spot_img
Homeຂ່າວພາຍ​ໃນສະໜາມເປີດ-ປິດ “ຊຽງຂວາງ ເກມ 2018” ຄືບໜ້າເກືອບ 50 ເປີເຊັນ ຄາດສຳເລັດກ່ອນມື້ເປີດງານ 3 ເດືອນ

ສະໜາມເປີດ-ປິດ “ຊຽງຂວາງ ເກມ 2018” ຄືບໜ້າເກືອບ 50 ເປີເຊັນ ຄາດສຳເລັດກ່ອນມື້ເປີດງານ 3 ເດືອນ

Published on

ສະໜາມກິລາເປີດ-ປິດ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນປີ 2018 ຫຼື “ຊຽງຂວາງ ເກມ 2018” ນັບມາຮອດປັດຈຸບັນ ຄືບໜ້າແລ້ວເກືອບ 50 ເປີເຊັນ ແລະ ຄາດວ່າຈະໃຫ້ສຳເລັດ 100 ເປີເຊັນ ກ່ອນມື້ເປີດງານ 3 ເດືອນ.

ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງຂວາງ ທັງເປັນຮອງປະທານຈັດງານ ລາຍງານ ຕໍ່ກອງປະຊຸມ ຄະນະຮັບຜິດຊອບລະດັບຊາດ ຄັ້ງທີ 1 ຂອງງານ ມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເມື່ອບໍ່ດົນມານີ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງການ ສະບັບເລກທີ 479/ຫລບ.ກລຂ ລົງວັນທີ 01/04/2013 ແຂວງຊຽງຂວາງ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ດຳເນີນຕາມບາດກ້າວ, ຂັ້ນຕອນຂອງໂຄງການກໍ່ສ້າງເຊັ່ນ: ການອອກແບບ, ມາດຖານເນັກນິກ, ການຈັດຊື້-ຈັດຈ້າງ ຕາມລະບຽບການ, ມາເຖິງວັນທີ 23 ພະຈິກ 2013 ໄດ້ຈັດພິທີວາງສີລາລຶກ ແລະ ດຳເນີນການກໍ່ສ້າງ ຢ່າງເປັນທາງການ ແຕ່ມາຮອດເດືອນກຸມພາ 2014 ເຫັນວ່າ ລັດຖະບານ ພົບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ຈຶ່ງໄດ້ໂຈະການກໍ່ສ້າງໄວ້ຊົ່ວຄາວ ແລະ ມາຮອດວັນທີ 7 ເມສາ 2015 ຈຶ່ງໄດ້ຮັບແຈ້ງການຂອງລັດຖະບານ ເລກທີ 590/ຫລບ.ກລຂ ໃຫ້ແຂວງຊຽງຂວາງ ສືບຕໍ່ ການກໍ່ສ້າງ ສະໜາມກິລາເປີດ-ປິດ ທີ່ຄັງໜອງຫຼວງ ເມືອງແປກ ນັບມາຮອດປັດຈຸບັນ ການກໍ່ສ້າງສະໜາມດັ່ງກ່າວມີຄວາມຄືບໜ້າແລ້ວ 45 ເປີເຊັນ ແລະ ຄາດວ່າຈະໃຫ້ສຳເລັດ 100 ເປີເຊັນ ກ່ອນມື້ເປີດງານ 3 ເດືອນ. ສ່ວນບັນດາ ສະໜາມກິລາແຂ່ງຂັນຕ່າງໆ ທີ່ມອບໝາຍໃຫ້ ເອກະຊົນຮັບຜິດຊອບກໍ່ສ້າງນັ້ນ ກໍ່ຖືວ່າມີຄວາມຄືບໜ້າ ແລະ ສຳເລັດໄປແລ້ວບາງສະໜາມ ເປັນຕົ້ນແມ່ນສະໜາມກິລາໂບລິ້ງ ສຳເລັດແລ້ວ 100 ເປີເຊັນ, ສະໜາມກ໊ອຟ (ບ້ານນາເທົາ) ສຳເລັດ 90 ເປີເຊັນ, ສະໜາມກ໊ອຟ (ບ້ານນາຄອນ) ສຳເລັດໄປແລ້ວ 60 ເປີເຊັນ, ສະໜາມຍິງປືນ ເລືອກສະຖານທີ່ກໍ່ສ້າງໃໝ່, ສະໜາມກິລາບານສົ່ງ ແລະ ສະໜາມກິລາເປຕັງ (ບ້ານໂງຍ) ພວມດຳເນີນການປັບໜ້າດິນ, ອອກແບບ ແລະ ສັ່ງໂຄງເຫຼັກ ເຂົ້າມາສະຖານທີ່ກໍ່ສ້າງ ຄືບໜ້າແລ້ວ 15 ເປີເຊັນ ແລະ ສະລອຍນ້ຳ (ບ້ານນ້ຳຮົ່ມ) ປັດຈຸບັນກຳລັງສຳຫຼວດ-ອອກແບບ.

      ທ່ານຮອງປະທານຈັດງານ ກ່າວອີກວ່າ: ສຳລັບຄາດຄະເນການກໍ່ສ້າງ ແລະ ສ້ອມແປງ ສະໜາມເກົ່າ ເພື່ອເປັນ ສະຖານທີ່ແຂ່ງຂັນກິລາປະເພດຕ່າງໆ ທາງພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ໄດ້ສົມທົບກັບກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ເພື່ອລົງສຳຫຼວດສະໜາມ ທີ່ຈະນຳເຂົ້າສູ່ການແຂ່ງຂັນທີ່ແຂວງມີແລ້ວ ແລະ ຈະກໍ່ສ້າງໃໝ່ ໂດຍທ່ານເຈົ້າແຂວງຊຽງຂວາງ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 60/ຈຂ.ຊຂ, ລົງວັນທີ 19 ມັງກອນ 2016 ວ່າດ້ວຍການກຳນົດ ສະຖານທີ່ແຂ່ງຂັນ ກິລາປະເພດຕ່າງໆ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ. ເຊິ່ງຈະຕ້ອງ ໄດ້ມີການສ້ອມແປງຄືນ ສະໜາມເກົ່າ ແລະ ສ້າງສະໜາມໃໝ່ເພີ່ມອີກ ໃນນີ້ຈະສ້ອມແປງສະໜາມເກົ່າ 13 ສະໜາມ ມູນຄ່າ 9,669 ຕື້ກວ່າກີບ ແລະ ກໍ່ສ້າງສະໜາມໃໝ່ ຈຳນວນ 4 ໜາມ ມູນຄ່າ 75,132 ຕື້ກວ່າກີບ. ນອກນັ້ນ, ຍັງມີສະໜາມ ທີ່ໄດ້ມອບໃຫ້ນັກທຸລະກິດ ດຳເນີນການກໍ່ສ້າງ ດ້ວຍທຶນເຂົາເຈົ້າເອງ 100 ເປີເຊັນ ຈຳນວນ 6 ສະໜາມ ຕາມທີ່ໄດ້ກຳນົດໃນຂໍ້ຕົກລົງ.

ຂ່າວໂດຍ: ຊ້າງນ້ອຍ ນສພ ສຶກສາ-ກິລາ ລາຍວັນ.

ພາບໂດຍ: ຄົນຂ້າງສະໜາມ ນສພ ສຶກສາ-ກິລາ ລາຍວັນ

ທີ່ມາຈາກ: 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...