Home​ຂ່າວທ່ອງທ່ຽວນ້ຳຕົກຕາດສະໝອງພາກ. (ແຂວງອັດຕະປື)

ນ້ຳຕົກຕາດສະໝອງພາກ. (ແຂວງອັດຕະປື)

Published on

ທ່ອງທ່ຽວ ກັບ ລາວໂພຕສ໌ ວັນນີ້ເຮົາມາຮູ້ຈັກກັບນ້ຳຕົກຕາດສະໝອງພາກ ຊື່ນີ້ອາດຈະບໍ່ຄຸ້ນຫູຂອງໃຜຫຼາຍຄົນ ມີຫຼາຍຄົນອາດຈະຍັງບໍ່ຮູ້ຈັກຕາດນີ້ ສ່ວນຫຼາຍຄົນທີ່ຮູ້ຈັກນ້ຳຕົກຕາດນີ້ຈະແມ່ນຄົນໃນພື້ນທີ່ ເຊິ່ງນ້ຳຕົກຕາດສະໝອງພາກເປັນນ້ຳຕົກຕາດທີ່ຂຶ້ນກັບບ້ານ ຕຳມະຍອດ ເມືອງ ສະໜາມໄຊ ເຊິ່ງຫ່າງຈາກເທດສະບານແຂວງປະມານ 54 ກິໂລແມັດ ເກີດຈາກຫ້ວຍສະໝອງ ໄຫຼຕົກໃສ່ເຊປຽນ, ມີຄວາມສູງປະມານ 10 ແມັດ ແລະ ກວ້າງປະມານ 30 ແມັດ, ເປັນສະຖານທີ່ພັກຜ່ອນທີ່ສວຍງາມ ແບບທຳມະຊາດ ແລະ ເປັນນ້ຳຕົກຕາດທີ່ສະອາດບໍ່ມີຂີ້ເຫຍື້ອແມ່ນແຕ່ອັນດຽວ ການເດີນທາງແມ່ນຕ້ອງເດີນທາງໄປຕາມເສັ້ນທາງ 18 ອາ ມີເສັ້ນທາງເຂົ້າເຖິງຢ່າງສະດວກສະບາຍ.

ຖ້າໃຜຄິດຢາກຈະມາທ່ຽວທີ່ນ້ຳຕົກຕາດແຫ່ງນີ້ ຕ້ອງກຽມຂອງກິນ, ອຸປະກອນ ແລະ ເຄື່ອງໃຊ້ຈຳເປັນມາພ້ອມ ເພາະ ຮ້ານອາຫານ ແລະ ສິ່ງອຳນວຍຄວາມສະດວກອື່ນໆຍັງບໍ່ທັນມີ ມີແຕ່ເຮືອນພັກແບບ Home Stay ໄວ້ບໍລິການນັກທ່ອງທ່ຽວ ເທົ່ານັ້ນ ຖ້າໃຜຢາກມາສຳພັດບັນຍາກາດແບບລຽບງ່າຍ ຢ່າລືມມາທີ່ນ້ຳຕົກຕາດແຫ່ງນີ້ແລ້ວທ່ານຈະບໍ່ຜິດຫວັງ

7ad 621e 9dsa
ຂອບໃຈຮູບພາບຈາກ: http://board.trekkingthai.com/board/show.php?forum_id=33&topic_no=135038&topic_id=136721&page=4

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...