spot_img
Homeຂ່າວການພັດທະນາລັດຖະບານເນັ້ນໃຫ້ທຸກຂະແໜງເພີ່ມທະວີຕ້ານການຟູມເຟືອຍ

ລັດຖະບານເນັ້ນໃຫ້ທຸກຂະແໜງເພີ່ມທະວີຕ້ານການຟູມເຟືອຍ

Published on

ຄະນະລັດຖະບານໄດ້ຕົກລົງເຫັນດີເປັນເອກະພາບໃນການປັບປຸງຫັນປ່ຽນນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍແຫ່ງຊາດໃຫ້ເປັນຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ພ້ອມທັງແນະນໍາໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆ, ຮີບຮ້ອນແຕ່ງຕັ້ງຄະນະກໍາມະການຕິດຕາມກວດກາຂັ້ນຕ່າງໆຂຶ້ນໂດຍໄວ ເພື່ອກວດກາການຈັດຕັ້ງປະຕິບັດນິຕິກໍາດັ່ງກ່າວໃຫ້ມີປະສິດພິຜົນໃນຕໍ່ໜ້າ.

ການເຫັນດີປັບປຸງນິຕິກໍາດັ່ງກ່າວມີຂຶ້ນຢູ່ກອງປະຊຸມລັດຖະ ບານສະໄໝສາມັນປະຈໍາເດືອນຕຸລານີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ຊຶ່ງກອງປະຊຸມໄດ້ຕີລາຄາວ່າ:ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຊີ້ນໍາໃຫ້ທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມມີການປະຢັດມັດທະຍັດ, ທັງໄດ້ອອກນິຕິກໍາຕ່າງໆເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດ ແລະ ມີການເຜີຍແຜ່ຢ່າງກວ້າງຂວາງໃຫ້ບັນ ດາກະຊວງ, ອົງການ ແລະ ທ້ອງ ຖິ່ນຕ່າງໆ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນລະບຽບການຂອງແຕ່ລະຂະ ແໜງການ ເປັນຕົ້ນ: ລະບຽບການໃຊ້ຈ່າຍ, ການນໍາໃຊ້ພາຫະນະ, ລົງຮາກຖານ, ການຈັດກອງປະຊຸມ-ສໍາມະນາ, ການຕ້ອນຮັບແຂກ, ການປະມູນໂຄງການ, ຊໍາລະສະສາງ ແລະ ອື່ນໆ. ແຕ່ຜ່ານການຕິດຕາມກວດກາການປະຕິ ບັດນິຕິກໍາດັ່ງກ່າວຕົວຈິງເຫັນວ່າໃນບາງຂະແໜງການ, ບາງຂົງເຂດຍັງບໍ່ທັນເຮັດໄດ້ດີ, ບໍ່ເປັນຮູບປະທໍາ, ບໍ່ເລິກເຊິ່ງທົ່ວເຖິງ ແລະ ຕໍ່ເນື່ອງເທົ່າທີ່ຄວນ, ຈຶ່ງເຮັດໃຫ້ຄວາມເປັນເອກະພາບທາງດ້ານແນວຄິດ ແລະ ສະຕິຕື່ນຕົວບໍ່ທັນສູງ, ເນື່ອງຈາກຕິດພັນກັບຜົນປະໂຫຍດ, ຊຶ່ງສະແດງອອກໃນການນໍາໃຊ້ງົບປະມານບ້ວງເງິນບໍລິຫານ,ດັດສົມ, ເງິນລົງທຶນຂອງລັດມີລັກສະນະຟູມເຟືອຍ, ຄຸນນະພາບ ແລະ ປະສິດທິຜົນຂອງວຽກງານຕໍ່າ, ສັງຄົມຍັງມີການຊ່ວງເສັງອວດອ້າງຄວາມຮັ່ງມີຫລາຍຂຶ້ນ ແລະ ແຂ່ງຂັນກັນຫລີ້ນກິນຟູມເຟືອຍ.

ດັ່ງນັ້ນຕໍ່ສະພາບດັ່ງກ່າວ, ລັດຖະບານ ເຫັນວ່າຕ້ອງໄດ້ປັບປຸງຫັນປ່ຽນນະໂຍບາຍດັ່ງກ່າວເປັນຄໍາສັ່ງນາຍົກລັດຖະ ມົນຕີ ເພື່ອເພີ່ມຄວາມສັກສິດເຂັ້ມງວດໃນການຈັດຕັ້ງປະຕິບັດເປັນເອກະພາບນັບແຕ່ສູນກາງຮອດທ້ອງຖິ່ນຢ່າງເຂັ້ມງວດ, ໂດຍສະເພາະແມ່ນການນໍາໃຊ້ງົບປະມານ, ຕ້ອນຮັບແຂກ, ການໃຊ້ພາຫະນະ, ການໄປຕ່າງປະເທດ, ການປະມູນ, ຊໍາລະສະສາງໂຄງການລົງທຶນຕ່າງໆ, ລວມເຖິງການກວດກາຕໍາແໜ່ງງານ ແລະ ບັນຫາອື່ນໆທີ່ພົວພັນກັບງົບປະມານ ແລະ ເສດຖະກິດ. ພ້ອມທັງໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆແຕ່ງຕັ້ງຄະນະກໍາມະການຕິດຕາມກວດກາການປະຕິບັດຄໍາສັ່ງດັ່ງກ່າວໃນຂະແໜງການຂອງຕົນ, ໂດຍໃຫ້ບັນດາທ່ານລັດຖະມົນຕີເປັນຫົວ ໜ້າຄະນະກໍາມະການດັ່ງກ່າວແລ້ວສະເໜີຕໍ່ກອງປະຊຸມກໍາມະການກົມການເມືອງສູນກາງພັກພິຈາລະນາຮັບຮອງ.

ຂ່າວຈາກ: ຫນັງສືພິມລາວພັດທະນາ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...