spot_img
Homeຂ່າວການສຶກສາການສອບເສັງເຂົ້າມະຫາວິທະຍາໄລ ແຫ່ງຊາດ(ມຊ) ໃກ້ເຂົ້າມາແລ້ວ

ການສອບເສັງເຂົ້າມະຫາວິທະຍາໄລ ແຫ່ງຊາດ(ມຊ) ໃກ້ເຂົ້າມາແລ້ວ

Published on

ການກະກຽມສອບເສັງເຂົ້າເປັນ ນັກສຶກສາ ມະຫາວິທະຍາໄລ ແຫ່ງຊາດ ປະຈຳປີ 2014 ໃນປີນີ້ ໄດ້ເລີ່ມຂຶ້ນແລ້ວເຊິ່ງເພີ່ນເລີ່ມເປີດຂາຍຄຳຮ້ອງ ແລະ ຮັບຄຳຮ້ອງຕັ້ງແຕ່ວັນທີ 30 ມິຖຸນາ ຈົນຮອດ ວັນທີ 30 ກໍລະກົດ 2014 ແມ່ນ ຈະໄດ້ ປິດຮັບ ຄຳຮ້ອງຢ່າງເປັນທາງການ, ສ່ວນການສອບເສັງ ນັ້ນແມ່ນຈະໄດ້ເລີ່ມຂຶ້ນໃນລະຫວ່າງວັນທີ 5-6 ສິງຫາ 2014ທີ່ຈະມາຮອດນີ້.

ອີງຕາມ ນັກຂ່າວ ຂອງວາລະສານ ມະຫາຊົນເຮົາ ໄດ້ລົງໄປສັງເກດການ ແລະ ສຳພາດຕົວຈິງ ກັບບັນດາ ນ້ອງນັກຮຽນທີ່ຫາ ກໍຈົບມໍ7 ທັງເກົ່າ ແລະ ໃໝ່ ຕ່າງກໍມີສີໜ້າສີຕາກະຕືລືລົ້ນ ໃນການລົງທະບຽນສອບເສັງເຂົ້າເປັນ ນັກສຶກສາ ມຊ ໃນຄັ້ງນີ້. ນອກຈາກ ຈະມີນ້ອງໆຈາກ ນະຄອນຫລວງ ແລ້ວກໍຍັງມີນ້ອງໆມາຈາກທົ່ວປະເທດເຊິ່ງກໍໄດ້ນຳເອົາຄວາມຮູ້ມາເຕັມກະ ເປົ່າເພື່ອມາ ພິຊິດ-ແຂ່ງຂັນເອົາບ່ອນນັ່ງໃນ ມຊ ແຫ່ງນີ້ອີກດ້ວຍ.

ອີກຕາມການ ສຳພາດເອົາຂໍ້ມູນໂດຍພື້ນຖານ ມາຂຽນຈາກ ອ້າຍ ກົດຊານາ ພິຈິນດາ ໜຶ່ງໃນຄະນະ ກຳມະການ ຮັບຜິດຊອບ ການລົງທະບຽນ ການສອບເສັງ ເຂົ້າ ມຊ ໃນຄັ້ງນີ້ ເພີ່ນເວົ້າວ່າ“ ການສອບ ເສັງເພື່ອຂັດເລືອກເອົານັກຮຽນ ເຂົ້າມາສຶກສາ ທີ່ ມຊ ໃນປີ 2014ນີ້ ແມ່ນ ອີງຕາມ ສະຖິຕິການຄາດຂະເນ ຈະມີ ນ້ອງນັກຮຽນຈາກທົ່ວ ປະເທດ ມາລົງທະບຽນສອບເສັ່ງ ປະມານ 15,000 ຄົນ ແລະ ກໍຖືວ່າ ເປັນຈຳນວນ ຫລວງຫລາຍ ຖ້າທຽບໃສ່ປີຜ່ານມາ…ແຕ່ ຄວາມອາດສາມາດ-ອັດຕາບັນຈຸ ຂອງບ່ອນນັ່ງ ແລະ ໂຄຕ້າ ຂອງ ມຊ ກຳນົດອອກມານັ້ນ ແມ່ນ ເພີ່ນ ຈະສອບເສັ່ງຂັດເອົາພຽງແຕ່ 3,000 ຄົນເທົ່ານັ້ນ.

ອີກຢ່າງໜຶ່ງນ້ອງໆ ນັກຮຽນທີ່ເຂົ້າມາລົງທະບຽນກໍສາມາດເລືອກສາຍ, ວິຊາ ແລະ ຄະນະທີ່ຕົນຕ້ອງການຢາກຈະຮຽນໄດ້ເຊັ່ນ: ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ, ສຶກສາສາດ, ນິຕິສາດ ແລະ ລັດຖະສາດ, ວິສະວະກຳສາດ, ອັກສອນສາດ, ວິທະຍາສາດ-ສັງຄົມ, ວິທະຍາສາດ ແລະ ສິ່ງແວດລ້ອມ, ສະຖາປັດຕິຍະກຳສາດ, ວິທະຍາສາດປ່າໄມ້, ກະເສດສາດ, ສ້າງ ຄູ ອະຊີວະສຶກສາ…ດັ່ງນີ້ເປັນຕົ້ນ ເຊິ່ງແຕ່ລະ ຄະນະພາກວິຊາ ມັນກໍຈະແບ່ງອອກເປັນຫລາຍວິຊາ ເຊິ່ງລາຍລະອຽດ ຂໍໃຫ້ ບັນດານ້ອງເຂົ້າມາສອບຖາມ ດ້ວຍຕົວເອງ ທີ ມຊ ໄດ້ເລີຍ ຕາມເວລາລັດຖະການ.

ເມື່ອເຮົາໄດ້ຮູ້ຂໍ້ມູນເບື້ອງຕົນໃນການສອບເສັງ ໄປແລ້ວຈາກການໃຫ້ສຳພາດ ຂອງຄະນະກຳມະການ ແລະ ການນຳສະເໜີມາຂ້າງ ເທິງແລ້ວນັ້ນ. ສະນັ້ນ ເຮົາມາລອງ ສຳພາດບັນດາ ນ້ອງນັກຮຽນທີ່ມີຄວາມ ຝັນຢາກຈະເຂົ້າສຶກສາ ຕໍ່ທີ່ ມຊ ແຫ່ງນີ້ ວ່າ ເຂົາມີຄວາມຕື່ນເຕັ້ນເທົ່າໃດ ແລະ ເຂົ້າເຈົ້າມີ ກົນລະຍຸດໃນການ ເບິ່ງບົດຮຽນແນວໃດເພື່ອໃຫ້ຕົນເອງເສັງຜ່ານ ແລະ ເຂົ້າເປັນ ຄົນໜຶ່ງທີ່ສາມາດເຂົ້າໄປນັ່ງຮຽນ ຢ່າງພາກພູມໃຈ (ແຕ່ບໍ່ແມ່ນ ການຊື້ຈ້າງ ເຂົ້າຮຽນດັ່ງທີ່ພວກເຮົາຮູ້ກັນວ່າອາດຈະເກີດຂຶ້ນ).

ນາງ ອາມອນ ເປັນນັກຮຽນ ມາຈາກ ແຂວງ ຄຳມວນ ໄດ້ລົງທະບຽນ ເສັງເຂົ້າ ມຊ ໃນ ຄະນະເສດຖະສາດ ເພືື່ືອເຮັດຄວາມຝັນຂອງຕົນໃຫ້ເປັນຈິງ ເຊິ່ງລາວ ກໍມີເທັກນິກ ການ ເບິ່ງບົດຮຽນ ກຽມເສັງມາຕ້ອນວ່າ “ເບິ່ງ ແລະ ອ່ານ ຢ່າງມີສຳມາທິ ຫລັງ ຈາກນັ້ນ ມາເບິ່ງ ແລະ ອ່ານ ຄືນ ອີກ ສອງ ສາມ ຫລົບກໍສາມາດເກັບກຳບົດດັ່ງກ່າວໄດ້.

ທ້າວ ກືເລົາ ເປັນອີກນ້ອງ ທີ່ ພົກພາຄວາມໝັ້ນໃຈ ແລະ ຄວາມຮູ້ມາ ເຕັມກະເປົາ ຈາກ ແຂວງວຽງຈັນ ເພື່ອມາ ພິຊິດ ແລະ ຍາດເອົາບ່ອນນັ່ງໃນ ຄະນະ ອັກສອນສາດ ພາກວິຊາ ພາສາອັງກິດ. ລາວ ກໍມີເຕັກນິກ ການຮຽນມາຝາກວ່າ “ ຄັນເຮົາຢາກໄດ້ບົດຮຽນມັນກໍບໍ່ມີຫຍັງ ຢາກພາຍຫລັງຮຽນມາແຕ່ໂຮງຮຽນແລ້ວ ຂໍພຽງເຮົາກັບມາບ້ານ ແລ້ວ ເບິ່ງຄືນ ເທົ່ານັ້ນ ສະໝອງຂອງເຮົາກໍຈະຈຳເອົາເອງແບບອັດຕະ ນາມັດຫລັງຈາກນັ້ນການກຽມການສອບເສັງ ມັນກໍບໍ່ຍາກພຽງແຕ່ ເອົາບົດຮຽນເກົ່າມາ ອ່ານຄືນເທົ່ານັ້ນ ເຮົາກໍສາມາດເຂົ້າໃຈ ແລະ ແກ້ທຸກໂຈດໄດ້ເອງ.

ນາງ ລິດສະໝອນ ຕັດສິນໃຈດົນເຕີບຍ້ອນຕົນເອງມັກ ແລະ ຮັກ ໃນການອ່ານ ສະນັ້ນລາວຈຶ່ງ ຂໍລົງທະບຽນເສັງເຂົ້າ ຄະນະ ວິທິຍາສາດສັງຄົມ ສາຂາວິຊາ ບັນດາຮັກສາ ( ຈົບມາແລ້ວຈະໄດ້ເຮັດວຽກກ່ຽວກັບ ຫ້ອງສະມຸດ). ລາວເປັນນັກຮຽນມາແຕ່ ແຂວງ ຊຽງຂວາງ ແລະ ເທື່ອນີ້ເປັນຄັ້ງທີ່ສອງ ແລ້ວທີ່ນາງ ມາປະລອງຄວາມຮູ້ ແຕ່ ຄັ້ງນີ້ນາງ ຈະບໍ່ພາດອັນຂາດ ເພາະນາງ ມີເຕັກນິກການເບິ່ງບົດຮຽນຢ່າງໜ້າເອົາແບບຢ່າງອີກຄົນໜຶ່ງເຊັ່ນ “ທຳອິດ ນາງ ຈະຕັ້ງໃຈອ່ານ ບົດດັ່ງກ່າວ ແລ້ວ ເຮັດຄວາມເຂົ້າໃຈກັບມັນ ແລະ ຂີດກ້ອງໂຕໃດບໍ່ເຂົ້າໃຈ ແລ້ວເອົາໄປຖາມອາຈານ ຫລັງຈາກນັ້ນ ນາງກໍຈະມາອ່ານ ແລະ ເລົ່າຢ່າງເຂົ້າໃຈ ບໍ່ແມ່ນ ເລົ່າແບບນົກແກ້ວ.

ນາງ ໄມ “ເປັນນັກຮຽນ ທີ່ມາຈາກ ແຂວງ ບໍລິຄຳໄຊ ກໍເປັນອີກນ້ອງ ນັກຮຽນ ຄົນໜຶ່ງທີ່ ມີຄວາມຝັນ ອັນແຮງກ້າ ໃນການຈະເຂົ້າໄປນັກຮຽນ ມຊ ແຫ່ງນີ້ໃຫ້ໄດ້ ໂດຍງັດກົນລະຍຸດວິທີຮຽນມາອວດ ນັກຂ່າວ ເຮົາວ່າ: ການຮຽນໃຫ້ເກັ່ງ ແລະ ເຂົ້າໃຈໄວນັ້ນເຮົາຕ້ອງແບ່ງເວລາຮຽນ ແລະ ເຮັດວຽກເຮືອນໃຫ້ຖືກ ແລະ ຕ້ອງແບ່ງເວລາ ຮຽນ ວິຊາ ເລົ່າ ແລະ ວິຊາຄິດໄລ່ໃຫ້ຢູ່ຄົນລະມື້ເທົ່ານີ້ເຮົສກໍບໍ່ສັບສົນ ແລະ ສາມາດຈື ແລະ ເຂົ້າໃຈໄວທີ່ສຸດ.

ທ້າຍສຸດນີ້ ວາລະສານ ມະຫາຊົນ ກໍຂໍອວຍພອນໃຫ້ ນ້ອງໆ ໝົດທຸກຄົນທີ່ເຂົ້າມາລົງທະບຽນເສັ່ງເຂົ້າ ມຊ ໃນຄັ້ງນີ້ໃຫ້ປະສົບຜົນສຳເລັດ ດັ່ງຫວັງ ເຖິງແມ່ນ ວ່າ ໃນຈຳນວນ ຜູ້ມີໜ້າເຂົ້າເສັ່ງຈະຫລາຍເຖິງ 15,000ຄົນ ແຕ່ໂຄຕ້າຕົວຈິງເພີ່ນພັັດມີຈຳກັດພຽງ 3,000 ຄົນເທົ່ານັ້ນ… ສະນັ້ນຂໍໃຫ້ທຸກຄົນເຮັດດີທີສຸດກໍພໍຄັນວ່າເສັງບໍ່ໄດ້ປີນີ້ ກໍມາເສັ່ງໃໝ່ປີໜ້າ ຫລື ກໍຍັງມີ ວິທະຍາໄລ ເອກະຊົນ ແລະ ໂຮງຮຽນ ວິຊາຊີບຕ່າງໆ ເພີ່ນກໍມີຮອງຮັບຢູ່ຫລາຍແຫ່ງເດີ້.
ໂດຍ: ສໍດຳ

ຂໍຂອບໃຈຂ່າວຈາກ facebook.com/mahasonmagazine

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...