Homeຂ່າວພາຍ​ໃນບາງມາດຕະການ ຄຸ້ມຄອງບັນຫາໜີ້ສິນ

ບາງມາດຕະການ ຄຸ້ມຄອງບັນຫາໜີ້ສິນ

Published on

ເພື່ອເປັນການຫຼຸດຜ່ອນສະເຫຼີມໄຊການເພີ່ມຂຶ້ນຂອງໜີ້ສິນໃນແຕ່ລະປີລັດຖະບານໄດ້ຈັດສັນທຶນໃຫ້ແຕ່ລະໂຄງການຢ່າງມີຈຸດສຸມຕາມກົດໝາຍວ່າດ້ວຍການລົງທຶນ ໂດຍສົມທົບກັບຂະແໜງການ ແລະທ້ອງຖິ່ນເພື່ອຈຳກັດ ໂຄງການທີ່ສະເໜີໃໝ່ ແລະພິຈາລະນາແຕ່ລະໂຄງການທີ່ມີຄວາມຈຳເປັນເທົ່ານັ້ນເພື່ອຫຼຸດຜ່ອນໜີ້ ສິນທີ່ຈະເກີດຂຶ້ນໃນຕໍ່ໜ້າ.
ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ຊີ້ແຈງຕໍ່ບັນດາ ສະມາຊິກສະພາແຫ່ງຊາດກ່ຽວ ກັບການຈັດສັນງົບປະມານໃຫ້ ແກ່ໂຄງການລົງທຶນຂອງລັດ ແລະການຄຸ້ມຄອງບໍ່ໃຫ້ມີໜີ້ສິນ ເພີ່ມຂຶ້ນໃນແຕ່ລະປີ ໂດຍທ່ານ ກ່າວວ່າ: ດັ່ງຮູ້ນຳກັນແລ້ວວ່າ ມາດຕາ 19 ຂອງກົດໝາຍວ່າ ດ້ວຍການລົງທຶນຂອງລັດ ແມ່ນ ມາດຕາປັບປຸງຂຶ້ນໃໝ່ຈາກກົດ ໝາຍສະບັບເກົ່າເພື່ອແກ້ໄຂ ແລະ ຈຳກັດບໍ່ໃຫ້ມີການສະເລ່ຍທຶນໃສ່ ໂຄງການ, ການຈັດສັນທຶນໃສ່ໂຄງ ການລະໜ້ອຍເຮັດໃຫ້ຜູ້ປະກອບ ການບໍ່ມິທຶນພຽງພໍໃນການປະຕິ ບັດໂຄງການ, ຜູ້ປະກອບການຈຳ ນວນໜຶ່ງປະລະໂຄງການເຮັດໃຫ້ ການຈັດຕັ້ງປະຕິບັດໂຄງການແກ່ ຍາວບໍ່ສາມາດສຳເລັດຕາມແຜນ ແລະພາໃຫ້ເກີດໜີ້ສິນຂຶ້ນຫຼາຍໃນ ໄລຍະຜ່ານມາ.

ອີງຕາມຮ່າງແຜນການລົງ ທຶນປະຈຳປີ 2017 ນີ້ເຫັນວ່າໂຄງການສືບຕໍ່ໃນທົ່ວປະເທດມີທັງໝົດ 2.361 ໂຄງການ ແລະໂຄງ ການໜີ້ສິນມີ 1.269 ໂຄງການ ລວມມູນຄ່າບັນດາໂຄງການດັ່ງ ກ່າວປະມານ 46 ພັນຕື້ກີບ ໄດ້ ຮັບການຊຳລະຜ່ານມາປະມານ 3,8 ພັນຕື້ກີບ ຍັງຄ້າງຊຳລະຕາມ ມູນຄ່າ ໂຄງການ 42,2 ພັນຕື້ກີບ ແລະຄ້າງຊຳລະຕາມໜ້າວຽກປະ ມານ 23 ພັນຕື້ກີບ, ເນື່ອງຈາກງົບ ປະມານປະຈຳປີ 2017 ໄດ້ຮັບ ພຽງແຕ່ 3,3 ພັນຕື້ກີບ ໃນນັ້ນຈະ ໄດ້ຊຳລະຄືນໃຫ້ແກ່ໂຄງການທີ່ ຖືກເລື່ອນຈ່າຍຈຳນວນ 500 ຕື້ ກີບ ແລະທຶນຈັດສັນຕົວຈິງມີພຽງ ແຕ່ 2,8 ພັນຕື້ກີບ ຊຶ່ງເຫັນວ່າໜ້ອຍຫຼາຍຕາມການສັງລວມ ການຈັດສັນທຶນຂອງຂະແໜງ ການ ແລະທ້ອງຖິ່ນທີ່ສົ່ງມາອາດ ຈະບໍ່ສາມາດຈັດຕັ້ງປະຕິບັດການ ດຸນດ່ຽງທຶນໃຫ້ໄປຕາມມາດຕາ 19 ໄດ້.

ໃນໄລຍະຜ່ານມາກະຊວງແຜນການ ແລະການລົງທຶນກໍໄດ້ແນະ ນຳຂະແໜງການ ແລະທ້ອງຖິ່ນ ເພື່ອໃຫ້ຈັດສັນທຶນຢ່າງມີຈຸດສຸມ ໂດຍສະເພາະແມ່ນໄດ້ອອກນິຕິກຳ ຈຳນວນໜຶ່ງເປັນຕົ້ນຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີສະບັບ ເລກທີ 19/ນຍ ລົງວັນທີ 21 ມິຖຸນາ 2016 ກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແລະແຜນງົບປະ ມານ 9 ເດືອນ, ຄາດຄະເນການ ຈັດຕັ້ງປະຕິບັດໝົດສົກປີ 2015-2016 ກຽມສ້າງແຜນການ ແລະ ແຜນງົບປະມານປະຈຳປີ 2017 ບົດແນະນຳຂອງລັດຖະມົນຕີແຜນການ ແລະການລົງທຶນສະບັບ ເລກທີ 1526/ຜທ.ກຜ1 ລົງວັນ ທີ 1 ກໍລະກົດ 2016 ເພື່ອຜັນ ຂະຫຍາຍແຈ້ງການດັ່ງກ່າວ ແລະ ແນະນຳຕື່ມໃຫ້ບັນດາກະຊວງ-ອົງການ ແລະທ້ອງຖິ່ນກ່ຽວກັບ ສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນການລົງທຶນ ຂອງລັດ.

ກ່ຽວກັບວຽກງານດັ່ງກ່າວໄລຍະຜ່ານມາເຖິງວ່າໄດ້ມີການ ແນະນຳລະອຽດແຕ່ເຫັນວ່າກະ ຊວງ-ອົງການ ແລະທ້ອງຖິ່ນບໍ່ ສາມາດຈັດສັນທຶນຕາມເພດານ ຂອງຕົນທີ່ໄດ້ຮັບເຂົ້າໃສ່ໂຄງການສືບຕໍ່, ໜີ້ສິນ ແລະໂຄງການສະເໜີໃໝ່ໄປຕາມມາດຕາ 19 ໄດ້ເນື່ອງຈາກໄລຍະຜ່ານມາມີຈຳນວນໂຄງການສືບຕໍ່ຫຼາຍແຕ່ໄດ້ ຮັບຊຳລະໜ້ອຍພ້ອມດຽວກັນ ນັ້ນຄວາມຕ້ອງການໃນການພັດທະນາຊ້ຳພັດສູງກວ່າຄວາມສາມາດໃນການສະໜອງທຶນ.

ທ່ານ ສຸພັນ ແກ້ວມີໄຊ ກ່າວຕື່ມວ່າ: ແນວໃດກໍດີເລີ່ມແຕ່ປີ 2017 ເປັນຕົ້ນໄປສະເໜີໃຫ້ບັນດາຂະແໜງການ ແລະທ້ອງຖິ່ນ ເປັນເຈົ້າການຄົ້ນຄວ້າ, ຈັດສັນທຶນໃຫ້ແຕ່ລະໂຄງການຢ່າງມີ ຈຸດສຸມຕາມກົດໝາຍວ່າດ້ວຍ ການລົງທຶນຂອງລັດສະບັບປັບ ປຸງຂຶ້ນໃໝ່ໃຫ້ເປັນຮູບປະທຳທັງ ນີ້ກະຊວງແຜນການ ແລະການລົງທຶນຍັງຈະສືບຕໍ່ສົມທົບກັບ ຂະແໜງການ ແລະທ້ອງຖິ່ນ ເພື່ອຈຳກັດໂຄງການທີ່ສະເໜີ ໃໝ່ລົງພ້ອມທັງພິຈາລະນາແຕ່ ລະໂຄງການທີ່ມີຄວາມຈຳເປັນ ເທົ່ານັ້ນແນໃສ່ຫຼຸດຜ່ອນໜີ້ສິນ ທີ່ຈະເກີດຂຶ້ນໃນຕໍ່ໜ້າ.

ຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...