Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ສປປ ລາວ ຈະເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມື ຊີແອວວີ ຄັ້ງທີ 8

ນາຍົກລັດຖະມົນຕີ ສປປ ລາວ ຈະເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມື ຊີແອວວີ ຄັ້ງທີ 8

Published on

ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ຫງຽນ ຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄະນະຜູ້ແທນແຫ່ງສປປ ລາວ ນໍາໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືກໍາປູເຈຍ-ລາວ-ຫວຽດນາມ ຫຼື ຊີແອວເອັມວີ CLMV ຄັ້ງທີ 8, ກອງປະຊຸມສຸດຍອດຂອບຍຸດທະສາການຮ່ວມມືດ້ານເສດຖະກິດແມ່ນ້ຳອີລາວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນ້ຳຂອງ ຫຼື ແອັກແມັກ ACMECS ຄັ້ງທີ 7 ແລະ ເວທີເສດຖະກິດໂລກ -ແມ່ນ້ຳຂອງໃນວັນທີ 24-26 ຕຸລາ 2016 ທີ່ຮ່າໂນຍ ສສ ຫວຽດນາມ.

2744

ໂນໂອກາດກອງປະຊຸມສຸດຍອດຊີແອວເອັມວີ ຄັ້ງທີ 8 ແລະ ກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 7 ນີ້, ບັນດາຜູ້ນໍາຈະໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງປະເທດ ສະມາຊິກນໍາກັນ ໂດຍສະເພາະການຮ່ວມມືກັນ ເພື່ອການເຊື່ອມໂຍງ ແລະການເຊື່ອມຈອດພາກພື້ນລວມທັງການສ້າງຄວາມອາດສາມາດໃນການແຂ່ງຂັນ ແລະ ການພັດທະນາແບບຍືນຍົງ.

 

ຂ່າວຈາກ: ສຳນັກຂ່າວເອບີຊີ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...