Homeສຸຂະພາບ ແລະ ສີ່ງແວດລ້ອມກວດສຸຂະພາບຂັ້ນເບື້ອງຕົ້ນດ້ວຍຕົວເອງຈາກສີຂອງນ້ຳຍ່ຽວ ລອງສັງເກດເບິ່ງເດີ້

ກວດສຸຂະພາບຂັ້ນເບື້ອງຕົ້ນດ້ວຍຕົວເອງຈາກສີຂອງນ້ຳຍ່ຽວ ລອງສັງເກດເບິ່ງເດີ້

Published on

ເບິ່່ງພາຍນອກເຮົາອາດບໍ່ຮູ້ວ່າຮ່າງກາຍຂອງເຮົານັ້ນມີໂຣກພະຍາດຫຍັງ ຫຼື ບໍ່ ຖ້າບໍ່ໄປກວດສຸຂະພາບທີ່ໂຮງໝໍ ແຕ່ມັນກໍ່ມີອີກວິທີໜຶ່ງທີ່ຊ່ວຍໃຫ້ເຮົາສາມາດກວດສຸຂະພາບຂັ້ນເບື້ອງຕົ້ນດ້ວຍຕົວເອງໄດ້ ໃນຄໍລຳສຸຂະພາບ ວັນນີ້ເຮົາລາຍລະອຽດສີຂອງນ້ຳຍ່ຽວ ແລະ ໂຣກພະຍາດມາບອກ ເອົາເປັນວ່າເຮົາມາຮູ້ຈັກນຳກັນເລີຍ

  1. ນ້ຳ​ຍ່ຽວ​ປົກກະຕິ​ – ມີ​ສີ​ເຫຼືອງ​
  2. ດື່ມ​ນ້ຳ​ນ້ອຍ​ – ອາດ​ມີ​ສີ​ເຫຼືອງ​ຄື​ນ້ຳ​ຊາ​ແກ່​
  3. ນ້ຳ​ຍ່ຽວ​ເຫຼືອງ​ຫລາຍ​ຄື​ຂີ້​ມິ້ນ​ – ຕັບ​ອາດ​ມີ​ບັນຫາ​
  4. ນ້ຳ​ຍ່ຽວ​ຂຸ່ນ​ຂາວ​ – ສະແດງ​ວ່າ​ຕິດ​ເຊື້ອ​
  5. ນ້ຳ​ຍ່ຽວ​ເປັນ​ເລືອດ​ – ອາດ​ເປັນ​ນິ່ວ​ ຫມາກໄຂ່ຫລັງ​ອັກ​ເສບ​ ຫລື​ ມະ​ເຮັງ​ (ເລືອດ​ເນົ່າ​)
  6. ນ້ຳ​ຍ່ຽວ​ສີ​ດຳ​ – ເປັນ​ບັນຫາ​ທີ່​ເມັດ​ເລືອດ​ແຕກ​ ອາດ​ເກີດ​ຈາກ​ມາ​ລາ​ເລຍ​ ຫລື ​ແພ້​ຢາ​
  7. ຖ້າ​ນ້ຳ​ຍ່ຽວ​ມີ​ນ້ຳ​ຕານ​ອອກ​ມາ​ດ້ວຍ​ – ເປັນ​ເບົາ​ຫວານ
  8. ຖ້າ​ນ້ຳ​ຍ່ຽວ​ມີ​ໄຂ່​ຂາວ​ອອກ​ມາ​ – ເປັນ​ຫມາກໄຂ່ຫລັງ​ວາຍ​
  9. ຖ້າ​ຕັ້ງ​ນ້ຳ​ຍ່ຽວ​ຖິ້ມ​ໄວ້​ ເຫັນ​ຕະ​ກອນ​ເປັນ​ສີຊົ​ມ​ພູ​ອ່ອນ​ – ສະແດງ​ວ່າ​ມີ​ກຣົດ​ຢູ​ຮິກ​ຫລາຍ​(ພະຍາດປະດົງ​)
  10. ຄົນ​ປົກກະຕິ​ຄວນ​ຍ່ຽວ​ບໍ່​ນ້ອຍ​ກວ່າ​ 400 cc. ຕໍ່​ມື້​

ເມື່ອຮູ້ແບບນີ້ແລ້ວ ເມື່ອເວລາຍ່ຽວຄວນສັງເກດເບິ່ງສີນ້ຳຍ່ຽວຂອງທ່ານແນ່ເດີ້ ເພື່ອຈະໄດ້ຮູ້ວ່າຕອນນີ້ສຸຂະພາບຂອງທ່ານແຂງແຮງດີບໍ່ມີໂຣກພະຍາດຢູ່ ຫຼື ບໍ່

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...