍ ເປັນຜູ້ໃຫ້ຄຳແນະນຳເປັນບາງຄັ້ງຄາວ ໃນເວລາຮ່າງບົດປະກອບຄຳເຫັນ, ແນວໃດກໍຕາມ ການອອກມາຖະແຫລງດັ່ງກ່າວ ບໍ່ໄດ້ເຮັດໃຫ້ຄວາມບໍ່ໄວ້ວາງໃຈຂອງສັງຄົມ ຫລຸດໜ້ອຍຖອຍລົງ ສົ່ງຜົນເຮັດໃຫ້ປັດຈຸບັນ ມີປະຊາຊົນຊາວເກົາຫລີໃຕ້ ຈຳນວນຫລາຍໝື່ນຄົນ ອອກມາປະທ້ວງກົດດັນໃຫ້ທ່ານລາອອກ ທັງຢູ່ນະຄອນຫລວງເຊອູນ ແລະ ເມືອງອື່ນໆອີກ​.
SKOREA-POLITICS-PARK

SKOREA-POLITICS-PRESIDENT

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...