HomeມູມໄອທີລາວXiaomi ເປີດໂຕເຮືອທຸງໃໝ່ Mi Note 2 ມາພ້ອມຈໍ OLED, ຂອບໂຄ້ງ, Snapdragon 821, Android 6.0...

Xiaomi ເປີດໂຕເຮືອທຸງໃໝ່ Mi Note 2 ມາພ້ອມຈໍ OLED, ຂອບໂຄ້ງ, Snapdragon 821, Android 6.0 ເລີ່ມຕົ້ນທີ່ 3.370.000 ກີບ

Published on

Xiaomi ປະກາດເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ຂອງບໍລິສັດແລ້ວນາມວ່າ: Mi Note 2. ສຳລັບໂທລະສັບລຸ້ນນີ້ແມ່ນມາພ້ອມຈໍ OLED ຂະໜາດ 5.7 ນິ້ວ, ໂດຍເນື້ອທີ່ຈໍນັ້ນກວມເອົາໂຕເຄື່ອງທີ່ 77.2%, ມາພ້ອມຊິບ Snapdragon 821 ແລະ Android 6.0 (Marshmallow). ນອກຈາກນີ້ຂອບໂຕເຄື່ອງແມ່ນເຮັດດ້ວຍອະລູມິນ້ຽມ ແລະເຊັນເຊີ້ສະແກນນິ້ວມືທີ່ປຸ່ມ Home.

ສຳລັບສະເປັກຂອງ Xiaomi Mi Note 2 ມີດັ່ງນີ້:

  • ສັດສ່ວນເຄຶ່ອງ: 156.2 x 77.3 x 7.6 ມມ
  • ນ້ຳໜັກ: 166 ກຣາມ
  • ໜ້າຈໍ: OLED ຂະໜາດ 5.7 ນິ້ວ, FullHD (1920 x 1080 ພິກເຊວ), ເຊິ່ງຂອບຈໍໂຄ້ງທັງສອງເບື້ອງ ແລະຊ່ວງສີ NTSC 110%
  • CPU: Snapdragon 821 64-bit 2.35GHz 
  • GPU: Adreno 530 
  • RAM: 4GB DDR4 ແລະ 6GB DDR4 
  • ROM: 64GB (UFS 2.0) ແລະ 128GB (UFS 2.0) 
  • ລະບົບ: Android 6.0 (Marshmallow) ພ້ອມ MIUI 8
  • ຊິມ: Dual SIM (nano + nano)
  • ກ້ອງຫຼັງ: 22.56 ລ້ານພິກເຊວ ມາພ້ອມແຟລັດຄູ່ໂທນ LED, EIS, ເຊັນເຊີ້ Sony IMX318, ເລນ 6 ສ່ວນ, f/2.0, ຖ່າຍວີດີໂອ 4K 
  • ກ້ອງໜ້າ: 8 ລ້ານພິກເຊວ ມາພ້ອມ f/2.0, ເຊັນເຊີ້ Sony IMX258, ມຸມກວ້າງ 76° 
  • ເຊັນເຊີ້: ສະແກນນິ້ວມື, ອິນຟຣາເຣດ 
  • ລະບົບສຽງ: 24-bit 192kHz / 24-bit lossless audio
  • ພອຣ໌ດ: ຮູແຈັກ 3.5 ມມ, USB Type-C
  • ການເຊື່ອມຕໍ່: 4G VoLTE , WiFi 802.11 ac (2.4/5 GHz), Bluetooth 4.2, GPS, NFC
  • ແບັດເຕີຣີ: 4000mAh ພ້ອມຮອງຮັບ Quick Charge 3.0

ສຳລັບ Xiaomi Mi Note 2 ແມ່ນມີ 2 ສີໃຫ້ເລືອກຄື: Piano Black ແລະ Glacier Silver. ສ່ວນລາຄາເປີດໂຕແມ່ນມີດັ່ງນີ້:

  • Xiaomi Mi Note 2 ລຸ້ນ RAM 4GB + ROM 64GB ລາຄາ 2799 ຢວນ (3.370.000 ກີບ) 
  • Xiaomi Mi Note 2 ລຸ້ນ RAM 6GB + ROM 128GB ລາຄາ 3299 ຢວນ (3.970.000 ກີບ) .
  • Xiaomi Mi Note 2 ລຸ້ນຮອງຮັບ LTE ທົ່ວໂລກ RAM 6GB + ROM 128GB ລາຄາ 3499 ຢວນ (4.210.000 ກີບ). 

ສຳລັບລຸ້ນນີ້ແມ່ນເລີ່ມເປີດໃຫ້ສັ່ງຈອງຕັ້ງແຕ່ມື້ນີ້ເປັນຕົ້ນໄປທີ່ປະເທດຈີນ ຈົນເຖິງມື້ວາງຈຳໜ່າຍວັນທີ 1 ພະຈິກນີ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ...

ລົດລົ້ມເປີດໂປງທຸກຄະດີ ພົບທັງປືນ ການມົ້ວສຸມນ້ຳທ່ອມ ຂາຍຢາ ແລະ ເຄີຍກໍ່ຄະດີປຸ້ນຄຳ ທີ່ແກ້ງກອກ ແຂວງສະຫວັນນະເຂດ.

ຈາກນັ້ນ ປກສ ເມືອງ ອຸທຸມພອນ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງກວດກາ, ສອບສວນ, ເກັບກຳຂໍ້ມູນ ສະຖານທີ່ເກີດເຫດຕົວຈິງ: ຜູ້ທີ່ຂັບຂີ່ລົດຈັກຍີຫໍ້ຮອນດ້າ, ລຸ້ນ FORZA 350,...

ຄະນະຜູ້ແທນລາວ ຮ່ວມພິທີວາງພວງມາລາ-ເຄົາລົບພະສົບ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ

ໃນວັນທີ 27 ມິຖຸນາ 2026 ທີ່ ບາງກອກ, ປະເທດໄທ, ໂດຍໄດ້ຮັບການມອບໝາຍຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ປັບລົງ 50,000 ກີບ ເມືອງຜາອຸດົມ ແຂວງບໍ່ແກ້ວ ແຈ້ງປັບລົງຄ່າໂດຍສານສາຍທາງລະ 50,000 ກີບ

ຫ້ອງການ ຍທຂ ເມືອງຜາອຸດົມ ແຂວງບໍ່ແກ້ວ ອອກແຈ້ງການເລກທີ 270/ຍທຂ,ຜດ ວັນທີ 24 ມິຖຸນາ 2026 ເຖິງ: ບັນດາຫົວໜ້າສະມາຄົມລົດ, ບັນດາຜູ້ປະກອບການຂົນສົ່ງໂດຍສານ, ຕະຫຼອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າ...