spot_img
Homeຂ່າວພາຍ​ໃນສາວນ້ອຍ ເກົາຫຼີເໜືອ ຄວ້າແຊ້ມໂລກ ບານເຕະເຍົາວະຊົນຍິງ U17

ສາວນ້ອຍ ເກົາຫຼີເໜືອ ຄວ້າແຊ້ມໂລກ ບານເຕະເຍົາວະຊົນຍິງ U17

Published on

ການແຂ່ງຂັນ ບານເຕະເຍົາວະຊົນຍິງ ຊີງແຊ້ມໂລກລຸ້ນອາຍຸບໍ່ເກີນ 17 ປີ(The FIFA U-17 Women’s World Cup Jordan 2016) ທີ່ປະເທດ ຈໍແດນໄດ້ປິດລົງຢ່າງສວຍງາມ. ໂດຍນັດຊີງຊະນະເລີດ ໄດ້ມີຂຶ້ນໃນຄຳຄືນ ວານນີ້ເວລາ 24:00(ຕາມເວລາໃນບ້ານເຮົາ) ເປັນການພົບກັນ ລະຫວ່າງ 2 ທີມຈາກທະວີບອາຊີ ຄື: ທີມຊາດ ຍິປຸ່ນ ພົບ ກັບ ທີມຊາດເກົາຫຼີເໜືອ. ກ່ອນເກມໃນນັດນີ້ ຍິປຸ່ນຈະເໜືອກວ່າ ພໍສົມຄວນເມື່ອປຽບທຽບລະບົບການຫຼິ້ນແລະ ເຕັກນິກສະເພາະຕົວຂອງນັກເຕະ, ພໍແຕ່ສຽງໝາກຫວີດ ເລີ່ມກັນແຂ່ງຂັນ ດັງຂຶ້ນ ທັງສອງທີມກໍ່ເປີດເກມບຸກ ເຂົ້າໃສ່ກັນແບບສຸດມັນ ແລະ ເປັນຝ່າຍ ຍິປຸ່ນ ທີ່ຄອງບານ ແລະ ມີເກມບຸກທີ່ເໜືອກວ່າ ເລັກນ້ອຍ ແຕ່ທຸກຄັ້ງທີ່ ເກົາຫຼີ ເໜືອໂຕ້ກັບກໍ່ເຮັດໄດ້ດີ ຄືກັນຈົນເກືອບຈະປັນປະຕູຫຼາຍຄັ້ງ ຈົນຜົນສຸດທ້າຍ ຈົບ 90 ນາທີ ບໍ່ມີໃຜສາມາດຍິງປະຕູໄດ້ ເຮັດໃຫ້ ສະເໝີກັນແບບບໍ່ມີປະຕູ ຕ້ອງຕັດສິນຫາແຊ້ມດ້ວຍ ການຍິງລູກໂທດທີ່ຈຸດໂທດ ຜົນປະກົດວ່າ ສາວນ້ອຍໂສດ ຍິງຄົມກວ່າ ເຮັດໃຫ້ຄວ້າແຊ້ມ The FIFA U-17 Women’s World Cup Jordan 2016 ຄັ້ງທີ 8 ແລະ ກາຍເປັນແຊ້ມຄັ້ງທີ 2 ຂອງທີມຊາດເກົາຫຼີເໜືອ ແລະ ເປັນຊາດທຳອິດທີ່ສາມາດຄວ້າແຊ້ມໄດ້ 2 ສະໄໝ, ໂດຍກ່ອນໜ້ານີ້ 8 ປີພວກເຂົາເຄີຍໄດ້ແຊ້ມໃນລາຍການນີ້ ໃນຕອນທີ່ ປະເທດ ນິວຊີແລນເປັັນເຈົ້າພາບ.

ຂອບໃຈພາບແລະ ຂໍ້ມູນຈາກ FIFA.com

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...