Homeຂ່າວຕ່າງປະເທດຫວຽດນາມສຶກສາຄວາມເປັນໄປໄດ້ໂຄງການທາງລົດໄຟຄວາມໄວສູງເໜືອ-ໃຕ້

ຫວຽດນາມສຶກສາຄວາມເປັນໄປໄດ້ໂຄງການທາງລົດໄຟຄວາມໄວສູງເໜືອ-ໃຕ້

Published on

ແຫຼ່ງຂ່າວຈາກເວັບໄຊຂອງໜັງສືພິມໄຊງ່ອນເສດຖະກິດທາມສ໌ຂອງຫວຽດນາມ ໃຫ້ຮູ້ວ່າ: ທ່ານຈິງດິງຢຸງ ຮອງນາຍົກລັດຖະມົນຕີຫວຽດນາມໄດ້ລົງນາມໃນເອກະສານຫວ່າງມໍ່ໆນີ້ ໂດຍຮຽກຮ້ອງໃຫ້ກະຊວງຄົມມະນາຄົມແລະຂົນສົ່ງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຮັດບົດລາຍງານການສຶກສາຄວາມເປັນໄປໄດ້ຂອງໂຄງການທາງລົດໄຟຄວາມໄວສູງເໜືອ-ໃຕ້ ແລະຍື່ນໃຫ້ລັດຖະບານໃນປີ 2017 ເພື່ອຈະສະເໜີໃຫ້ສະພາແຫ່ງຊາດພິຈາລະນາໃນປີ 2018. ຂະນະທີ່ປັດຈຸບັນໃຫ້ພິຈາລະນາແຫຼ່ງທຶນກໍ່ສ້າງຕອນນະຄອນຫຼວງຮ່າໂນຍ-ວິງ ແລະ ໂຮຈິມິງ-ຍາຈາງ ກ່ອນ.

ຫ້ອງວ່າການລັດຖະບານຫວຽດນາມເຫັນວ່າ: ລະບຽບການລົງທຶນໂຄງການດັ່ງກ່າວຈະຕ້ອງການເວລາດົນສົມຄວນ, ໃຊ້ທຶນຈຳນວນຫຼາຍແຕ່ຈະມີຄວາມຫຍຸ້ງຍາກໃນການເກັບ ຕົ້ນທຶນຄືນ ໂດຍສະເພາະໂຄງການພື້ນຖານໂຄງລ່າງທາງລົດໄຟຕ້ອງໃຫ້ລັດເປັນຜູ້ລົງທຶນ ຈຶ່ງຈະເຮັດໃຫ້ລັດຜະເຊີນບັນຫາໜີ້ສິນ. ສະນັ້ນ, ການໄລ່ລຽງການລົງທຶນໂດຍແບ່ງເປັນໄລຍະຈະຕ້ອງໃຫ້ໄດ້ຕົວເລກທີ່ເໝາະສົມທີ່ສຸດ.

ໂຄງການທາງລົດໄຟຄວາມໄວສູງເໜືອ-ໃຕ້ຫວຽດນາມ ໄດ້ສະເໜີໃນປີ 2010 ໂດຍໃຊ້ງົບປະມານກໍ່ສ້າງ 56 ຕື້ໂດລາສະຫະລັດ, ແຕ່ສະພາແຫ່ງຊາດບໍ່ຮັບຮອງໂດຍອ້າງວ່າຍອດການລົງທຶນຫຼາຍໂພດທັງຂາດຫຼັກອ້າງອີງທີ່ເຊື່ອຖືໄດ້ ໃນປີດຽວກັນ.

ຂ່າວຈາກ: ສຳນັກຂ່າວເອບີຊີລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...