Homeຂ່າວພາຍ​ໃນໄດ້ແລ້ວແຊ້ມ AFC U-19 Championship 2016

ໄດ້ແລ້ວແຊ້ມ AFC U-19 Championship 2016

Published on

ຜົນການແຂ່ງຂັນ ບານເຕະເຍົາວະຊົນ ອາຍຸບໍ່ເກີນ 19 ປີ ຊີງແຊ້ມ ອາຊີ ຮອບຊີງຊະນະເລີດ ລະຫວ່າງ ທີມຊາດ ຊາອຸ ພົບກັບ ທີມຊາດ ຍິປຸ່ນ ສູ້ກັນໄດ້ຢ່າງສົມສັກສີ ຕະຫຼອດ 90 ນາທີ ທັງ 2 ທີມບໍ່ສາມາດຍິງປະຕູກັນໄດ້, ຕ້ອງແກ່ຍາວໄປເຖິງ ຊ່ວງຕໍ່ເວລາພິເສດ ໂດຍນັກເຕະທັງ 2 ທີມທຸ້ມເທຢ່າງເຕັມທີ່ ຈົນເຮັດໃຫ້ຫຼາຍຄົນຕ້ອງຂາປັ້ນ ແລະຖືກຫາມເປອອກໄປປະຖົມພະຍາບານ. ໂດຍຕະຫຼອດເກມ ຕ່າງຝ່າຍ ກໍ່ປ່ຽນກັນມີໂອກາດ ຍິງປະຕູຄູ່ຕໍ່ສູ້ຫຼາຍຄັ້ງ ແຕ່ກະບໍ່ສາມາດເຈາະປະຕູກັນໄດ້ ຈົບ 120 ນາທີ ຍັງສະເໝີກັນ ແບບບໍມີປະຕູ ຕ້ອງຕັດສິນຫາແຊ້ມດ້ວຍການຍິງ ລູກໂທດທີ່ຈຸດໂທດ ຜົນປະກົດວ່າ ຍິປຸ່ນເປັນຝ່າຍຊະນະໄປດ້ວຍປະສະກໍ 5-3 ປະຕູ ໄດ້ຄອງແຊ້ມໄປຄອງ

ຂອບໃຈພາບຈາກ: the-afc.com

ທີ່ມາ:​ 
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...