spot_img
Homeຂ່າວທ້ອງຖິ່ນໄຊຍະບູລີ ມີຜົນເສຍຫາຍຈາກສໍ້ລາດບັງຫຼວງ 2,2 ຕື້ກີບ

ໄຊຍະບູລີ ມີຜົນເສຍຫາຍຈາກສໍ້ລາດບັງຫຼວງ 2,2 ຕື້ກີບ

Published on

5 ປິຜ່ານມາຄະນະພັກອົງການປົກຄອງຄະນະກວດກາແຕ່ລະຂັ້ນໃນແຂວງໄຊຍະບູລີ ໄດ້ມີຄວາມເອົາໃຈໃສ່ ຢ່າງຕໍ່ເນື່ອງປະຕິບັດໜ້າທີ່ພາລະບົດບາດຂອບເຂດສິດຂອງຕົນຕາມກົດໝາຍວ່າດ້ວຍການສໍ້ລາດບັງຫຼວງ ຊຶ່ງສາມາດພົບເຫັນທັງໝົດ 13 ເລື່ອງ ມີຜົນເສຍຫາຍ 2,2 ຕື້ກີບ ໃນນີ້ຢູ່ຂັ້ນແຂວງມີ 7 ເລື່ອງ, ຂັ້ນເມືອງ 5 ເລື່ອງ.
ເມື່ອວັນທີ 24 ຕຸລາ 2016 ນີ້ແຂວງໄຊຍະບູລີ ໄດ້ໄຂກອງປະຊຸມວຽກງານກວດກາທົ່ວແຂວງຄັ້ງທີ III ຂຶ້ນ ຢ່າງເປັນທາງການ ໂດຍເປັນປະທານຂອງສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີສະຫາຍຮອງ ເລຂາພັກແຂວງ, ກຳມະການປະຈຳພັກ ແຂວງ, ຄະນະພັກອົງການກວດສອບ ແຫ່ງລັດປະຈຳພາກເໜືອ ມີບັນດາສະ ຫາຍເລຂາພັກເມືອງ ເລຂາຄະນະພັກ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ເລຂາຄະນະພັກຮາກຖານເລຂາ ໜ່ວຍພັກອ້ອມຂ້າງແຂວງບັນດາສະ ຫາຍຄະນະກວດກາແຂວງ ແລະເມືອງ ເຂົ້າຮ່ວມ 200 ຄົນ.

ໃນກອງປະຊຸມສະຫາຍ ດວງຕາ ໄຊວຸດ ປະທານຄະນະກວດກາພັກແຂວງຫົວໜ້າພະແນກກວດກາລັດແຂວງ ໄດ້ ຂຶ້ນຕີລາຄາຄືນການເຄື່ອນໄຫວວຽກງານ ຕິດຕາມກວດກາໃນ 5 ປີ ຜ່ານ ມາແຕ່ປີ 2011-2015 ພ້ອມທັງວາງທິດທາງແຜນການວຽກງານກວດກາແຕ່ປີ 2016-2020 ຊຶ່ງປະຈຸບັນທົ່ວແຂວງມີຮາກຖານພັກທັງໝົດ 1.182 ຮາກຖານ, ມີສະມາຊິກພັກທົງໝົດ 15.407 ສະຫາຍ,ຍິງ 3.614 ສະຫາຍ ຜ່ານການກວດກາຕິດຕາມໄດ້ພົບເຫັນກໍລະນີໜ່ວຍພັກມີ 11 ກໍລະນີ ມີ 42 ໜ່ວຍ, ກໍລະນີສະມາຊິກພັກມີ 11 ກໍລະນີ ມີ 208 ສະຫາຍ, ຍິງ 7 ສະຫາຍ.

ດ້ານການກວດກາລັດ 5 ປີຜ່ານມາສາມາດຕິດຕາມກວດກາການລົງທຶນ ຂອງລັດໄດ້ທັງໝົດ 1.022 ໂຄງການ, ມີມູນຄ່າ 24.747 ຕື້ກີບ ໃນນັ້ນທຶນ ພາຍໃນ 3.982 ຕື້ກີບ, ທຶນຕ່າງປະເທດ 20.765 ຕື້ກີບ, ທຶນຊ່ວຍເຫຼືອລ້າ ກວມເອົາ 58% ໃນນີ້ລົງທຶນເຂົ້າໃນຂົງເຂດເສດຖະກິດ 2.150 ຕື້ກີບ, ໃນຂົງ ເຂດສັງຄົມ 965 ຕື້ກີບ ແລະຂົງເຂດ ອື່ນໆ 876 ຕື້ກີບ ຕິດຕາມກວດກາການ ຄຸ້ມຄອງຂຸດຄ້ົນສຳຫຼວດແຮ່ທາດທີ່ທາງ ແຂວງ ແລະລັດຖະບານໄດ້ອອກອະນຸ ຍາດມີທັງໝົດ 11 ໂຄງການ, ມູນຄ່າ ການລົງທຶນ 102.484.817 ໂດລາສະຫະລັດ, ໄດ້ອອກໃບອານຸຍາດດ້ານແຮ່ ທາດ 44 ຫົວໜ່ວຍມີ 50 ເຂດສຳປະ ທານຂຸດຄົ້ນ.

ພ້ອມນີ້ຄະນະພັກອົງການປົກຄອງຄະນະກວດກາແຕ່ລະຂັ້ນກໍໄດ້ປະຕິບັດ ໜ້າທີ່ພາລະບົດບາດຂອບເຂດສິດຂອງ ຕົນຕາມກົດໝາຍວ່າດ້ວຍການສໍ້ລາດບັງຫຼວງມີທັງໝົດ 13 ເລື່ອງ ມີຜົນເສຍ ຫາຍທັງໝົດ 2,2 ຕື້ກີບ ໃນນີ້ຢູ່ຂັ້ນ ແຂວງມີ 7 ເລື່ອງ, ຂັ້ນເມືອງ 5 ເລື່ອງ, ໄດ້ຮັບຄຳຮ້ອງ ຄຳສະເໜີທັງໝົດ 286 ເລື່ອງ ໃນນີ້ຂັ້ນແຂວງ 64 ສະບັບ, ຂັ້ນເມືອງ 222 ສະບັບ ມີຄຳຮ້ອງອົງການ ລັດ 184 ສະບັບ.

ຄຳຮ້ອງຕໍ່ພະນັກງານລັດຖະກອນ ໃນການປະຕິບັດໜ້າທີ່ວຽກງານ 70 ສະບັບ, ຄຳຮ້ອງຕໍ່ສະມາຊິກພັກ 30 ສະບັບໄດ້ຄົ້ນຄວ້າ 77 ສະບັບ, ຄົ້ນຄວ້າ ແຈ້ງຕອບ 52 ສະບັບ, ໄດ້ແກ້ໄຂແລ້ວ 66 ສະບັບ ແລະສົ່ງໃຫ້ພາກສ່ວນທີ່ກ່ຽວ ຂ້ອງແກ້ໄຂ 38 ສະບັບ, ຄຳຮ້ອງທີ່ຫຼາຍ ກວ່າໝູ່ແມ່ນຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ບໍ່ພໍໃຈຕໍ່ຄຳຕັດສິນຂອງສານ.

ທ່ານ ດວງຕາ ໄຊວຸດ ຍັງໄດ້ກ່າວຕື່ມ ວ່າປະຈຸບັນພະນັກງານລັດຖະກອນຄະ ນະກວດກາພັກແຂວງ ແລະກວດກາພັກເມືອງມີທັງໝົດ 130 ສະຫາຍ , ຍິງ 28 ສະຫາຍ. ທຽບໃສ່ປີ 2011 ເພີ່ມຂຶ້ນ 50 ສະຫາຍ ໃນນີ້ຂັ້ນແຂວງມີ 24 ສະຫາຍ, ຍິງ 8 ສະຫາຍ, ຂັ້ນເມືອງ 106 ສະຫາຍ, ຍິງ 20 ສະຫາຍ. ນອກນີ້ຍັງມີຜູ້ຮັບຜິດ ຊອບວຽກງານກວດກາຢູ່ຂັ້ນຮາກຖານ ມີ 1.313 ສະຫາຍ, ຍິງ 196 ສະຫາຍ. ໃນນີ້ຂັ້ນແຂວງ 194 ສະຫາຍ, ຍິງ 41 ສະຫາຍ, ຂັ້ນເມືອງ 568 ສະຫາຍ, ຍິງ 112 ສະຫາຍ, ຢູ່ຂັ້ນຮາກຖານບ້ານ 551 ສະຫາຍ, ຍິງ 43 ສະຫາຍ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...