spot_img
Homeຂ່າວການພັດທະນາໂຈະອະນຸຍາດລົງທຶນໃໝ່ດ້ານບໍ່ແຮ່ ແຕ່ອະນຸຍາດບາງໂຄງການ

ໂຈະອະນຸຍາດລົງທຶນໃໝ່ດ້ານບໍ່ແຮ່ ແຕ່ອະນຸຍາດບາງໂຄງການ

Published on

ນັບແຕ່ກາງປີ 2012 ເປັນຕົ້ນມາລັດຖະບານ ໄດ້ອອກຄຳສັ່ງໂຈະການພິຈາລະນາໂຄງການລົງທຶນໃໝ່ສຳລັບການລົງທຶນດ້ານບໍ່ແຮ່, ແຕ່ກໍຍັງມີບາງໂຄງການໃໝ່ທີ່ໄດ້ຮັບ ການອະນຸຍາດ ແລະສືບຕໍ່ຂຸດຄົ້ນຢູ່, ຂະນະທີ່ ລັດຖະບານ

ເປີດເຜີຍວ່າຮອດດຽວນີ້ມີແລ້ວ 15 ໂຄງການຖືກຍົກເລີກເນື່ອງຈາກບໍ່ມີຄວາມສາມາດພັດທະນາ ແລະອີກ 40 ກວ່າ ບໍລິສັດແມ່ນກຳລັງຢູ່ໃນຂັ້ນຕອນແຈ້ງເຕືອນ ຫຼື ກ້າວ ໄປສູ່ການຍົກເລີກເປັນແຕ່ລະກໍລະນີຍ້ອນບໍ່ປະຕິບັດກົດໝາຍກໍຄືສັນຍາຢ່າງເຂັ້ມງວດ.

ຕໍ່ກັບບັນຫາດັ່ງກ່າວ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນໄດ້ຊີ້ແຈງຕໍ່ບັນດາສະມາຊິກສະພາແຫ່ງຊາດໃນວັນທີ 26 ຕຸລາ ຜ່ານມາວ່າ: ສາເຫດທີ່ຍັງມີບໍລິສັດຈຳ ນວນໜຶ່ງໄດ້ຮັບອະນຸຍາດຫຼັງຄຳສັ່ງນັ້ນ ແມ່ນຍ້ອນມີບາງໂຄງການຈຳນວນ ໜຶ່ງສະເໜີຂໍລົງທຶນ ແລະໄດ້ມີແຈ້ງການ ຂອງລັດຖະບານເຫັນດີໃຫ້ສຳປະທານ ກ່ອນຄຳສັ່ງເລກທີ 13/ນຍ ແຕ່ໄດ້ມາ ເຊັນສັນຍາຫຼັງຄຳສັ່ງບັນດາໂຄງການ ເຫຼົ່ານີ້ຖືວ່າບໍ່ຂັດກັບຄຳສັ່ງດັ່ງກ່າວ.

ອີກບັນຫາໜຶ່ງທີ່ໂຄງການຂະແໜງບໍ່ແຮ່ຈຳນວນໜຶ່ງໄດ້ຮັບອະນຸຍາດຫຼັງຄຳ ສັ່ງເລກທີ 13/ນຍ ນັ້ນ ແມ່ນບໍ່ນອນຢູ່ ໃນບັນຊີແຮ່ທາດສັ່ງໂຈະເຊັ່ນ: ຖ່ານຫີນ, ຫີນກາວ, ຫີນປູນ, ນໍ້ມັນ ແລະຟົສເຟສ ເພື່ອຮັບໃຊ້ແກ່ການພັດທະນາພື້ນຖານ ໂຄງລ່າງຖືວ່າບໍ່ຂັດຄຳສັ່ງດັ່ງກ່າວ,ບໍລິສັດທີ່ໄດ້ຮັບອະນຸຍາດສຳປະທານຫຼັງຄຳສັ່ງຢູ່ໃນເຂດຫ່າງໄກສອກຫຼີກ, ເຂດທຸລະກັນດານແຕ່ລັດຖະບານມີ ຄວາມຕ້ອງການພັດທະນາ, ບາງບໍລິ ສັດໄດ້ຮັບອະນຸຍາດສຳປະທານຫຼັງຄຳ ສັ່ງແຕ່ຢູ່ເຂດເກົ່າທີ່ເຄີຍອະນຸຍາດມາກ່ອນແລ້ວແຕ່ບໍລິສັດເຫຼົ່ານັ້ນບໍ່ມີຄວາມ ສາມາດພັດທະນາຈິ່ງອະນຸຍາດໃຫ້ຜູ້ ໃໝ່ປ່ຽນແທນ, ສຳລັບບາງບໍລິສັດທີ່ໄດ້ຮັບອະນຸຍາດໃໝ່ ຍ້ອນມີສັນຍາຢູ່ແລ້ວ ແຕ່ມີບັນຫາເລື່ອງເນື້ອທີ່ ຫຼືໄດ້ຮັບອະນຸ ຍາດຂະຫຍາຍເນື້ອທີ່ຈຳນວນໜຶ່ງ.

ແນວໃດກໍດີ ສຳລັບຜົນການປະເມີນ ຕີລາຄາບັນດາໂຄງການເທົ່າທີ່ໄດ້ຮັບອະນຸຍາດໄປແລ້ວນັ້ນເຫັນວ່າມີຫຼາຍ ໂຄງການບໍ່ມີຄວາມສາມາດພັດທະນາ ແລະຖືກຈັດຢູ່ໃນປະເພດໂຄງການທີ່ອ່ອນຫຼາຍພວກເຮົາກໍໄດ້ລາຍງານລັດຖະ ບານຂໍຍົກເລີກໂຄງການເຫຼົ່ານີ້ໄປແລ້ວຈຳນວນ 15 ໂຄງການ ໃນເດືອນພຶດສະ ພາຜ່ານມາ ແລະຍັງຈະສືບຕໍ່ໃຊ້ມາດຕະ ການກັບປະມານ 40 ກວ່າບໍລິສັດທີ່ບໍ່ ປະຕິບັດຕາມກົດໝາຍ ແລະສັນຍາຢ່າງ ເຂັ້ມງວດ ໂດຍເລີ່ມຈາກການກ່າວເຕືອນ, ອອກໜັງສືແຈ້ງເຕືອນ ຫຼື ກ້າວໄປສູ່ການຍົກເລີກເປັນແຕ່ລະກໍລະນີ.

ພ້ອມດຽວກັນນີ້ ຂໍແຈ້ງໃຫ້ບັນດາ ທ່ານຊາບວ່າ ໃນປະຈຸບັນ ພວກເຮົາກຳ ລັງຈັດຕັ້ງປະຕິບັດແຈ້ງການຂອງລັດ ຖະບານສະບັບເລກທີ 1242/ຫສນຍ. ກສສ ລົງວັນທີ 24 ສິງຫາ 2016 ກ່ຽວ ກັບການຮ່າງຄຳສັ່ງສະບັບໃໝ່ປ່ຽນ ແທນສະບັບເກົ່າ (ສະບັບປີ 2012) ຄາດວ່າຈະໄດ້ນຳສະເໜີຕໍ່ລັດຖະບານພິຈາ ລະນາໃນທ້າຍປີນີ້.

ອີງຕາມຂໍ້ມູນຈາກກະຊວງພະລັງ ງານ ແລະບໍ່ແຮ່ຮູ້ວ່າ: ປະຈຸບັນທົ່ວປະເທດ ມີການລົງທຶນດ້ານບໍ່ແຮ່ມີທັງໝົດ 657 ບໍລິສັດ 942 ກິດຈະການ ສາມາດສ້າງ ລາຍຮັບໃຫ້ແກ່ລັດນັບແຕ່ປີ 2013 ມານີ້ ມີທັງໝົດເກືອບ 2 ຕື້ໂດລາສະຫະລັດ.

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...