Homeນານາສາລະໝາກໄມ້ທີ່ສາມາດຕ້ານມະເຮັງເຕົ້ານົມໄດ້

ໝາກໄມ້ທີ່ສາມາດຕ້ານມະເຮັງເຕົ້ານົມໄດ້

Published on

ມະເຮັງເຕົ້ານົມ ເປັນພະຍາດໜຶ່ງທີ່ຮ້າຍແຮງ ທີ່ບໍ່ມີໃຜຢາກຈະໃຫ້ເປັນ ແລະຄວາມສ່ຽງມະເຮັງເຕົ້ານົມຈະເກີດຂຶ້ນ ຈາກພຶດຕິກຳການຮັບປະທານອາຫານເປັນສ່ວນຫຼາຍ, ມື້ນີ້ເຮົາຈະມາແນະນຳໝາກໄມ້ 7 ຊະນິດທີ່ສາມາດຕ້ານມະເຮັງເຕົ້ານົມໄດ້ ເຊິ່ງແມ່ຍິງຄວນກິນເພື່ອປ້ອງກັນການເກີດມະເຮັງເຕົ້ານົມ

  1. ໝາກພິລາ: ມີການວິໄຈພົບວ່າ ໝາກພິລາ ມີສານອະນຸມູນອິດສະລະຫຼາຍຊະນິດ ທີ່ມີປະສິດທິພາບສສສູງ ແລະຊ່ວຍປ້ອງກັນການປ່ຽນແປງເຊວໃນຮ່າງກາຍມະນຸດເຮົາ ແລະຊ່ວຍຢັບຢັ້ງການຂະຫຍາຍຕົວຂອງເຊວທີ່ຜິດປົກກະຕິຈະກໍ່ໃຫ້ເປັນມະເຮັງໄດ້ ໂດຍສະເພາະເຊວມະເຮັງຜິວໜັງ, ມະເຮັງລຳໄສ້, ມະເຮັງເຕົ້ານົມ ແລະມະເຮັງຕ່ອມລູກໝາກ
  2. ໝາກກ້ຽງ: ນອກຈາກຈະມີວິຕາມິນຊີແລ້ວ ຍັງມີຄຸນສົມບັດຕ້ານມະເຮັງໄດ້ ໂດຍສະເພາະມະເຮັງເຕົ້ານົມ
  3. ໝາກຫຸ່ງ: ມີສານເບຕ້າແຄໂຣທີນ, ວິຕາມິນເອ, ວິຕາມິນຊີ, ແຄວຊຽມ, ມີເຫຼັກທີ່ບຳລຸງສາຍຕາ ແລະຊ່ວຍຕ້ານມະເຮັງໄດ້, ໂດຍສາມາດເຂົ້າໄປຢັບຢັ້ງການຈະເລີນເຕີບໂຕ ຂອງເນື້ອງອກ ແລະຢັບຢັ້ງການຈະເລີນເຕີບໂຕຂອງເຊວມະເຮັງເຕົ້ານົມໄດ້
  4. ໝາກແອັບເປິ່ນ: ການກິນແອັບເປິ່ນມື້ລະໜ່ອວຍ ສາມາດຫຼຸດຄວາມສ່ຽງພະຍາດມະເຮັງເຕົ້ານົມໄດ້ ເພາະແອັບເປິ່ນມີສານຕ້ານອະນຸມູນອິດສະລະສູງ, ມີໄຟເບີ ແລະສານອາຫານອື່່ນໆ ທີ່ມີຄຸນສົມບັດຕ້ານມະເຮັດງໄດ້ ແຕ່ຄວນກິນແບບບໍ່ຕ້ອງປອກເປືອກຈະໄດ້ຮັບຜົນດີກວ່າ
  5. ໝາກສະຕໍເບີລີ່: ມີສານຕ້ານອະນຸມູນອິດສະລະ ແລະສານທີ່ມີຄຸນສົມບັດຕ້ານເຊວມະເຮັງໄດ້ ໂດຍສະເພາະແມ່ນມະເຮັງເຕົ້ານົມ
  6. ມັນດ້າງ: ມີສານໄຟເບີ, ວິຕາມິນອີ, ວິຕາມິນຊີ, ສານຕ້ານອະນຸມູນອິດສະລະ ແລະຫຼຸດຄວາມສ່ຽງມະເຮັງເຕົ້ານົມໄດ້
  7. ໝາກມັງຄຸດ: ສານສະກັດຈາກມັງຄຸດຊ່ວຍສ້າງເຊວເມັດເລືອດຂາວ ເຊິ່ງມີຄຸນສົມບັດຊ່ວຍກຳຈັດ ແລະປ້ອງກກັນການເກີດເຊວມະເຮັງເກືອບທຸກຊະນິດໄດ້ ໂດຍສະເພາະມະເຮັງເຕົ້ານົມ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...