spot_img
Homeຂ່າວພາຍ​ໃນລາວກວາດ 2 ຫຼຽນຄຳ ແຂ່ງຂັນລາຍການຊີງແຊ໋ມໄອພີເອັສຊີລາວ

ລາວກວາດ 2 ຫຼຽນຄຳ ແຂ່ງຂັນລາຍການຊີງແຊ໋ມໄອພີເອັສຊີລາວ

Published on

ນັກກີລາຍິງປືນລາວໂຊຄວາມແມ໋ນໄດ້ສົມສັກສີຫຼັງແຂ່ງ ຂັນຍິງປືນນາໆຊາດເລໂວ 3 ຊີງ ແຊ໋ມໄອພີເອັສຊີລາວຄັ້ງທີ 1 ປະຈຳປີ2016 ລະຫວ່າງວັນທີ 15-16 ຕຸລາຜ່ານມາທີ່ສະໜາມກີລາຍິງປືນ 5 ເມສາ ນະຄອນຫຼວງວຽງຈັນສາມາດຍາດໄດ້ 2 ຫຼຽນຄຳ ແລະ 1 ຫຼຽນເງິນ.

ການແຂ່ງຂັນຍິງປືນລາຍການ ດັ່ງກ່າວໄດ້ມີຂຶ້ນໃນວັນທີ 16 ຕຸລາຜ່ານມາທີ່ສະໜາມຍິງປືນ 5 ເມສາ ບ້ານສົມສະຫງ່າເມືອງໄຊ ເສດຖານະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະມອບລາງວັນຂອງທ່ານ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ ແລະທ່ານ ປີຊາໄຊ ແກ້ວ ໄຊຍະຈັກ ປະທານບໍລິສັດ, ບໍລິການຝຶກຊ້ອມກີລາຍິງປືນຈຳກັດ ທັງເປັນປະທານສະໜາມຍິງປືນ 5 ເມສາ ພ້ອມດ້ວຍແຂກຖືກເຊີນ ແລະພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດຄູຝຶກ ແລະນັກກີລາເຂົ້າຮ່ວມ.

ການແຂ່ງຂັນກີລາຍິງປືນໄອພີ ເອັສຊີລາວຊີງແຊ໋ມນາໆຊາດຄັ້ງ ນີ້ມີການແຂ່ງຂັນ 2 ລາຍການຄື: ລາຍການລະດັບນາໆຊາດ ແລະລາຍການພາຍໃນ, ໃນນີ້ມີການຊີງ ໄຊ 6 ປະເພດປະກອບມີປືນຄາສ ຊິກ, ຣີໂວນເວີ, ສະແຕນດ໊າດ, ໂອເພັນ,ໂປດັກຊັນ ແລະຍິງແມ໋ນມີນັກກີລາທັງໝົດ 85 ຄົນ ຈາກ 6  ປະ ເທດເຂົ້າຮ່ວມຄື: ເຈົ້າພາບ ສປປ ລາວ, ໄທ, ສປ ຈີນ, ສິງກະໂປ, ມາເກົາ ແລະສະໂລວາເກຍ.

ສໍາລັບການແຂ່ງຂັນ 5 ລາຍການດັ່ງກ່າວນັກກີລາ 85 ຄົນ ແມ່ນໄດ້ລົງສະໜາມ ເພື່ອປະຊັນຄວາມ ແມ໋ນກັນທັງໝົດ 16 ສະໜາມເພື່ອ ສະສົມຄະແນນຫຼັງຈາກນັ້ນ, ຈຶ່ງມາໄລ່ສະເລ່ຍຄະແນນທີ່ສາມາດຍິງ ໄດ້ຄະແນນດີທີ່ສຸດແຕ່ລະສະໜາມ ເພື່ອລຸ້ນຮັບຫຼຽນຄຳໄປຄອງປະເພດຊາຍແຂ່ງຂັນຄົບ 6 ລາຍການ ສ່ວນປະເພດຍິງແມ່ນແຂ່ງຂັນບາງລາຍການ.

ຜ່ານການແຂ່ງຂັນເປັນເວລາ 2 ວັນຜົນປາກົດວ່າ: 2 ນັກກີລາແມ໋ນ ປືນລາວສາມາດຄວ້າ 2 ຫຼຽນຄຳ ແລະ 1 ຫຼຽນເງິນ ໃນລາຍການນາໆຊາດ ຄື: ທ້າວ ສຸນັນ ວັດທະ ນາບູນ ສາມາດຄວ້າ 1 ຫຼຽນຄຳ ຈາກປະເພດປືນ ໂປດັກຊັນ ດິວິຊັນ ເສນິອໍ ແລະ 1 ຫຼຽນເງິນ ປືນໂປ ດັກຊັນ ດິວິຊັນ ໂອເວີອໍ ແລະນາງ ຄຳພິນູນ ທອນບັນດິດ ຄວ້າຫຼຽນ ຄຳປະເພດປືນສະແຕນດ໊າດພ້ອມທັງຄວ້າຫຼຽນຄຳປະທານຍິງປືນໄອພີເອັສຊີໂລກ, ສ່ວນປະເພດປືນ ຄາສຊິກ,ຣີໂວນເວີ, ສະແຕນດ໊າດ ແລະໂອເພັນປະເພດຊາຍຫຼຽນຄຳໄອພີເອັສຊີລາວ ແລະຫຼຽນຄຳໄອ ພີເອັສຊີໂລກ, ຫຼຽນເງິນ ແລະຫຼຽນທອງແມ່ນຕົກເປັນຂອງນັກກີລາ  ຈາກປະເທດໄທ, ຂະນະທີ່ປະເພດ ຍິງແມ໋ນແມ່ນຕົກເປັນຂອງນັກກີລາຈາກມາເກົ່າ.

ຂ່າວຈາກ: 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...