spot_img
Homeຂ່າວພາຍ​ໃນຮອງນາຍົກເນັ້ນ ໄຊຍະ ຈະຫຼຸດຜ່ອນສໍ້ໂກງຕ້ອງກໍ່ສ້ງພັກທັງ 4 ດ້ານ

ຮອງນາຍົກເນັ້ນ ໄຊຍະ ຈະຫຼຸດຜ່ອນສໍ້ໂກງຕ້ອງກໍ່ສ້ງພັກທັງ 4 ດ້ານ

Published on

ການຕ້ານການສໍ້ລາດບັງຫຼວງຖືເປັນວຽກສຳຄັນທີ່ພັກ-ລັດກຳລັງເລັ່ງແກ້ໄຂ ເພື່ອສ້າງຄວາມໂປ່ງໃສໃນວົງການ ຊຶ່ງຊຸມປີມໍ່ໆ ມານີ້ໄດ້ມີການຕິດຕາມກວດກາ ແລະປະຕິບັດ ວິໄນຕໍ່ຜູ້ກະທຳຜິດຢ່າງຕໍ່ເນື່ອງມາ ແຕ່ຍັງສືບຕໍ່ມີໃຫ້ເຫັນການສໍ້ຫຼາດບັງຫຼວງເກີດຂື້ນຢູ່ຫຼາຍແຂວງ, ສຳລັບ

    ແຂວງໄຊຍະບູລີ ທ່ານຮອງນາຍົກປະ ທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງ ຫຼວງ ເພື່ອຫຼຸດຜ່ອນປາກົດການຫຍໍ້ທໍ້ດັ່ງກ່າວໃນຕໍ່ໜ້ານີ້ຕ້ອງເອົາໃຈໃສ່ຕິດຕາມກວດກາການປັບປຸງກໍ່ສ້າງພັກທັງ 4 ດ້ານ ເປັນຕົ້ນໃຫ້ໄດ້ດ້ານການເມືອງແນວຄິດ,ປອດໃສດ້ານການຈັດຕັ້ງ, ມີການນຳພາ ທີ່ເຂັ້ມແຂງ, ເຄົາລົບ ແລະປະຕິບັດຫຼັກ ການລວມສູນປະຊາທິປະໄຕ, ເຄົາລົບປະ ຕິບັດກົດໝາຍ ແລະລະບຽບການຕ່າງໆ ຂອງລັດ ແລະຍຸດທະສາດຕ້ານການສໍ້ ລາດບັງຫຼວງ.

ທ່ານ ບຸນທອງ ຈິດມະນີ ຮອງນາ ຍົກລັດຖະມົນຕີ, ປະທານຄະນະກວດກາ ສູນກາງພັກ, ປະທານອົງການກວດກາ ລັດຖະບານໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານກວດກາທົ່ວຂອງແຂວງ ຄັ້ງທີ III ທີ່ສໍາເລັດລົງໃນວັນທີ 25 ຕຸລາ ນີ້ທີ່ສະໂມສອນໂຮງຮຽນການເມືອງ ການປົກຄອງແຂວງໄຊຍະບູລີ ໂດຍການ ເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທິວົງ ກຳມະການສູນການພັກເລຂາ ພັກແຂວງເຈົ້າແຂວງໆໄຊຍະບູລີ ຊຶ່ງມີ ບັນດາກຳມະການປະຈຳພັກແຂວງ, ກຳ ມະການພັກແຂວງ, ຄະນະພັກອົງການ ກວດສອບແຫ່ງລັດປະຈຳພາກເໜືອ ມີເລຂາພັກເມືອງ, ເຈົ້າເມືອງ, ເລຂາ ໜ່ວຍພັກອ້ອມຂ້າງແຂວງ, ພ້ອມດ້ວຍ ຫົວໜ້າຫ້ອງການກວດກາ ແລະສະມາ ຊິກສະພາປະຊາຊົນ ແຂວງເຂົ້າຮ່ວມ 200 ຄົນ, ທ່ານໄດ້ກ່າວໃນໂອກາດ ດັ່ງກ່າວນີ້ວ່າ: ໃນຕໍ່ໜ້າຄະນະພັກພະນັກ ງານການນຳໆພາຄຸ້ມຄອງ ແລະຄະນະ ກວດກາແຕ່ລະຂັ້ນຕ້ອງສຸມໃສ່ຕິດຕາມ-ກວດກາ ໂດຍສະເພາະແມ່ນປະຕິບັດບັນ ດາໂຕເລກຄາດໝາຍຂອງແຜນພັດທະ ນາເສດຖະກິດສັງຄົມ, ເອົາໃຈໃສ່ຕິດ ຕາມກວດກາການປັບປຸງກໍ່ສ້າງພັກ ທັງ 4 ດ້ານເຊັ່ນ: ກໍ່ສ້າງພັກໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງແນວຄິດ, ປອດໃສດ້ານການຈັດຕັ້ງ, ເຂັ້ມແຂງ ຄ່ອງແຄ້ວເປັນເອກະພາບທາງດ້ານແບບ ແຜນການນຳພາ, ວິທີເຮັດວຽກເຄົາລົບ ແລະປະຕິບັດຫຼັກການລວມສູນປະຊາທິ ປະໄຕ, ຕິດຕາມກວດກາປະຕິບັດມະຕິ ຄຳສັ່ງກົດລະບຽບຂອງພັກ ແລະຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຄະ ນະພັກ, ສະມາຊິກພັກພະນັກງານການ ຈັດຕັ້ງຂັ້ນຕ່າງໆຂອງພັກເປັນເຈົ້າການ ເຄົາລົບປະຕິບັດກົດໝາຍ ແລະລະບຽບ ການຕ່າງໆຂອງລັດເປັນຕົ້ນແມ່ນບັນດາກົດໝາຍ ແລະຍຸດທະສາດຕ້ານການ ສໍ້ລາດບັງຫຼວງ.

ຊຶ່ງໃນກອງປະຊຸມດັ່ງກ່າວແມ່ນໄດ້ພ້ອມກັນຕີລາຄາຄືນຢ່າງເລິກເຊິ່ງພາ ວະວິໄສຕໍ່ການເຄື່ອນໄຫວວຽກງານຕິດ ຕາມກວດກາໃນໄລຍະ 5 ປີຜ່ານມານີ້ ແມ່ນການປະກອບສ່ວນສຳຄັນເຂົ້າໃນການປະຕິບັດແນວທາງນະໂຍບາຍ, ມະ ຕິຄຳສັ່ງ, ກົດລະບຽບຂອງພັກ ແລະ ກົດ ໝາຍຂອງລັດເປັນຕ້ົນແມ່ນມະຕິກອງ ປະຊຸມໃຫຍ່ຄັ້ງທີ IX ແລະຄັ້ງທີ X ຂອງພັກ. ມະຕິກອງປະຊຸມໃຫຍ່ຄັ້ງທີ V ທີ VI ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ລັດ 5 ປີ ຄັ້ງທີ VIII , ບັນລຸຂໍ້ກຳນົດ, ບົດແນະນຳລະບຽບການ ແລະກົດໝາຍ ຕ່າງໆຂອງລັດໂດຍໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ-ດ້ານອ່ອນຂໍ້ຄົງຄ້າງ ສາຍເຫດ ແລະ ບົດຮຽນທີ່ຖອດຖອນໄດ້.

ພ້ອມດຽວກັນນີ້ກອງປະຊຸມໄດ້ ຄົ້ນຄວ້າ ແລະເປັນເອກະພາບຕໍ່ທິດທາງ ໜ້າທີ່ວຽກງານຕິດຕາມກວດກາສະກັດ ກັ້ນ ແລະຕ້ານການສໍ້ລາດບັງຫຼວງ 5 ປີ ໃນຕໍ່ໜ້າ ໂດຍບັນດາຜູ້ເຂົ້າຮ່ວມໃນແຕ່ ລະຂົງເຂດ ໄດ້ພ້ອມກັນປະກອບຄຳຄິດ ຄຳເຫັນ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມ ເຕັມໄປດ້ວຍເນື້ອໃນຄວາມໝາຍເຫັນ ໄດ້ດ້ານຕັ້ງໜ້າຜົນງານທີ່ຕ້ອງໄດ້ສຶບຕໍ່ ເສີມຂະຫຍາຍ ແລະດ້ານອ່ອນທີ່ຈະຕ້ອງ ສືບຕໍ່ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ແຂວງມີຄວາມສະ ຫງົບປອດໄພເສດຖະກິດຂະຫຍາຍຕົວ ຕໍ່ເນື່ອງ.

ຂ່າວຈາກ: ເສດຖະກິດ-ສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...