Homeຂ່າວທ້ອງຖິ່ນກຽມສະເຫຼີມສະຫລອງວັນປະດິດສະຖານອະນຸສາວະລີເຈົ້າອານຸວົງ

ກຽມສະເຫຼີມສະຫລອງວັນປະດິດສະຖານອະນຸສາວະລີເຈົ້າອານຸວົງ

Published on

ຫ້ອງວ່າການປົກຄອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມງານສະເຫຼີມສະຫຼອງຄົບຮອບ 6 ປີ  ວັນປະດິດສະຖານອະນຸສາວະລີເຈົ້າອານຸວົງ ຂຶ້ນ ໃນວັນທີ 21 ຕຸລາ 2016 ທີ່ຜ່ານມາ ໂດຍການເປັນປະທານ ທ່ານນາງ ບົວລອນ ວົງດາລາແສນ ເຈົ້າເມືອງ ຈັນທະບູລີ ມີພຣະອາຈານ ຄຳມາ ປັນຍາວິຈິດ ຮອງປະທານ ອພສ ສູນກາງ ເຈົ້າອະທິການວັດຮ່ອງຄ້າ ພ້ອມພຣະສົງສາມະເນນ, ຮອງເຈົ້າເມືອງ, ຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ທ່ານເຈົ້າເມືອງໄດ້ແຈ້ງໃຫ້ຮູ້ກ່ຽວກັບໜ້າວຽກ ຂອງຄະນະອະນຸກຳມະການຮັບຜິດຊອບ ແຕ່ລະວຽກງານ ເນັ້ນການສະຫຼອງແບບກະທັດຮັດ ໃຫ້ຮັກສາຮີດຄອງປະເພນີ ແລະ ມີເນື້ອໃນ ຄວາມໝາຍ ໂດຍຖືເອົາການຖອດຖອນບົດຮຽນໃນການຈັດງານຄັ້ງທີ່ຜ່ານມາ ແຕ່ລະພາກສ່ວນຕ້ອງລາຍງານວຽກການກະກຽມກ່ອນວັນສະເຫຼີມສະຫຼອງ ປີນີ້ຈະຈັດຂຶ້ນໃນວັນທີ 9-10 ພະຈິກ 2016 ທີ່ຈະມາຮອດນີ້ ຈະມີພຣະສົງເຂົ້າຮ່ວມເຖິງ 123 ອົງ ແລະ ມີການຄົບງັນຕາມປະເພນີ

ພ້ອມນີ້ທ່ານເຈົ້າເມືອງ ຍັງຮຽນເຊີນ ບັນດາຊາວພຸດທະບໍລິສັດທັງຫຼາຍ ທັງຢູ່ໃກ້ ແລະ ຢູ່ໄກ ຊາບທົ່ວເຖິງກັນ ຮ່ວມເປັນເຈົ້າສັດທາທຳບຸນກິນທານ ເນື່ອງໃນໂອກາດສະເຫຼີມສະຫຼອງງານຄັ້ງນີ້ດ້ວຍ

 

ຂ່າວຈາກ: ເສດຖະກິດ-ການຄ້າ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...