Homeເກັບຕົກ-ເລື່ອງແປກສຸດອຶ້ງ ພໍ່ເຖົ້າໄວອາຍຸ 92 ປີ ແຕ່ງງານມາແລ້ວ 107 ເທື່ອ ແລະ ຍັງຫວັງຫາເມຍເພີ່ມຂຶ້ນເລື່ອຍໆ

ສຸດອຶ້ງ ພໍ່ເຖົ້າໄວອາຍຸ 92 ປີ ແຕ່ງງານມາແລ້ວ 107 ເທື່ອ ແລະ ຍັງຫວັງຫາເມຍເພີ່ມຂຶ້ນເລື່ອຍໆ

Published on

ເມື່ອວັນທີ 19 ຕຸລາ 2016 ທີ່ຜ່ານມາ ເວັບໄຊ ອ໊ອດດິຕີ້ເຊນທຣັລ ລາຍງານເລື່ອງລາວຊວນອື້ງຂອງ ພໍ່ເຖົ້າຊື່ ໂມຮັມເໝັດ ເບລໂລ ອາບູບາຄາຣ ຊາຍຊາວໄນຈີເຣຍ ໄວອາຍຸ 92 ປີ ຜູ້ເຄີຍແຕ່ງງານມາແລ້ວເຖິງ 107 ເທື່ອ ແລະ ມີລູກຫຼາຍເຖິງ 185 ຄົນ ເຊິ່ງປັດຈຸບັນເຫຼືອເມຍທີ່ຍັງຢູ່ນຳກັັນ 97 ຄົນ ເພາະເຄີຍຜ່ານການຫຍ່າຮ້າງມາແລ້ວ 10 ເທື່ອ ໂດຍລາວໄດ້ອ້າງເຫດຜົນທີ່ລາວມີເມຍຫຼາຍຂະໜາດນີ້ວ່າເປັນຍ້ອນຈຸດປະສົງຂອງພຣະເຈົ້າ ແລະ ພໍ່ເຖົ້າ ເບລໂລ ອາບູບາຄາຣ ຍັງຫວັງຫາເມຍເພີ່ມຂຶ້ນເລື່ອຍໆ ໃຫ້ຫຼາຍທີ່ສຸດເທົ່າຈະຫຼາຍໄດ້ ພ້ອມຍັງບອກອີກວ່າຜູ້ຊາຍຈະມີເມຍຈັກຄົນກໍ່ໄດ້ ຖ້າມີຄວາມສາມາດລ້ຽງດູບັນດາເມຍຂອງຕົນເອງໄດ້ຢ່າງບໍ່ໃຫ້ເດືອດຮ້ອນ

pp1

ເຖິງຢ່າງໃດກໍ່ຕາມ ການທີ່ພໍ່ເຖົ້າເບລໂລມີເມຍຫຼາຍຄົນນັ້ນໄດ້ມີສຽງວິພາກວິຈານຈາກສັງຄົມເປັນສ່ວນຫຼາຍໃນຄວາມບໍ່ເໝາະສົມກ່ຽວກັບເລື່ອງນີ້ ແລະ ຍັງມີສຽງວິພາກວິຈານກ່ຽວກັບຕົວຂອງພໍ່ເຖົ້າເບລໂລເລື່ອງລາຍຮັບ ເພາະພໍ່ເຖົ້າເບລໂລບໍ່ໄດ້ປະກອບອາຊີບເປັນຫຼັກແຫລ່ງ ແລະ ຍັງບໍ່ອະນຸຍາດໃຫ້ເມຍທັງ 97 ຄົນ ເຮັດວຽກຫາເງິນອີກດ້ວຍ ມີຫຼາຍຄົນສົງໃສ ແມ່ນແຕ່ເພື່ອນບ້ານຂອງລາວເອງກໍ່ສົງໃສວ່າລາວເອົາເງິນຈາກທາງໃດມາໃຊ້ຈ່າຍໃນຊີວິດປະຈຳວັນ

ຂ່າວຈາກ: http://hilight.kapook.com/view/143838

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...