Homeຂ່າວພາຍ​ໃນເສດຖະກິດຂະຫຍາຍຕົວ ຫຼຸດແຜນການທີ່ສະພາຮັບຮອງ

ເສດຖະກິດຂະຫຍາຍຕົວ ຫຼຸດແຜນການທີ່ສະພາຮັບຮອງ

Published on

ເນື່ອງຈາກມີຜົນກະທົບ ຫຼາຍດ້ານເປັນຕົ້ນແມ່ນສະພາບອາກາດທີ່ໜາວຈັດຢູ່ພາກເໜືອໃນຕົ້ນປີນີ້, ເກີດໄພນ້ຳຖ້ວມ ແລະຍັງມີການລະບາດຂອງສັດຕູພືດ ເຮັດໃຫ້ຜົນຜະລິດກະສິກຳໄດ້ຮັບຄວາມເສຍຫາຍ ໂດຍສະເພາະບັນດາແຂວງພາກເໜືອ ຊຶ່ງໄດ້ກາຍເປັນສາເຫດໜຶ່ງທີ່ເຮັດໃຫ້ເສດຖະກິດຂະຫຍາຍຕົວ ຫຼຸດແຜນການທີ່ສະພາແຫ່ງຊາດຮັບຮອງ 0,6% ໃນປີນີ້.
ຕາມຂໍ້ມູນຂອງກະຊວງແຜນການ ແລະການລົງທຶນທີ່ລາຍງານໃນກອງປະຊຸມສະພາໃຫ້ຮູ້ວ່າ: ການຂະຫຍາຍຕົວຂອງເສດຖະກິດໝົດປີນີ້ຈະຢູ່ໃນລະດັບ 6,9% ຊຶ່ງເຫັນວ່າຫຼຸດແຜນການທີ່ສະພາແຫ່ງຊາດຮັບຮອງ 0,6% (ສະພາແຫ່ງຊາດຮັບຮອງ7,5%) ເນື່ອງຈາກຂະແໜງກະສິກຳ, ບໍລິການ ແລະພາສີນຳເຂົ້າບໍ່ໄດ້ຕາມແຜນ, ຍ້ອນສະພາບອາກາດມີການປ່ຽນແປງຢ່າງກະທັນຫັນ ແລະມີການລະບາດຂອງສັດຕູ ພືດຢູ່ບາງຂົງເຂດສົ່ງຜົນໃຫ້ການ ຜະລິດເຂົ້າ ແລະພືດສະບຽງອາຫານບໍ່ໄດ້ຕາມແຜນການປີ, ລາຄານ້ຳມັນຫຼຸດລົງສົ່ງຜົນໃຫ້ເກັບພາສີຫຼຸດລົງບວກກັບບາງໂຄງການກໍ່ສ້າງໃຫຍ່ໄດ້ສຳເລັດ ຈຶ່ງເຮັດໃຫ້ການນຳເຂົ້າຫຼຸດລົງ.

ສ່ວນທາງດ້ານລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 16,21 ລ້ານກີບ ຫຼື ປະມານ 2.027 ໂດລາ, ໃນນັ້ນ ອັດຕາການຂະຫຍາຍຕົວຂອງຂະແໜງກະສິກຳເພີ່ມຂຶ້ນ 3% ກວມເອົາ 23,3%, ອຸດສາຫະກຳເພີ່ມ ຂຶ້ນ 9% ກວມ 28,8%, ບໍລິການເພີ່ມຂຶ້ນ 8,5% ກວມເອົາ 39,8% ແລະພາສີອາກອນຜະລິດຕະພັນ ແລະການນຳເຂົ້າເພີ່ມຂຶ້ນ 3,8% ກວມ 8,1% ແຜນການວາງໄວ້ ເພີ່ມຂຶ້ນ 8,1% ກວມ 8,4%.

ນອກນີ້ ການເກັບລາຍຮັບເຂົ້າງົບປະມານໃນ 10 ເດືອນຜ່ານມາສາມາດປະຕິບັດໄດ້ 66,55% ຂອງແຜນດັດແກ້, ຄາດໝົດປີຈະໄດ້ 95,17% ຂອງແຜນດັດແກ້ໃນນັ້ນລາຍຮັບພາຍໃນປະຕິບັດໄດ້ 66,11% ໝົດປີຈະໄດ້ 94,56%, ສ່ວນລາຍຈ່າຍປະຕິ ໄດ້ 78,06% ຂອງແຜນດັດແກ້, ຄາດໝົດປີຈະໄດ້ 96,82% ຂອງແຜນດັດແກ້, ການຂາດດຸນງົບປະມານເທົ່າກັບ 6,97% ຂອງ GDP, ອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 1,25%, ເງິນຝາກທະນາ ຄານທຸລະກິດເພີ່ມຂຶ້ນໃນລະດັບ 59.377 ຕື້ກີບ ເທົ່າກັບ 54,64% ຂອງເຈດີພີໃນເດືອນມິຖຸນາ 2016 ມາຮອດເດືອນສິງຫາຢູ່ໃນລະດັບ 60.616 ຕື້ກີບ ເທົ່າກັບ 55,76% ຂອງເຈດີພີ.

ພ້ອມດຽວກັນນີ້ ການສົ່ງອອກ ສິນຄ້າໃນ 9 ເດືອນຜ່ານມາ ປະຕິບັດໄດ້ 25.256 ຕື້ກີບ ຫຼື ປະມານ 3.157 ລ້ານໂດລາ  ເພີ່ມຂຶ້ນ 23,1% ຜະລິດຕະພັນສົ່ງອອກ ຕົ້ນຕໍແມ່ນໄຟຟ້າເພີ່ມຂຶ້ນ 65,8% ອຸປະກອນເຄື່ອງໃຊ້ໄຟຟ້າເພີ່ມຂຶ້ນ 38,1% ແຮ່ທອງເພີ່ມຂຶ້ນ 37,1% ແລະຜະລິດຕະພັນກະສິກຳເຊັ່ນ: ສາລີ, ຢາສູບ, ກ້ວຍ, ເຂົ້າ, ສັດໃຫຍ່ ແລະອື່ນໆສ່ວນການນຳເຂົ້າແມ່ນ ຫຼຸດລົງ 12,3% ມີມູນຄ່າ 24.328 ຕື້ກີບ ຫຼື ປະມານ 3.041 ລ້ານໂດລາ, ການຄ້າເກີນດຸນປະມານ 920 ຕື້ກີບ ປະມານ 115 ລ້ານໂດລາ ເນື່ອງຈາກມູນຄ່າສົ່ງອອກສິນຄ້າເພີ່ມຂຶ້ນ.

ສຳລັບທາງດ້ານການລົງທຶນ ໃນໄລຍະ 10 ເດືອນຂອງສົກປີ 2015-2016 ການລົງທຶນລວມ ທົ່ວສັງຄົມປະຕິບັດໄດ້ 41.825 ຕື້ກີບ ເພີ່ມຂຶ້ນ 21,2% ທຽບໃສ່ ແຜນການ (ແຜນການ 34,5 ພັນຕື້ກີບ), ກວມເອົາ 38% ຂອງ GDP ຊຶ່ງປະກອບດ້ວຍ 4 ແຫຼ່ງ ທຶນສໍາຄັນຄື: ໂຄງການລົງທຶນຂອງລັດສະເພາະທຶນພາຍໃນປະຕິບັດໄດ້ 2.941 ຕື້ກີບ ເທົ່າກັບ 89% ຂອງແຜນການ (3,3 ພັນຕື້ກີບ), ການລົງທຶນເອກະຊົນພາຍໃນ ແລະຕ່າງ ປະເທດໃນສົກປີນີ້ອະນຸມັດທັງໝົດ 1.222 ໂຄງການ ມູນຄ່າ 3,1 ພັນລ້ານກວ່າໂດລາ ເທົ່າກັບ 25,5 ຕື້ກວ່າກີບ (ທຶນຈົດທະບຽນທັງ ໝົດ) ລື່ນແຜນ 36% (ແຜນການ 2.305 ລ້ານໂດລາ) ແຕ່ການນໍາ ທຶນເຂົ້າຕົວຈິງ ໂດຍຜ່ານລະບົບທະນາຄານມີພຽງແຕ່ 883,7 ລ້ານໂດລາ, ທຶນຊ່ວຍເຫຼືອເພື່ອການພັດທະນາ ODA ປະຕິບັດໄດ້ທັງໝົດ 351 ໂຄງການ ເທົ່າກັບ 688,10 ລ້ານໂດລາ ຫຼື ເທົ່າກັບ 5,6 ພັນຕື້ກວ່າກີບ ເທົ່າກັບ 99% ຂອງແຜນການປີ (695 ລ້ານໂດລາ) ແລະແຫຼ່ງທຶນຈາກລະບົບເງິນຕາມາຮອດເດືອນມິຖຸນາ 2016 ສິນເຊື່ອທົ່ວລະບົບທະນາຄານບັນລຸ 7.728 ຕື້ກີບ, ສະພາບການເຄື່ອນໄຫວຂອງຕະຫຼາດຫຼັກຊັບລາວເຫັນວ່າມີບໍລິສັດເຂົ້າຈົດທະບຽນເພີ່ມຈາກ 4 ເປັນ 5 ບໍລິສັດ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...