Homeຂ່າວພາຍ​ໃນແບບສະໄຕລການແຕ່ງຕົວຂອງສາວໆທີ່ຊາຍໜຸ່ມມັກຫຼາຍທີ່ສຸດ

ແບບສະໄຕລການແຕ່ງຕົວຂອງສາວໆທີ່ຊາຍໜຸ່ມມັກຫຼາຍທີ່ສຸດ

Published on

ເມື່ອອາທິດທີ່ຜ່ານມາພວກເຮົາໄດ້ເຮັດຜົນການສຳຫຼວດຄວາມຄິດຂອງບັນກາຊາຍໜຸ່ມທັງຫຼາຍ ວ່າພວກເຂົາມັກເຫັນແມ່ຍິງແຕ່ງຕົວສະໄຕລໃດຫຼາຍທີ່ສຸດ ໂດຍກະທູ້ທີ່ຕັ້ງຂຶ້ນມາໃຫ້ເລືອກຈະມີແບບສະໄຕລການແຕ່ງຕົວຂອງຜູ້ທັງໝົດ 4 ແບບຄື: ແບບທີ 1 ແຕ່ງຕົວເຊັກຊີ້, ແບບທີ 2 ແຕ່ງຕົວແບບຫວານໆ ແບ້ວໆ, ແບບທີ 3 ແຕ່ງຕົວ ຮຽບຮ້ອຍ ເບິ່ງງາມ ເບິ່ງແພງ ແລະ ແບບທີ 4 ແຕ່ງຕົວແບບ ເທ້ໆ ກໍ່ມີຫຼາຍຄົນທີ່ໃຫ້ຄວາມສົນໃຈເຂົ້າມາສະແດງຄວາມຄິດເຫັນໃນກະທູ້ທີ່ເຮົາຕັ້ງຂຶ້ນນັ້ນ ບໍ່ວ່າຈະເປັນເພດຍິງ ຫຼື ເພດຊາຍ ເຊິ່ງຜົນຂອງການສຳຫຼວດຄັ້ງນີ້ອອກມາວ່າ:

ແບບສະໄຕລການແຕ່ງຕົວຂອງສາວໆທີ່ຊາຍໜຸ່ມມັກຫຼາຍທີ່ສຸດເປັນອັນດັບ 1 ໄດ້ແກ່ ການແຕ່ງຕົວສະໄຕລຮຽບຮ້ອຍ ເບິ່ງງາມ ເບິ່ງແພງ, ອັນດັບ 2 ໄດ້ແກ່ ແມ່ຍິງທີ່ແຕ່ງຕົວເຊັກຊີ, ອັນດັບ 3 ຕົກເປັນຂອງແມ່ຍິງທີ່ແຕ່ງຕົວອອກແບບແນວໆ ແທ້ໆ ສ່ວນການແຕ່ງຕົວແບບຫວານໆ ແບ໊ວໆ ແມ່ນບໍ່ໄດ້ຮັບຄວາມສົນໃຈ ອາດເປັນເພາະແຟຊັ່ນໃນຍຸກນີ້ໝົດຄວາມນິຍົມໃນການແຕ່ງຕົວແບບຫວານໆ ແບ້ວໆ ເໝືອນຕຸກກະຕາໄປແລ້ວກໍ່ອາດເປັນໄປໄດ້

ຈາກຜົນການສຳຫຼວດນີ້ສະແດງໃຫ້ເຫັນວ່າ ແຟຊັ່ນໃນຍຸກປະຈຸບັນນີ້ ການແຕ່ງຕົວທີ່ລຽບງ່າຍ ແຕ່ງເນັ້ນຄວາມສະບາຍຕາ ສະຫງ່າງາມ ເບິ່ງງາມມີລະດັບ ແມ່ນມາແຮງທີ່ສຸດ ຫາກສາວໆຄົນໃດຮູ້ແບບນີ້ແລ້ວ ກໍ່ຄວນລອງປັບລຸກໃນການແຕ່ງຕົວໃໝ່ ເພື່ອໃຫ້ທັນຍຸກແຟຊັ່ນ ແລະ ເປັນທີ່ໜ້າສົນໃຈແກ່ຜູ້ຄົນທີ່ພົບເຫັນ ແຕ່ສິ່ງທີ່ດີທີ່ສຸດຕ້ອງແຕ່ງຕົວໃຫ້ເຂົ້າກັບຕົວເອງຫຼາຍທີ່ສຸດ ຄືຊຸດດທີ່ເອົາໃສ່ນັ້ນທັງສີ ແລະ ແບບເສື້ອຜ້າ ຕ້ອງເໝາະສົມກັບສີຜິວ, ຮູບຮ່າງແລະ ບຸກຄະລິກຂອງເຮົາໃຫ້ຫຼາຍທີ່ສຸດມັນຈິ່ງຈະອອກມາເບິ່ງງາມ ສ່ວນຕອນນີ້ເຮົາມາເບິ່ງແບບສະໄຕລການແຕ່ງຕົວທັງ 4 ແບບກັນເລີຍດີກວ່າ

ແບບສະໄຕລການແຕ່ງຕົວທີ່ໄດ້ຮັບຄວາມນິຍົມມາເປັນອັນດັບທີ 1 ໃນຍຸກປັດຈຸບັນ ແບບລຽບງ່າຍ ເບິ່ງງາມເພິ່ງແພງ

2-4 mnmst14

page1 minimal-3

ແບບທີ 2 ແບບເຊັກຊີ້

ob 388561

092

ແບບທີ 3 ແບບແນວໆ ເທ້ໆ

1-9 5592 1-1-1 11b

ແບບທີ 4 ແບບຫວານໆ ແບ໊ວໆ 

1094 13999 9-1
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...