Homeຂ່າວການພັດທະນາໂຈະສ້າງສະໜາມບິນໜອງຄ້າງຍ້ອນບັນຫາການເງິນ

ໂຈະສ້າງສະໜາມບິນໜອງຄ້າງຍ້ອນບັນຫາການເງິນ

Published on

ໂຄງການກໍ່ສ້າງສະໜາມບິນໜອງຄ້າງເປັນຄວາມຫວັງໃໝ່ຂອງປະຊາຊົນໃນແຂວງຫົວພັນທີ່ຄອງຄອຍມານານຫຼາຍປີ ເພື່ອທີ່ຈະໄດ້ໃຊ້ບໍລິການ ໃນການໄປ-ມາຫາສູ່ທາງອາກາດເພີ່ມທາງເລືອກທີ່ດີຂຶ້ນແກ່ການເດີນທາງ, ການ

ຂົນສົ່ງສິນຄ້າຕ່າງໆກັບບັນດາແຂວງອື່ນໆໃຫ້ມີຄວາມສະດວກສະ ບາຍຫຼາຍຂຶ້ນ ແຕ່ຫຼັງຈາກກໍ່ສ້າງໄດ້ໄລຍະໜຶ່ງໂຄງການດັ່ງກ່າວແມ່ນໄດ້ຢຸດເຊົານັບແຕ່ທ້າຍປີຜ່ານມາ ຊຶ່ງມີຄຳຕອບຫຼ້າສຸດຈາກຜູ້ຮັບເໝົາວ່າທີ່ຕ້ອງ ໂຈະການກໍ່ສ້າງຍ້ອນບັນຫາທາງ ການເງິນ.

ທ່ານ ບຸນຈັນ ສິນທະວົງ ລັດ ຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ຊີ້ແຈງກ່ຽວກັບໂຄງ ການກໍ່ສ້າງສະໜາມບິນໜອງຄ້າງ ຕໍ່ບັນດາສະມາຊິກສະພາແຫ່ງຊາດ ໃນວັນທີ 26 ຕຸລາຜ່ານມາວ່າ: ໂຄງການກໍ່ສ້າງສະໜາມບິນໜອງ ຄ້າງ ແຂວງຫົວພັນ ໄດ້ມີການເຊັນ ສັນຍາກໍ່ສ້າງລະຫວ່າງກະຊວງ ໂຍທາທິການ ແລະຂົນສົ່ງ (ຍທຂ) ໂດຍກົມການບິນພົນລະເຮືອນ ແລະບໍລິສັດພັດທະນາກະສິກຳ ຮ່ວງແອງອັດຕະປື ໃນກາງປີ 2013 ມີມູນຄ່າການກໍ່ສ້າງທັງໝົດ 74 ລ້ານໂດລາ ຫຼື ປະມານ 592 ຕື້ກີບ ມາເຖິງເດືອນກັນຍາ 2015 ໂຄງການດັ່ງກ່າວຄືບໜ້າພຽງແຕ່ 32% ຖ້າທຽບໃສ່ ແຜນການຈະຕ້ອງສຳເລັດ 74%, ປະຈຸບັນບໍລິສັດຮັບເໝົາໄດ້ຢຸດການກໍ່ສ້າງທັງໝົດແຕ່ທ້າຍປີ 2015 ໂດຍໃຫ້ເຫດຜົນວ່າຍ້ອນລາຄາຢາງພາລາຕົກຕ່ຳຫຼາຍ ເຮັດໃຫ້ບໍລິສັດພົບບັນຫາທາງ ດ້ານການເງິນ ແລະອີກບັນຫາໜຶ່ງຍ້ອນບໍລິສັດບໍ່ໄດ້ຮັບການສຳປະທານໂຄງການເຂື່ອນໄຟຟ້ານ້ຳແອດ 1, 2 ແລະ 3 ຈາກລັດຖະບານລາວ.

ຕໍ່ບັນຫາດັ່ງກ່າວ ກົມການບິນພົນລະເຮືອນໄດ້ເຊີນເອົາບໍລິສັດຮັບເໝົາ ແລະບໍລິສັດທີ່ປຶກສາເພື່ອແກ້ໄຂບັນຫາ ຊຶ່ງບໍລິສັດໄດ້ຢືນຢັນວ່າເປັນການຢຸດເຊົາຊົ່ວຄາວ ເທົ່ານັ້ນ ຈະກັບຄືນມາສືບຕໍ່ກໍ່ສ້າງອີກ ພາຍຫຼັງສະພາບການເງິນຂອງບໍລິສັດ ດີຂຶ້ນ ແລະຖ້າລັດຖະບານລາວມອບໂຄງ ການເຂື່ອນໄຟຟ້າແຫ່ງໃໝ່ ເພື່ອທົດແທນ ໂຄງການເຂື່ອນໄຟຟ້ານ້ຳແອດທີ່ລັດຖະ ບານບໍ່ອະນຸມັດໃຫ້ ຊຶ່ງສ້າງຄວາມລຳ ບາກໃຈແກ່ລັດຖະບານພໍສົມຄວນທັງ ເງິນຊົດເຊີຍທີ່ຍັງບໍ່ທັນໄດ້ຊົດເຊີຍແກ່ຜູ້ທີ່ໄດ້ຮັບຜົນກະທົບປະມານ 850 ລ້ານ ກວ່າກີບ ສຳລັບໂຄງການກໍ່ສ້າງສະ ໜາມບິນໜອງຄ້າງແມ່ນໜຶ່ງໃນໂຄງ ການຄວາມຫວັງຂອງແຂວງກໍຄືຂອງ ລັດຖະບານເພື່ອດຶງດູດ ແລະສົ່ງເສີມ ການທ່ອງທ່ຽວຂອງແຂວງໃຫ້ມີອັດຕາ ການຂະຫຍາຍຕົວສົມກັບຄວາມບົ່ມ ຊ້ອນຂອງແຂວງ ເນື່ອງຈາກຫົວພັນມີ ແຫຼ່ງທ່ອງທ່ຽວທາງທຳມະຊາດພູຜາປ່າ ໄມ້ທີ່ສວຍງາມສະຖານທີ່ທ່ອງທ່ຽວ ທາງປະຫວັດສາດທີ່ໜ້າສົນໃຈບໍ່ໜ້ອຍ ໄປກວ່າແຂວງອື່ນໆ

ແຫລ່ງຂ່າວ: ເສດຖະກິດ-ສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...