spot_img
Homeຂ່າວເຫດການເຈົ້າໜ້າທີ່ ນ.ວ ລົງກວດ 172 ປ້ຳນ້ຳມັນ ບໍ່ພົບເຫັນການດັດແປງຕູ້ຈ່າຍ

ເຈົ້າໜ້າທີ່ ນ.ວ ລົງກວດ 172 ປ້ຳນ້ຳມັນ ບໍ່ພົບເຫັນການດັດແປງຕູ້ຈ່າຍ

Published on

20140716155356

 

ເຈົ້າໜ້າທີ່ພະ​ແນກ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ນະຄອນຫຼວງ​ວຽງ​ຈັນ ໄດ້​ລົງ​ກວດຄືນບໍ​ລິ​ມາດ​ການ​ຈ່າຍ​

ນ້ຳມັນບັນດາ​ປ້ຳນ້ຳມັນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ທີ່​ໄດ້​ມີ​ການ​ກວດ​ບໍ​ລິ​ມາດ​ປະຈຳ​ປີ​ໄປ​ແລ້ວ ​ໃນ​ໄລຍະ​ຜ່ານ​ມາ

ເພື່ອ​ເປັນ​ການ​ສ້າງ​ຄວາມ​ໝັ້ນ​ໃຈ ​ໃຫ້​ປະຊາຊົນ​ລາວ​ບັນດາເຜົ່າຜູ້​ຊົມໃຊ້​ນ້ຳມັນ ວ່າ​ໄດ້​ບໍ​ລິ​ມາດ​ທີ່​ເຕັມ​ສ່ວນ

ແລະ​ ຢູ່​ໃນ​ເກນ​ມາດຕະຖານ​ທີ່​ໄດ້​ຮັບຮອງ​ໄວ້​ຫຼື​ບໍ່.

 

ທ່ານ ຈັນ​ມາລາ ກຸສົນ ຫົວໜ້າ​ຂະແໜງ​ຊັບ​ສິນ​ທາງ​ປັນຍາ​ມາດຕະ​ຖານ ແລະ ວັດແທກ ພະ​ແນກ​ວິທະຍາ

ສາດ ແລະ ເຕັກ​ໂນ​ໂລ​ຊີ​ນະຄອນຫຼວງ​ວຽງ​ຈັນ ໄດ້​ກ່າວ​ໃນ​ໂອກາດ​ລົງ​ກວດ​ບໍ​ລິ​ມາດ​ນ້ຳມັນ ​ຢູ່​ປ້ຳນ້ຳມັນ​ວຽງ​

ຈະເລີນ​ບໍລິການ ໃນ​ວັນ​ທີ 15 ກໍລະກົດ 2014 ວ່າ: ການ​ກວດ​ບໍ​ລິ​ມາດ​ປະຈຳ​ປີ​ພວກເຮົາ ​ໄດ້​ເລີ່ມ​ແຕ່​ເດືອນ

​ເມສາ ແລະ ສຳເລັດ​ໃນ​ເດືອນມິຖຸນາ 2014 ຈາກ​ນັ້ນ 2 ເດືອນ​ຖັດ​ມາ ​ຈະ​ໄດ້​ລົງ​ກວດຄືນ​ອີກ​ ເພື່ອ​ຢັ້ງຢືນບໍ​ລິ

​ມາດ​ນ້ຳມັນ​ແຕ່​ລະ​ປ້ຳ​ຍັງ​ຄືເກົ່າ​ບໍ່ ເພາະວ່າ​ວັດຖຸ​ທຸກ​ຢ່າງ​ທີ່​ນຳ​ໃຊ້ ​ມັນ​ກໍ່​ຕ້ອງ​ມີ​ການ​ຫຼຸ້ຍ​ຫ້ຽນ ນອກ​ນີ້​ພວກ​

ເຮົາ​ຍັງ​ລົງ​ກວດ​ສຸກ​ເສີນ​ຕື່ມ​ ອີງ​ຕາມ​ການ​ຮ້ອງ​ຂໍ​ຂອງ​ປະຊາຊົນ ທີ່​ໄດ້​ຕິດຕໍ່​ມາ​ຫາ​ພວກ​ເຮົາ​ທາງ​ເບີ 021

260480 ໃນ​ນີ້ ​ການ​ກວດ​ປະຈຳ​ປີ​ພວກ​ເຮົາ​ ໄດ້​ຕັ້ງ​ຄ່າ​ໄວ້​ບວກ ຫຼື ລົບ 0,2 ຖ້າກວດຄືນ​ພົບ​ວ່າ​ຄ່າ​ບໍ່​ເກີນ​ບວກ

ຫຼື ລົບ 0,5 ກໍ່​ຖື​ວ່າ​ປ້ຳນ້ຳມັນ​ປ້ຳນັ້ນ​ໄດ້​ມາດຕະຖານ ແຕ່​ຖ້າ​ຄ່າເກີນ 0,5 ພວກ​ເຮົາ​ກໍ່​ຈະ​ໄດ້​ກວດເບິ່ງ​ຫົວ​ຈ່າຍ

​ນ້ຳມັນ​ວ່າ​ມີ​ການປ່ຽນແປງ ເຮັດ​ໃຫ້​ນ້ຳມັນ​ບໍ່​ໄດ້​ບໍ​ລິ​ມາດ ພ້ອມ​ທັງ​ເຮັດ​ບົດ​ບັນທຶກ​ໄວ້ ແລະ ຖ້າ​ພົບ​ເຫັນ​ວ່າ​

ມີ​ການ​ຈົງໃຈ​ດັດ​ປັບ ​ກໍ່​ຈະ​ໄດ້​ປັບໄໝ​ຕາມ​ລະບຽບ ແລະ ໃຫ້​ຢຸດ​ກິດຈະການ​ຖາວອນ.

 

ຜ່ານ​ການ​ກວດກາ​ຢູ່​ຂອບ​ເຂດ​ນະຄອນຫຼວງ​ວຽງ​ຈັນ ​ໃນ​ຈຳນວນ 16 ບໍລິສັດ  ປ້ຳ ລວມ​ທັງ​ປ້ຳ​ໃຫຍ່ ປ້ຳ​

ນ້ອຍ ໃນ​ໄລຍະ​ຜ່ານ​ມາ ແມ່ນ​ບໍ່​ພົບ​ເຫັນ​ປ້ຳ​ໃດ​ທີ່​ມີ​ການ​ດັດ​ປັບ​ແຕ່​ຢ່າງໃດ ມີ​ແຕ່​ບາງ​ປ້ຳ​ຕູ້​ຈ່າຍ​ເກົ່າ​ແລ້ວ

ພວກ​ເຮົາ​ກໍ່​ໄດ້​ແນະນຳ​ໃຫ້​ປ່ຽນ​ຕູ້​ຈ່າຍ​ໃໝ່ ແລະ ຈະ​ໄດ້​ລົງ​ກວດກາ​ຄືນ​ອີກ ນອກຈາກ​ການ​ກວດ​ດ້ານ​ບໍ​ລິ​

ມາດ​ແລ້ວ ໃນຕໍ່ໜ້າ​ພວກ​ເຮົາ​ຍັງ​ຈະ​ໄດ້​ກວດ​ຄຸນ​ນະ​ພາບ​ຂອງ​ນ້ຳມັນ​ຕື່ມ​ອີກ.

 

ແຫຼ່ງຂ່າວ: Vientiane Mai Online

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...