Homeຂ່າວການພັດທະນາລາວ-ຫວຽດນາມ ຈະຮ່ວມກັນແກ້ໄຂໂຄງການສະໜາມບິນໜອງຄ້າງໃນໄວໆນີ້

ລາວ-ຫວຽດນາມ ຈະຮ່ວມກັນແກ້ໄຂໂຄງການສະໜາມບິນໜອງຄ້າງໃນໄວໆນີ້

Published on

ລັດຖະບານໄດ້ແນະນໍາໃຫ້ກະຊວງແຜນການ ແລະ ການລົງທຶນກະກຽມເອົາບັນຫາໂຄງ ການກໍ່ສ້າງສະໜາມບິນໜອງຄ້າງ, ແຂວງຫົວພັນ ເປັນວາລະສໍາຄັນໃນກອງປະຊຸມຄະນະກໍາມະການຮ່ວມມືລາວ-ຫວຽດນາມທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້, ຫລັງຈາກບໍລິສັດຜູ້ຮັບເໝົາລົງທຶນຈາກຫວຽດ ນາມໄດ້ຢຸດການກໍ່ສ້າງໂຄງການດັ່ງກ່າວ.
ບັນຫານີ້ໄດ້ຮັບການເປີດເຜີຍຈາກທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທ ຂ) ບຸນຈັນ ສີນທະວົງ ໃນກອງປະຊຸມສະພາແຫ່ງຊາດເມື່ອທ້າຍອາທິດຜ່ານມານີ້ວ່າ: ພາຍຫລັງກະຊວງ ຍທຂ ໄດ້ລາຍງານຕໍ່ກອງປະຊຸມນາຍົກ-ຮອງນາຍົກທີ່ໄຂຂຶ້ນເມື່ອຕົ້ນເດືອນສິງຫາ 2016 ຜ່ານມາກ່ຽວກັບໂຄງການສະໜາມບິນໜອງຄ້າງ, ແຂວງຫົວພັນ ທີ່ບໍລິສັດພັດທະນາກະສິກໍາຮວ່າງແອງອັດຕະປືເປັນຜູ້ຮັບເໝົາລົງທຶນກໍ່ສ້າງໃນມູນຄ່າທັງໝົດ 74 ລ້ານໂດລາສະຫະລັດ, ມາແຕ່ຕົ້ນເດືອນມີນາ 2015 ແລະ ມາຮອດທ້າຍປີ 2015 ການກໍ່ສ້າງມີຄວາມຄືບໜ້າພຽງ 30% ຕາມແຜນ ການແມ່ນຕ້ອງຄືບໜ້າຫລາຍກວ່າ 70% ແລະ ບໍລິສັດໄດ້ຢຸດການກໍ່ສ້າງໂດຍອ້າງວ່າບໍ່ມີເງິນ ແລະ ບໍ່ໄດ້ຮັບການສຳປະທານໂຄງການເຂື່ອນໄຟຟ້ານ້ຳແອດ 1, 2 ແລະ 3 ຈາກລັດຖະບານລາວ. ຕໍ່ບັນ ຫາດັ່ງກ່າວກອງປະຊຸມນາຍົກ-ຮອງນາຍົກ ຈຶ່ງແນະນໍາໃຫ້ກະຊວງການເງິນເຊີນບໍລິສັດດັ່ງກ່າວມາ ປືກສາຫາລືຄືນໃໝ່ກ່ຽວກັບການກໍ່ສ້າງ ແລະ ການຊົດເຊີຍຄ່າເສຍຫາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ແລະ ໃຫ້ກະຊວງແຜນການ ແລະ ການລົງທຶນ ກະກຽມເອົາບັນຫາດັ່ງກ່າວເຂົ້າລາຍງານຕໍ່ກອງປະຊຸມຄະນະກໍາມະການຮ່ວມມືລາວ-ຫວຽດນາມທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.

ທ່ານລັດຖະມົນຕີກະຊວງດັ່ງກ່າວໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຂະແໜງກ່ຽວຂ້ອງໄດ້ຮ່ວມປຶກສາຫາລືກັບບໍລິສັດຜູ້ຮັບເໝົາຫລາຍຄັ້ງແຕ່ກໍ່ໃຫ້ເຫດຜົນວ່າເປັນການຢຸດກໍ່ສ້າງຊົ່ວຄາວເທົ່ານັ້ນ ແລະ ຢືນຢັນຍັງຈະສືບຕໍ່ການກໍ່ສ້າງຖ້າຫາກສະພາບການເງິນຂອງບໍລິສັດດີຂຶ້ນ ແລະ ຖ້າລັດຖະບານລາວມອບໂຄງການເຂື່ອນໄຟຟ້າແຫ່ງໃໝ່ເພື່ອທົດແທນໂຄງການເຂື່ອນນ້ຳແອັດ 1, 2 ແລະ 3 ໄດ້ກ່ອນ. ນອກຈາກນີ້ການຈ່າຍຊົດເຊີຍຄ່າເສຍຫາຍຜົນກະທົບຕ່າງໆຈາກໂຄງການ ເປັນຕົ້ນ: ເຮັດໃຫ້ດິນເຈື່ອນໄຫລເຂົ້າຖົມທົ່ງນາ ແລະ ເນື້ອທີ່ປູກຝັງຂອງປະຊາຊົນຈົນບໍ່ສາມາດທໍາການຜະລິດໄດ້ຫລາຍກວ່າ 60 ເຮັກຕາ ແລະ ນໍ້າຖ້ວມສາງເຂົ້າເສຍຫາຍເປັນຈໍານວນຫລາຍ, ຊຶ່ງລວມມູນຄ່າເສຍຫາຍຫລາຍກວ່າ 6 ຕື້ກີບກໍຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດເຊັ່ນກັນ

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...