spot_img
Homeຂ່າວຕ່າງປະເທດຫວຽດນາມ ເລັ່ງແກ້ໄຂບັນຫາການຕັດໄມ້ຜິດກົດໝາຍ

ຫວຽດນາມ ເລັ່ງແກ້ໄຂບັນຫາການຕັດໄມ້ຜິດກົດໝາຍ

Published on

 ສສ ຫວຽດນາມ​ເລັ່ງ​ແກ້​ໄຂ​ບັນຫາການ​ລັກລອບ​ຕັດ​ໄມ້ ​ແບບ​ຜິດ​ກົດ​ໝາຍ​ຢ່າງ​ຮີບ​ດ່ວນ ຫຼັງ​ຈາກ 9 ​ເດືອນ​ຕົ້ນ​ປີ​ນີ້ ສາມາດ​ກວດ​ພື້ນ​ທີ່​ປ່າ​ໄມ້​ຖືກ​ທຳລາຍ​ແລ້ວ​ເກືອບ 1 ພັນ​ເຮັກຕາ ​ເພີ່ມ​ຂຶ້ນ 10,3% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ.

     ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ກະຊວງ​ກະສິກຳ ​ແລະ ການ​ພັດທະນາ​ຊົນນະບົດ​ຂອງ​ຫວຽດນາມ​ຖະ​ແຫຼ​ງ​ໃນ​ວັນ​ທີ 24 ຕຸລາ​ທີ່​ຜ່ານ​ມາ​ວ່າ ​ໃນ​ໄລຍະ 9 ​ເດືອນ​ຕົ້ນ​ປີ​ນີ້ ມີ​ການ​ລັກລອບ​ຕັດ​ໄມ້​ທັງ​ໝົດ 1.594 ຄັ້ງ​ເພີ່ມ​ຂຶ້ນ​ເກືອບ 28% ຈາກ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ ​ແລະ ນັບ​ຕັ້ງ​ແຕ່​ປີ 2010-2014 ການ​ລັກລອບ​ຕັດ​ໄມ້​ເຮັດ​ໃຫ້​ປະ​ເທດ​ສູນ​ເສຍ​ພື້ນ​ທີ່​ປ່າ​ໄມ້​ລວມກັນ​ແລ້ວ1.281 ​ເຮັກຕາ, ຊຶ່ງ​ທາງ​ການ​ຫວຽດນາມ​ຕັ້ງ​ເປົ້າ​ຈະ​ຫຼຸດ​ການ​ຕັດ​ໄມ້​ທຳລາຍ​ປ່າລົງ​ໃຫ້​ໄດ້ 20%​ໃນ​ປີໜ້າ ​ແລະ ​ເພີ່ມພື້ນ​ທີ່​ປ່າ​ຈາກ 40,84% ຂອງ​ພື້ນ​ທີ່​ປະ​ເທດ​ໃນ​ປີ 2015 ​ເປັນ 41,3%​ໃນ​ປີໜ້າ.

ທ່ານ ຫງວຽນ ຊວນ​ ຟຸກ ນາຍົກລັດຖະມົນຕີຫວຽດນາມ​ມີ​ຄຳ​ສັ່ງ​ໃນ​ເດືອນ​ມິຖຸນາ​ທີ່​ຜ່ານ​ມາ​ຫ້າມ​ຖາງ​ປ່າ​ທຳ​ມະ​ຊາດ​ຢ່າງ​ເດັດ​ຂາດ​ເພື່ອ​ປົກ​ປ້ອງ​ປ່າ​ທີ່​ເຫຼືອ​ຢູ່  2,3 ລ້ານ​​ເຮັກຕາ( 14 ລ້ານ​ໄຣ່) ​ເພື່ອ​ຫວັງ​ສະກັດ​ກັ້ນບໍ່​ໃຫ້​ບໍລິສັດ​ຕ່າງໆ​ອາ​ໄສ​ຊ່ອງ​ວ່າງ​ຂອງ​ນະ​ໂຍບາຍ​ທີ່​ອະນຸຍາດ​ໃຫ້​ຖາງ​ປ່າ​ຊຸດ​ໂຊມ​ເພື່ອ​ນຳ​ໄປ​ໃຊ້​ປູກ​ຕົ້ນ​ໄມ້​ທາງ​ດ້ານ​ການ​ຄ້າ.

ຂ່າວຈາກ: ເສດຖະກິດ-ສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...