Homeຂ່າວຕ່າງປະເທດປະໂຫຍກ ແລະ ພາບສຸດທ້າຍ ຈາກໜຸ່ມຊາວດັສ ໄດ້ ໂພສລົງເຟສບຸກ ກ່ອນທີ່ MH17 ຖືກຍິງຕົກ

ປະໂຫຍກ ແລະ ພາບສຸດທ້າຍ ຈາກໜຸ່ມຊາວດັສ ໄດ້ ໂພສລົງເຟສບຸກ ກ່ອນທີ່ MH17 ຖືກຍິງຕົກ

Published on

777

ປະໂຫຍກ ແລະ ພາບສຸດທ້າຍ ຈາກໜຸ່ມຊາວດັສ ໄດ້ ໂພສລົງເຟສບຸກ ກ່ອນທີ່ MH17 ຖືກຍິງຕົກ

ພາຍຫລັງ ເຮືອບິນໂບອິງ 777-200 ອີອາຣ ຂອງສາຍການບິນ ມາເລເຊຍ ແອລາຍ ຖ້ຽວບິນ MH17 ເສັ້ນທາງ ນະຄອນ ອຳສະເຕີດຳ ປະເທດເນເທີແລນ ແລະ ມີປາຍທາງທີ່ ນະຄອນ ກົວລາລຳເປີ ປະເທດ ມາເລເຊຍ ໄດ້ຖືກຍິງຕົກ ຈົນເຮັດໃຫ້ມີຜູ້ເສຍຊີວິດໝົດລຳ ລວມທັງໝົດ 295 ຄົນ.

ຂະນະນີ້ມີການວິພາກວິຈານ ກັນຢ່າງໜາຫູເຖິງສາເຫດອັນແທ້ຈິງນັ້ນ ມັນເກີດຍ້ອນຫຍັງ ແລະ ຄັນວ່າ ຖືກຍິງຕົກແທ້ແລ້ວ ແມ່ນ ຝ່າຍໃດເປັນຜູ້ຍິງ ແລະ ເປັນຫຍັງຄືຍັງບໍ່ທັນມີຝ່າຍໃດອອກມາຮັບຜິດຊອບ ແລະ ອີກບັນຫາໜຶ່ງທີ່ ກຳລັງເປັນທີ່ຮືຮາ ແລະ ແຊກັນເປັນຈຳນວນ ຫລວງຫລາຍໃນ ເຟສບຸກ “ ນັ້ນກໍຄື ພາບ ແລະ ຂໍ້ຄວາມ ສຸດທ້າຍ ຂອງ ຊາຍໜຸ່ມ ຊາວ ດັສ ໜຶ່ງໃນຜູ້ໂດຍສານຖ້ຽວບິນ MH 17ດັ່ງກ່າວ”

ຊາຍໜູ່ມ ຊາວດັສ ຊື່ວ່າ “Cor Pan” ໄດ້ຖ່າຍພາບເຮືອບິນລຳດັ່ງກ່າວ ແລະ ໄດ້ພິມລະບຸເປັນພາສາ ດັສ ວ່າ “Mocht hij verdwijen ,zo ziet hit d’r uit”

ຫລືແປເປັນລາວເຮົາວ່າ :

“ເພື່ອເຮືອບິນລຳນີ້ຫາຍໄປ ຈະໄດ້ຮູ້ວ່າຮູບຮ່າງມັນເປັນຄືແນວໃດ”

ທີ່ມາ Facebook mahasonmagazine

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...