Homeຂ່າວພາຍ​ໃນປະ­ກາດ​ການ­ຈັດ­ຕັ້ງ​ສະ­ຫະ­ພັນ​ກີ­ລາ​ດຶງ­ເຊືອກ​ແຫ່ງ​ຊາດ

ປະ­ກາດ​ການ­ຈັດ­ຕັ້ງ​ສະ­ຫະ­ພັນ​ກີ­ລາ​ດຶງ­ເຊືອກ​ແຫ່ງ​ຊາດ

Published on

ພິ­ທີ​ປະ­ກາດ​ການ­ຈັດ­ຕັ້ງ​ຄະ­ນະ​ບໍ­ລິ­ຫານ​ງານ​ ສະ­ຫະ­ພັນ​ກີ­ລາ​ດຶງ­ເຊືອກ​ແຫ່ງ​ຊາດ​ລາວຊຸດ​ໃໝ່ ຈັດ​ຂຶ້ນ​ວັນ​ທີ 18 ຕຸ­ລາ 2016 ທີ່​ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ລາວ (ຄອລ) ມີ​ທ່ານ ສົມ​ພູ ພົງ­ສາ ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຮອງ​ປະ­ທານ ແລະ ເລ­ຂາ­ທິ­ການ ຄອລ ທ່ານ ແສງ​ພອນ ພົນ​ອາ­ມາດ ຫົວ­ໜ້າ​ກົມ​ກີ­ລາ​ລະ­ດັບ​ສູງ ພ້ອມ​ດ້ວຍ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ ຄູ​ເຝິກ ນັກ­ກີ­ລາ ຕະ­ຫຼອດ​ຮອດ​ຜູ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ກີ­ລາ​ດຶງ­ເຊືອກ ແລະ ແຂກ​ຖືກເຊີນ​ເຂົ້າ​ຮ່ວມ.

ທ່ານ ໜູ​ພັນ ອຸດ​ສາ ຫົວ­ໜ້າ​ກົມ​ອາ­ຊີ­ວະ​ສຶກ​ສາ ປະ­ທານ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ກີ­ລາ​ດຶງ­ເຊືອກ​ແຫ່ງ​ຊາດ​ລາວ ຜູ້ໃໝ່​ກ່າວ​ວ່າ: ຕະ­ຫຼອດ​ໄລ­ຍະ 9 ປີ (2007-2015) ສະ­ຫະ­ພັນ​ໄດ້​ເຄື່ອນ​ໄຫວ ແລະ ມີ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ໄດ້​ຮັບ​ການສະ­ໜັບ­ສະ­ໜູນ​ຈາກ​ບຸກ­ຄົນ ບໍ­ລິ­ສັດ​ຕ່າງໆ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເປັນ​ວັດ­ຖຸ ແລະ ເງິນ ເພື່ອ​ສ້າງ​ສະ­ໜາມ​ກີ­ລາໃນ​ຮົ່ມ 3 ແຫ່ງ ຊື້​ອຸ­ປະ­ກອນ​ກີ­ລາ ການ​ເຝິກ­ຊ້ອມ ແລະ ຊຸກ­ຍູ້​ການ­ເຄື່ອນ­ໄຫວ​ແຂ່ງ­ຂັນທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ນອກ​ນັ້ນ​ການ­ເຄື່ອນ­ໄຫວ​ຂອງ​ສະ­ຫະ­ພັນ​ກີ­ລາ​ດຶງ­ເຊືອກ​ແຫ່ງ​ຊາດ ຍັງ​ໄດ້​ຊ່ວຍ​ພັດ­ທະ­ນາ​ຂະ­ແໜງ­ການ​ສຶກ​ສາ ແລະ ກີ­ລາ ໂດຍ​ມີ​ການ​ສະ­ໜັບ­ສະ­ໜູນ​ໂຮງ­ຮຽນ​ສາ­ມັນ​ໄດ້​ຫຼາຍ 10 ແຫ່ງ ຮັກ­ສາ​ໄດ້​ຄວາມ​ສາ­ມັກ­ຄີ​ໃນ​ການ­ເຄື່ອນ­ໄຫວ ແລະ ມີ​ບົດ­ບາດ​ສຳ­ຄັນ​ໃນ​ການ​ແຂ່ງ­ຂັນເພື່ອ​ສຸ­ຂະ­ພາບ ຢູ່​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

ສຳ­ລັບ​ແຜນ­ການ­ເຄື່ອນ­ໄຫວ​ໃນ­ຕໍ່­ໜ້າ​ ກໍ່​ຄື​ເດືອນ​ພະ­ຈິກ 2016 ກຽມ​ຈັດ​ແຂ່ງ­ຂັນ​ກີ­ລາ​ດຶງ­ເຊືອກ ແລະ ກະ­ກຽມ​ຄວາມພ້ອມ​ຂອງ​ແຕ່​ລະ​ພາກ­ສ່ວນ ເພື່ອ​ຈັດ​ຕັ້ງ​ແຂ່ງ­ຂັນ​ກີ­ລາ​ດຶງ­ເຊືອກ​ນາໆຊາດ​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ ໃນ​ລະ­ຫວ່າງ​ທ້າຍເດືອນ​ທັນ­ວາ 2016 ຫາຕົ້ນ​ປີ 2017 ແລະ ກະ­ກຽມ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ກີ­ລາ​ດຶງ­ເຊືອກ​ຂັ້ນ​ພາກ​ພື້ນ ເປັນ­ຕົ້ນ​ແມ່ນ​ງານ​ກີ­ລາ​ດຶງ­ເຊືອກ​ຊິງ​ແຊັມ​ອາ­ຊີ ໃນ​ຕົ້ນ​ເດືອນ​ທັນ­ວາ 2016 ທີ່​ປະ­ເທດ​ສິງ­ກະ­ໂປ ແລະ ງານ​ມະ​ຫະ​ກຳ​ກີ­ລາ​ຊີ­ເກມ ຄັ້ງ​ທີ 29 ກາງ​ປີ 2017 ທີ່​ປະ­ເທດ​ມາ​ເລ​ເຊຍ.

ສ່ວນ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ກີ­ລາ​ດຶງ­ເຊືອກ​ແຫ່ງ​ຊາດ​ລາວ​ຊຸດ​ໃໝ່ ປະ­ກອບ​ມີ: ທ່ານ ເອ­ກະ​ພັນ ພະ​ພິ​ທັກ ປະ­ທານ​ທີ່​ປຶກ­ສາ​ກິດ​ຕິ​ມະ​ສັກ ທ່ານ ໜູ​ພັນ ອຸດ​ສາ ເປັນ​ປະ­ທານ ທ່ານ ອຸ­ໄທ ບັນ​ນາ​ວົງ ທ່ານ ຫຸມ­ແພງ ເມກ​ຄະ​ລິນ ແລະ ທ່ານ ໄຕ­ລັດ ເປັນ​ຮອງ​ປະ­ທານ ​ສ່ວນ​ທ່ານ ແພງ​ທະ­ວີ ສີ​ໂພ​ໄຊ ເປັນ​ເລ­ຂາ­ທິ­ການ ແລະ ປະ­ກອບ​ມີ​ຄະ­ນະ​ກຳ­ມະ­ການ​ອີກ 8 ທ່ານ.

ຂ່າວຈາກ: Vientiane Mai
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...