Homeຂ່າວພາຍ​ໃນວົງກົດ ຈິນດາ ນັກກິລາໃນປະຫວັດສາດລາວ ເສຍຊີວິດແບບກະທັນຫັນ

ວົງກົດ ຈິນດາ ນັກກິລາໃນປະຫວັດສາດລາວ ເສຍຊີວິດແບບກະທັນຫັນ

Published on

ລາຍການ ເຊຍລາວ ຂໍສະແດງຄວາມເສຍໃຈຢ່າງສຸດເຊີງ ຕໍ່ກັບການຈາກໄປຂອງ ທ່ານ ວົງກົດ ຈິນດາ ຮີໂຣວິລະບຸລຸດກິລາລາວ ວົງ­ກົດ ຈິນ­ດາ “ ວິລະ­ບຸລຸດ­ຫຼຽນ­ທອງ­ ຄົນ­ທໍາອິດ­ຂອງ­ລາວ ໃນເອຊຽນເກມ ທີ່­ປັກ­ກິ່ງ ສປປຈີນ ປີ 1990 ແລະ­ ຫຼຽນເງິນ­ຄົນ­ທໍາອິດ­ຂອງ­ລາວ ໃນ­ຊີເກມ­ຄັ້ງ­ທີ 15 ທີ່ປະ­ເທດ­ມາເລເຊຍ­ປີ 1989 ແລະ­ ຄັງ­ທີ 17 ໃນ­ປີ1993 ທີ່­ສິງກະ­ໂປ ໄດ້ເສຍຊີວິດລົງແບບກະທັນຫັນ ຈາກການລົ້ມຫົວນ໊ອກພື້ນກ່ອນຈະຖືກສົ່ງປິ່ນປົວທີ່ໂຮງໝໍປາກຊ່ອງ ກ່ອນຈະຖືກສົ່ງຂຶ້ນນະຄອນຫລວງ ແຕ່ທົນຜິດບາດແຜບໍ່ໄຫວເສຍຊີວິດຢູ່ ເມືອງ ປາກກະດິງ ຫຼ້າສຸດ ທາງການນໍາກິລາລາວ ໄດ້ລະດົມຮ່ວມກັນຊ່ວຍເບື້ອງຕົ້ນແລ້ວ 10 ກວ່າລ້ານກີບ ແນວໃດກໍຕາມ ຖ້າຫາກທ່ານຢາກຈະຊ່ວຍອະດີດຮີໂຣລາວ ສາມາດຕິດຕໍ່ກັບ ກົມກິລາລະດັບສູງ ກະຊວງ ສສກ ທີ່ສະໜາມເຈົ້າອານຸວົງ ຕາມໂມງລັດຖະການ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...